ຕຳຫຼວດທີ່ຍິງ ໄວລຸ້ນຜີວດຳ ຕາຍທີ່ເມືອງ Ferguson ລາອອກຈາກຕຳແໜ່ງ

ພວກປະທ້ວງຍ່າງກາຍ ຮ້ານທຸລະກິດແຫ່ງນຶ່ງ ທີ່ຖືກໄຟໄໝ້ ໃນເມືອງ Ferguson ລັດ Missouri, ວັນທີ 29 ພະຈິກ 2014 ໃນການຍ່າງໄລຍະທາງ 120 ໄມລ໌ ໄປຍັງບ້ານພັກຂອງ ຜູ້ປົກຄອງລັດ ທີ່ເມືອງ Jefferson City.

ຕຳຫຼວດ​ຜີວ​ຂາວ ທີ່​ຍິງ​ໄວ​ລຸ້ນຜີວ​ດຳ​ຕາຍ​ໃນ​ລັດ Missouri ໃນ​
ພາກ​ກາງ​ສະຫະລັດ ຫຼັງ​ຈາກ​ປະ​ເຊີນ​ໜ້າ​ກັນ​ຢູ່​ຖະໜົນ​ສາຍ​ນຶ່ງ
ຊຶ່ງ​ໄດ້ກະ​ຕຸ້ນ ​ໃຫ້​ເກີດ​ການ​ປະ​ທ້ວງຢ່າງ​ໃຫຍ່​ນັ້ນ ​ໄດ້​ລາ​ອອກ​
ຈາກ​ຕຳ​ແໜ່​ງ.

ທະນາຍຄວາມ​ຂອງ​ຕຳຫຼວດ Darren Wilson ກ່າວ​ໃນ​ວັນ​ເສົາ​
ວານ​ນີ້​ວ່າ ການ​ລາ​ອອກຂອງ​ທ່ານ ​ຈາກ​ກົມ​ຕຳຫຼວດ​ເມືອງ Fer
guson ​ແມ່ນມີ​ຜົນ​ບັງຄັບ​ໃຊ້​ໃນ​ທັນທີ. ທ່ານ Wilson ໄດ້ຖືກ​ສັ່ງ
ພັກ​ການ​ມາຕັ້ງ​ແຕ່​ຜູ້ກ່ຽວ​ໄດ້​ຍິງ​ທ້າ​ວ Michael Brown ຕາຍ​ໃນ​
ວັນ​ທີ 18 ສິງ ຫາ​ແລ້ວ​ນີ້ ທີ່​ເມືອງ Ferguson ໃນເຂດ​ຊານນະ
ຄອນ St. Louis.

ໜັງສືພິມ St. Louis Post-Dispatch ​ໄດ້​ພິມ​ເຜີຍ​ແຜ່​ໜັງສື​ລາ​ອອກ​ຂອງຕຳຫລວດ Wilson ຊຶ່ງ​ຜູ້ກ່ຽວໄດ້​ຂຽນ​ວ່າ ຕົນໄດ້ຖືກແຈ້ງ​ໃຫ້​ຊາບວ່າ ການສືບ​ຕໍ່​ຮັບ​ໃຊ້​ໃນ​ກຳລັງ​ຕຳຫຼວດ​ຂອງ​ຕົນ​ຕໍ່​ໄປ ອາດ​ຈະ​ເຮັດ​ໃຫ້​ພວກ​ເພື່ອນຕຳຫຼວດ​ດ້ວຍ​ກັນ​ແລະ​ຊາວ​ເມືອງ Ferguson ​ຕົກ​
ຢູ່​ໃນ​ການ​ສ່ຽງ​ໄພ ​ແລະ​ກ່າວ​ຕື່ມ​ວ່າ ຕົນ​ຫວັງ​ວ່າ ການ​ລາ​ອອກ​ຂອງ​ຕົນ​ ຈະ​ອຳນວຍໃຫ້
ປະຊາ​ຄົມ​ກັບ​ຄືນ​ດີ​ກັນ.

​ໃນ​ຂະນະ​ດຽວ​ກັນ ການ​ປະ​ທ້ວງ​ຍັງ​ດຳ​ເນີນ​ສືບ​ຕໍ່​ມາ​ໃນ​ວັນ​ເສົາ​ວານ​ນີ້ ຫຼັງ​ຈາກ​ຄະນະ​ຕຸລາການໄດ້​ອອກ​ຄຳ​ຕັດສິນ ບໍ່​ຟ້ອງ​ຮ້ອງ​ຕຳຫລວດ Wilson ໃນ​ການ​ຍິງ​ທ້າວ Michael Brown ຕາຍນັ້ນ.

Your browser doesn’t support HTML5

Police Officer Who Shot Missouri Teen Resigns, Speaks Out

ພວກ​ປະ​ທ້ວງ​ຈຸ​ນຶ່ງໄດ້​ພາກັນ​ອອກ​ຍ່າງ​ປະ​ທ້ວງ​ ຈາກ​ເມືອງ Ferguson ​ເປັນ​ເວລາ 7 ມື້ ​ໄລຍະ​ທາງ 193 ຫຼັກ​ກິ​ໂລແມັດ ​ໄປ​ຫາ Jefferson City ເມືອງຫຼວງ​ຂອງ​ລັດ Missouri.

ການ​ຍ່າງ​ປະ​ທ້ວງ​ທີ່​ເອີ້ນ​ວ່າ “ການ​ເດີນທາງ​ເພື່ອ​ຄວາມ​ຍຸຕິ​ທຳ” ​ແມ່ນຈັດຂຶ້ນ ​ໂດຍ​ສະມາ​ຄົມແຫ່ງ​ຊາດ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ຄົນ​ຜີວ​ດຳ ຫລື ອົງການ NAACP ທີ່ກ່າວ​ວ່າ ​ເປົ້າ​ໝາຍ​ຂອງ​ການ​ຍ່າງຄັ້ງ​ນີ້ ​ແມ່ນ “ເພື່ອ​ຮຽກຮ້ອງ​ໃຫ້​ມີ​ຄະນະ​ນຳພາ​ໃໝ່​ຂອງ​ກົມ​ຕຳຫຼວດ​ເມືອງ Ferguson” ແລະ “ການ​ປະ​ຕິ​ຮູບ​ໃໝ່ ​ໃນ​ວິທີ​ການ​ປະຕິບັດ​ງານ​ແລະ​ວັດທະນະທຳ​ຂອງ​ຕຳຫຼວດ” ​ ໃນ​ທົ່ວ​ປະ​ເທດ ​ແລະ​ກ່າວ​ຕື່ມ​ວ່າ ຈະ​ມີ​ການຈັດການ​ໂຮມ​ຊຸມນຸມ​ແລະ​ສິດສອນ ​ຂຶ້ນ​ໃນ​ແຕ່ລະ​ຄືນ​ ຕະຫລອດໄລຍະ​ການ​ເດີນທາງນັ້ນ.

ໃນ​ເຂດ​ນະຄອນຫຼວງ​ວໍ​ຊິງ​ຕັນ ດີ​ຊີ ປະຊາ​ຊົນ​ຫຼາຍ​ຮ້ອຍ​ຄົນ ທີ່​ມີ​ຄວາມ​ໂກດ​ແຄ້ນ ນຳ​ການ​ຕັດສິນ​ຂອງ​ຄະນະ​ຕຸລາການ​ທີ່​ເມືອງ Ferguson ​ໄດ້ພາກັນ​ຍ່າງ​ປະ​ທ້ວງ ​ໄປ​ຍັງ​ສູນ​ການ​ຄ້າ​ທ້ອງ​ຖິ່ນ​ແຫ່ງ​ນຶ່ງ ຫຼັງ​ຈາກ​ໂຮມ​ຊຸມນຸມ​ກັນ ​ໃນ​ຄຸ້ມ​ປະຫວັດສາດ Georgetown.

Your browser doesn’t support HTML5

usfergusonprotests30november14