ອົງການ FBI ເປີດເຜີຍ ອີແມລ ຈຳນວນນຶ່ງ ໃນການສືບສວນ ທ່ານນາງ Clinton

ຮູບທ່ານນາງ Hillary Clinton (ຊ້າຍ) ແລະຜູ້ອຳນວຍການ ອົງການ FBI ທ່ານ James Comey (ຂວາ).

ອົງການ​ສັນຕິ​ບານ​ກາງຫຼື FBI ຂອງ​ສະຫະລັດ ​ໃນ​ວັນ​ສຸກ​ວານ​ນີ້ໄດ້​ເປີດ​ເຜີຍ​ອີ​ແມ​ລ 58 ໜ້າ ຈາກ​ການ​ສືບສວນ ​ຜູ້​ສະໝັກ​ເປັນ​ປະທານາທິບໍດີ ​ຂອງ​ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ກ່ຽວ​ກັບ​ການ​ໃຊ້​ເຄື່ອງ​ບໍລິການ​ອີ​ແມ​ລ​ເອກກະ​ຊົນ​ໃນ​ລະຫວ່າງ​ທີ່​ທ່ານ​ນາງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​.

ຖະ​ແຫຼງຂ່າວ​ຈາກ​ຫ້ອງການ​ປະຊາສຳພັນ​ຂອງ​ອົງການ FBI ​ແຈ້ງວ່າ “ມື້ນີ້ ອົງການ​ FBI ​ໄດ້​ເປີດ​ເຜີຍ​ຂໍ້​ໃຫຍ່​ໃຈຄວາມກ່ຽວ​ກັບ​ການ​ສຳພາດ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ​ເມື່ອ​ວັນ​ທີ 2 ກໍລະ ກົດ​ປີ 2016 ກັບ​ອົງການ FBI ​ໃນ​ການ​ກ່າວ​ຫາ​ທີ່​ວ່າມີ​ຂໍ້​ມູນ​ລັບ​ໄດ້​ຖືກ​ເກັບ​ມ້ຽນ ​ຫຼືສົ່ງ​ໃຫ້​ໃນແບບ​ບໍ່​ເໝາະ​ສົມ ​ໃນ​ເຄື່ອງ​ບໍລິການ​ອີ​ແມ​ລສ່ວນ​ຕົວ ທີ່​ທ່ານ​ນາງ​ໄດ້​ໃຊ້​ໃນ​ລະຫວ່າງ​ຮັບ​ຕຳ​ແໜ່​ງຢູ່​ນັ້ນ.”

ນອກ​ນັ້ນ ອົງການ FBI ຍັງ​ໄດ້​ເປີດ​ເຜີຍ​ໃນ​ອັນ​ທີ່​ຕົນ​ເອີ້ນວ່າ “​ໃຈ​ຄວາມ​ຂໍ້​ເທັດ​ຈິງ” ​ຂອງ​ການ​ສືບສວນ ​ເພື່ອ​ເຫັນ​ແກ່​ຄວາມ​ໂປ່​ງ​ໃສ​ແລະ​ສະໜອງ​ຕອບ​ຕໍ່​ການຮ້ອງ​ຂໍ​ຫລາຍໆ​ຄັ້ງ ກ່ຽວ​ກັບ​ສິດ​ເສລີພາບ​ໃນ​ດ້ານ​ຂໍ້​ມູນ​ຂ່າວສານ.

​ເອກ​ກະສາ​ນ​ເຫລົ່ານີ້​ ແມ່ນ​ຮວມທັງ​ລາຍ​ລະອຽດ​ທາງ​ດ້ານ​ເທັກ​ນິກກ່ຽວ​ກັບ​ການ​ຕິດຕັ້ງ​ເຄື່ອງ​ບໍລິການ​ອີ​ແມ​ລ ຢູ່​ຊັ້ນລຸ່ມ​ຂອງ​ເຮືອນ​ທ່ານ​ນາງ Clinton.

ອົງການ FBI ​ໄດ້​ປິດ​ການ​ສືບສວນ​ເປັນ​ເວລາ​ນຶ່ງ​ປີ​ຂອງ​ຕົນ​ໃນ​ເດືອນ​ແລ້ວນີ້ກ່ຽວ​ກັບ​ວ່າ ທ່ານ​ນາງ Clinton ​ແລະ​ຜູ້ຊ່ອຍ​ຂອງ​ທ່ານ​ນາງ ​ໄດ້​ຈັດການ ​ກັບ​ຂໍ້ມູນທີ່​ບໍ່​ຖືກຕ້ອງ​ ແບບ ​ໃດ​ເວລາ​ສົ່ງ​ຜ່ານ​ເຄື່ອງ​ບໍລິການ​ອີ​ແມ​ລ​ເອກ​ກະ​ຊົນທີ່​ຕິດຕັ້ງຢູ່​ຊັ້ນລຸ່ມໃນເຮືອນ​ທ່ານ​ນາງ ທີ່​ນະຄອນ​ຄອນ​ນິວຢອກ.

ຜູ້ອຳນວຍການ​ອົງການ FBI ທ່ານ James Comey ກ່າວ​ວ່າ ​ເຈົ້າໜ້າ​ທີ່​ຂອງ​ທ່ານ​ບໍ່​ໄດ້​ພົບ​ເຫັນ​ຫລັກ​ຖານ​ໃດໆ​ກ່ຽວ​ກັບ​ການ​ກະທຳ​ຜິດໂດຍ​ຜູ້​ສະໝັກ​ເປັນ​ປະທາ​ນາ​ທິບໍດີ​ຂອງ​ພັກ​ເດ​ໂມ​ແຄຣັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ