ສຫລ ຟ້ອງ​ ບໍລິສັດຍັກໃຫຍ່ ເທັກໂນໂລຈີ ຮົວ​ເວີ້ຍ ຂອງ​ຈີນ

ລັດ​ຖະ​ມົນ​ຕີ​ຮັກ​ສາ​ການ​ຊົ່ວ​ຄາວ ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ ແມັຕ ວີເທ​ເກີ​ ກ່າວ​ເຖິງ​ການ ​ຂໍ​ໃຫ້​ສົ່ງ​ຕົວ ​ທ່ານ​ນາງ​ເມັງ ມາ​ດຳ​ເນີນ​ຄະ​ດີ.

ບໍລິສັດສື່​ສານ​ຄົມ​ມະ​ນາ​ຄົມຍັກໃຫຍ່ດ້ານເທັກໂນໂລຈີຮົວ​ເວີ້ຍ (Huawei) ຂອງ​ຈີນ
ແມ່ນ​ປະ​ຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາທາງ​ອາ​ຍາທີ່ຍື່ນ​ໂດຍ​ຄະ​ນະ​ໄອ​ຍະ​ການຂອງສະ​ຫະ​ລັດ
ໃນ​ຖາ​ນສໍ້​ໂກງ​ທາງ​ການ​ເງິນແລະ​ລັກ​ຂະ​ໂມຍ​ຊັບ​ສິນ​ທາງດ້ານ​ສະ​ຕິ​ປັນ ຍາ​ຂອງ
​ສະ​ຫະ​ລັດ.

ໃນ​ການ​ຍື່ນ​ຟ້ອງ 13 ກະ​ທົງ ​ທີ່​ເປີດ​ເຜີຍຢູ່​ສານ​ລັດ​ຖະ​ບານ​ກາງທີ່​ລັດ​ນິວຢອກ ໃນ​ວັນ​ຈັນ​ວານ​ນີ້, ​ຄະ​ນະ​ໄອ​ຍະ​ການ ໄດ້​ກ່າວຫາ ​ບໍລິສັດສື່​ສານ​ຄົມ​ມະ​ນາ​ຄົມ ຍັກໃຫຍ່ຂອງ​ຈີນ ປະ​ທານ​ຝ່າຍ​ບໍ​ລິ​ຫານ​ສູງ​ສຸດ ຂອງບໍລິສັດ ທ່ານ​ນາງ ເມັງ​ຫວານ​ຊູ ແລະ​ອີກ 2 ທ່ານ​ທີ່ພົວ​ພັນ​ນຳ​ການ​ເຮັດ​ທຸ​ລະ​ກິດ​ກັບ​ອີ​ຣ່ານ ທີ່​ລະ​ເມີດຕໍ່​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ.

ບໍ​ລິ​ສັດ​ຮົວ​ເວີ້ຍ ໄດ້ກ່າວ​ວ່າ “ຕົນມີ​ຄວາມ​ຮູ້​ສຶກວ່າ ​ຜິດ​ຫວັງ” ທີ່​ຮຽນ​ຮູ້​ເຖິງ​ການ​ກ່າວ​ຫາ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ ໃນ​ວັນ​ອັງ​ຄານ​ມື້ນີ້. ແລະ​ໄດ້​ກ່າວ​ຕໍ່​ໄປ​ວ່າ “ບໍ​ລິ​ສັດ​ດັ່ງ​ກ່າວ ປະ​ຕິ​ເສດ​ວ່າ ຕົນ ຫຼື​ບໍ​ລິ​ສັດ​ສາ​ຂາ ຫຼື​ເພື່ອນ​ຮ່ວມ​ງານ ​ບໍ່ໄດ້ ພົວ​ພັນ​ນຳ ການ​ກະ​ທຳ​ທີ່​ເປັນການ​ລະ​ເມີດ​ໃດໆ,” ແລະ​ຍັງ​ບໍ່​ຮູ້​ດ້ວຍ​ຊ້ຳ​ວ່າ ທ່ານ​ນາງເມັງ ​ເຮັດ​ຫຍັງ​ຜິດ ແລະ​ເຊື່ອ​ວ່າ ສານ​ສະ​ຫະ​ລັດ ຈະ​ຕັດ​ສິນ​ທີ່​ມີ​ຜົ​ນ​ສະ​ຫຼຸບ​ແບບ​ດຽວ​ກັນ ໃນ​ທີ່​ສຸດ.”

ສຳ​ນວນ​ຟ້ອງ ຍັງ​ໄດ້ກ່າວ​ຫາວ່າ ບໍລິສັດຮົວ​ເວີ້ຍ ຊຶ່ງ​ເປັນ​ບໍ​ລິ​ສັດສື່​ສານ​ຄົມ​ມະ​ນາ​ຄົມຍັກໃຫຍ່​ຂອງ​ໂລກ ປະ​ທານ​ຝ່າຍ​ບໍ​ລິ​ຫານ​ ທ່ານ​ນາງ ເມັງ​ ຫວານ​ຊູ ແລະ​ແລະ​ພະ​ນັກ​ງານ​ຄົນ​ອື່ນໆ ​ຍັງ​ໄດ້​ພົວ​ພັນໃນ​ການ​ສົມ​ຮູ້​ຮ່ວມ​ຄິດ “​ເພື່ອຫຼອກ​ລວງຕົວະ​ຕົ້ມ ​ສະ​ຖາ​ບັນ​ການ​ເງິນ​ຂອງ​ໂລກ ແລະ​ລັດ​ຖະ​ບານ​ຂອງ​ສະ​ຫະ​ລັດ ກ່ຽວ​ກັບ​ກິດ​ຈະ​ການ​ຂອງ​ບໍ​ລິ​ສັດ ​ຂອງບໍລິສັດຮົວ​ເວີ້ຍ​ໃນ​ອີ​ຣ່ານ.”

​ໃນ​ຖາ​ນະ​ທີ່​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ແຜນ​ການ​ນີ້, ບໍ​ລິ​ສັດ​ຮົວ​ເວີ້ຍ ​ໄດ້​ເປີດ​ສາ​ຂາຂຶ້ນ​ຢູ່
ອີ​ຣ່ານ ຄື​ບໍ​ລິ​ສັດ Skycom Tech Co. Ltd., ໃນ​ຂະ​ນະ​ທີ່ໃຫ້​ການ​ເທັດ​ ຕໍ່​ລັດ​ຖະ​ບານ
​ຂອງສະ​ຫະ​ລັດ ​ແລະ​ສະ​ຖາ​ບັນ​ທາງ​ການ​ເງິນ​ອື່ນໆ ທີ່​ວ່າ ບໍ​ລິ​ສັດ Skycom ແມ່ນ​ເປັນ
​ພຽງ “ຮຸ້ນ​ສ່ວນ​ທາງ​ທຸ​ລະ​ກິດ​ເທົ່າ​ນັ້ນ” ​ອີງ​ຕາມ​ຄຳ​ເວົ້າ​ຂອງ ຄະ​ນະ​ໄອ​ຍະ​ການ​.

ທ່ານ​ນາງ​ເມັງ ຍັງ​ເປັນ​ລູກ​ສາວ​ຂອງ​ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ​ຮົວ​ເວີ້ຍ ແລະ​ຮັບ​ໜ້າ​ທີ່​ເປັນ​ຄະ​ນະ​
ອຳ​ນວຍ​ການ​ຂອງບໍ​ລິ​ສັດ Skycom ນຳ, ທີ່​ນາງ​ໄດ້​ຖືກ​ຈັບ​ກຸມ​ໂດຍ​ເຈົ້າ​ໜ້າ​ທີ່​ກາ​ນາ​ດາ ​
ຕາມ​ການ​ຂໍ​ຮ້ອງ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ໃນ​ເດືອນ​ທັນ​ວາ​ຜ່ານ​ມາ​ນີ້. ການ​ຈັບ​ກຸມ​
ຂອງ​ທ່ານ​ນາງ ຍັງ​ໄດ້​ສ້າງ​ຄວາມ​ດ່າງ​ພ້ອຍ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ຈີນ
​ຊຶ່ງ​ໄດ້​ບາດ​ໝາງ​ກັນ ​ທີ່​ເນື່ອງ​ມາ​ຈາກ​ສົງ​ຄາມ​ການ​ຄ້າຢູ່ແລ້ວ​ນັ້ນ.

ສະ​ຫະ​ລັດ ມີ​ເວ​ລາ​ຮອດ​ວັນ​ພຸດ​ມື້​ນີ້ ທີ່​ຈະ​ໄດ້​ຍື່ນ​ຄຳ​ຮ້ອງຢ່າງ​ເປັນ​ທາງ​ການເພື່ອ​ຂໍໃຫ້​
ກາ​ນາ​ດາ​ສົ່ງ​ທ່ານ​ນາງ​ເມັງມາ​ຍັງ​ສະ​ຫະ​ລັດ ເພື່ອ​ດຳ​ເນີນ​ຄະ​ດີ. ລັດ​ຖະ​ມົນ​ຕີ​ຮັກ​ສາ​ການ
​ຊົ່ວ​ຄາວ ຂອງ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ ແມັຕ ວີ​ດາ​ເກີ​ຣ໌ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ແມ່ນ​ຈະ​ເລີ້ມ
​ການ​ເຄື່ອນ​ໄຫວ ​ກ່ອນ​ຈະ​ມີ​ການ​ຂໍ​ຮ້ອງ​ຢ່າງ​ເປັນ​ທາງ​ການ​.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ປະທານຝ່າຍບໍລິຫານ ທ່ານນາງ ເມັງ ຫວານຊູ (ຊ້າຍ), ຜູ້ຊຶ່ງຖືກຈັບກຸມ ຈາກໃບສັ່ງ ໃຫ້ສົ່ງກັບສະຫະລັດ ເພື່ອທຳເນີດຄະດີ, ແວນຄູເວີ, ການາດາ, 10 ທັນວາ 2018.