ທະນາຄານກາງ ສຫລ ຍັງຮັກສາ ອັດຕາດອກເບ້ຍ ໃຫ້ຢູ່ໃນລະດັບຕ່ຳ

ຊາຍຄົນໜຶ່ງຍ່າງຜ່ານ ສຳນັກງານໃຫຍ່ ຂອງ ທະນາຄານກາງ ສະຫະລັດ ຫຼື Federal Reserve Bank ຢູ່ໃນນະຄອນຫຼວງ ວໍຊິງຕັນ, ດີຊີ.

ບັນດາເຈົ້າໜ້າທີ່ດ້ານເສດຖະກິດ ຂອງສະຫະລັດ ຍັງ​ສືບ​ຕໍ່ຮັກສາອັດຕາດອກເບ້ຍ ໃຫ້ ຢູ່ໃນລະດັບ ທີ່ເກືອບວ່າ ຕ່ຳເປັນປະຫວັດການ ໃນວັນພຸດວານນີ້ ແຕ່ໄດ້ກ່າວວ່າ ກໍລະນີ ທີ່ຈະມີການຂຶ້ນອັດຕາດອກເບ້ຍນັ້ນ ແມ່ນ “ມີຄວາມ​ເປັນ​ໄປ​ໄດ້ຫຼາຍຂຶ້ນ.”

ບັນດານັກຊ່ຽວຊານຫຼາຍທ່ານ ຕີຄວາມໝາຍວ່າ ​ແມ່ນເປັນສັນຍານທີ່ ທະນາຄານກາງ ສະຫະລັດ ອາດຈະຂຶ້ນອັດຕາດອກເບ້ຍ ໃນເດືອນທັນວາ ຈະມາເຖິງນີ້. ທະນາຄານກາງ ໄດ້ກ່າວຢ້ຳ ເຖິງຄຳໝັ້ນສັນຍາ ທີ່ວ່າ ໃນເວລາໃດ ຕົນເລີ່ມຂຶ້ນຄ່າໃຊ້ຈ່າຍ ໃນການກູ້ຢືມ​ແລ້ວ ຕົນຈະຂຶ້ນອັດຕາດອກເບ້ຍ ເທື່ອລະ​ເລັກ​ລະໜ້ອຍ.

ຊາຍຄົນໜຶ່ງ ຍ່າງຜ່ານປ້າຍໄຟຟ້າ ສະແດງໃຫ້ເຫັນ ລາຄາຂອງຮຸ້ນ ຢູ່ໃນຕະຫຼາດ Nikkei ຂອງຍີ່ປຸ່ນ ທີ່ມີດັດສະນີຢູ່ 225 ທີ່ໄດ້ຕົກລົງ 80.18 ຄະແນນ ຫຼຶ 0.5 ເປີເຊັນ ສະເລ່ຍເປັນ 16,411.97 ຢູ່ທີ່ຕະຫຼາດຫລັກຊັບ ໃນໂຕກຽວ, ວັນທີ 21 ກັນຍາ 2016.

ບັນດາເຈົ້າໜ້າທີ່ທະນາຄານກາງ ​ແມ່ນໃຊ້ອັດຕາດອກເບ້ຍທີ່ຕ່ຳນັ້ນ ​ເພື່ອ​ເປັນຄັນເລັ່ງ ​ໃນການ​ຊຸກ​ຍູ້​ໃຫ້​ເສດຖະກິດຂະຫຍາຍຕົວ ແລະ ການ​ຂຶ້ນອັດຕາດອກເບ້ຍ ເປັນຄືກັບ ຄັນຫ້າມລໍ້ ເພື່ອຮັກສາເສດຖະກິດ ບໍ່​ໃຫ້ມີອັດຕາເງິນເຟີ້ສູງ ຫຼື ລາຄາຮຸ້ນທີ່ບໍ່ສົມຈິງ.

ການຕັດສິນໃຈຂອງທະນາຄານກາງສະຫະລັດ ມີຂຶ້ນຫຼັງຈາກ ການອະພິປາຍໂດຍ ບັນດາຜູ້ນຳຂອງທະນາຄານຍີ່ປຸ່ນ ຫຼື BOJ ຊຶ່ງກຳນົດນະໂຍບາຍຕ່າງໆ ໃຫ້ແກ່ ເສດຖະກິດ ທີ່ໃຫຍ່ທີ່ສຸດ​ເປັນອັນດັບສາມຂອງໂລກ. ບັນດາເຈົ້າໜ້າທີ່ BOJ ໄດ້ປັບ ຄວາມພະຍາຍາມ ເພື່ອຮັບ​ມືກັບ ອັດຕາເງິນເຟີ້ ດ້ວຍການເລັ່ງລັດ ​ໃຫ້​ເສດຖະກິດ ຂະຫຍາຍຕົວຂຶ້ນ. ໂຄງການທີ່ສະລັບສັບຊ້ອນ ໄດ້ເພັ່ງເລັງໃສ່ ອັດຕາດອກເບ້ຍ ໄລຍະ ຍາວທີ່ຕ່ຳ ໃຫ້ຫຼາຍຂຶ້ນ ແລະສືບຕໍ່​ໃນຄວາມພະຍາຍາມ ເພື່ອເຮັດໃຫ້ການກູ້ຢືມ​ເງິນ ສຳລັບເລີ່ມຕົ້ນທຸລະກິດ ແລະເພື່ອຊື້ບ້ານ​ເຮືອນ ໃຫ້ງ່າຍຂຶ້ນ.

ບັນດາເຈົ້າໜ້າທີ່ທະນາຄານກາງ ໃນວໍຊິຕັນ ໂຕກຽວ ແລະ ແຫ່ງ ອື່ນໆ ແມ່ນກຳລັງຮັບມື ກັບ ການຂະຫຍາຍຕົວຂອງເສດຖະກິດໂລກ ແລະ ການຄ້າລະຫວ່າງປະເທດ ທີ່ຊ້າລົງ ອິງຕາມອົງການເພື່ອການຮ່ວມມື ແລະ ການພັດທະນາ ດ້ານເສດຖະກິດ ຫຼື OECD. ໃນວັນພຸດວານວານນີ້ ບັນດານັກຊ່ຽວຊານຂອງ​ອົງການ OECD ໄດ້ເຜີຍແຜ່ບົດການ ສຶກສາຄົ້ນຄວ້າ ສະບັບໃໝ່ ທີ່ໄດ້ກ່າວວ່າ ເສດຖະກິດໂລກ ແມ່ນມີກຳນົດ ຈະຂະຫຍາຍ ຕົວ ພຽງ 2.9 ເປີເຊັນ ໃນປີນີ້ ແລະ 3.2 ເປີເຊັນ ໃນປີ 2017. ອັນນັ້ນ ແມ່ນປະມານ ໜຶ່ງສ່ວນສິບ ຂອງ​ໜຶ່ງເປີເຊັນ ຊ້າກວ່າ ການຄາດໝາຍກັນໄວ້ ກ່ອນໜ້ານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Your browser doesn’t support HTML5

Federal Reserve Says US Economy Strong But Waits to Raise Rates