ອາຊະຍາກໍາຄວາມຮຸນແຮງ ຢູ່ໃນສະຫະລັດ ໄດ້ຄ່ອຍໆຫຼຸດລົງ ໃນປີທີ່ແລ້ວນີ້ ເຖິງແມ່ນວ່າຈໍານວນໂຕເລກຂອງການຄາດຕະກໍາແມ່ນຢູ່ໃນຂອບເຂດທີ່ສູງຂຶ້ນ ລຸນຫຼັງການເພີ້ມຂຶ້ນຢ່າງໄວວາ ໃນລະດັບທີ່ສູງທີ່ສຸດ ຂອງການລະບາດໃຫຍ່ພະຍາດໂຄວິດ-19 ໃນປີທີ່ຜ່ານມາ, ອີງຕາມບົດລາຍງານໃໝ່ ຂອງອົງການ ສັນຕິບານກາງຫຼື FBI ໃນວັນພຸດວານນີ້.
ລາຍງານດັ່ງກ່າວນັ້ນ ມີຂຶ້ນໃນຊ່ວງເວທີ່ຊາວອາເມຣິກາທັງຫຼາຍມີຄວາມກັງວົນກ່ຽວກັບອາຊະຍາກໍາຄວາມຮຸນແຮງ, ແລະປະເດັນດັ່ງກ່າວນີ້ກໍເຂົ້າມາມີບົດບາດສໍາລັບການກ່າວຄໍາປາໄສ ຕໍ່ສາທາລະນະ ກ່ອນການເລືອກຕັ້ງລັດຖະສະພາສະ ຫະລັດກາງສະໄໝ ທີ່ກໍາລັງມີຂຶ້ນໃນເດືອນໜ້ານີ້.
ແຕ່ ອົງການ FBI ໄດ້ເຕືອນວ່າ ຢ່າໃຫ້ຄວາມສຳຄັນຫຼາຍເກີນໄປ ຕໍ່ຂໍ້ມູນນີ້, ໂດຍກ່າວວ່າ ໂຕເລກດັ່ງກ່າວນັ້ນ ແມ່ນຢູ່ບົນພື້ນຖານຄວາມສໍາຄັນຂອງການຄາດຄະເນຕາມສະຖິຕິ.
ອົງການ FBI ກ່າວຢູ່ໃນຖະແຫຼງການວ່າ “ລັກສະນະທີ່ບໍ່ມີຄວາມສໍາຄັນແບບ ທໍາມະຊາດຂອງການສັງເກດ ມີທ່າອ່ຽງວ່າດ້ວຍເຫດໃດ, ເຖິງແມ່ນການອະທິ ບາຍເຫຼົ່ານັ້ນມີການປ່ຽນແປງ, ແຕ່ຂໍ້ຄວາມໂດຍລວມ ແມ່ນຍັງຄົງສອດຄ່ອງກັນ.”
ອົງການ FBI ກ່າວວ່າ ໂດຍລວມແລ້ວ, ມີການກໍ່ອາຊະຍາກໍາຄວາມຮຸນແຮງ ຈໍານວນ 1,326,600 ກໍລະນີໃນປີທີ່ຜ່ານມາ, ເຊິ່ງຫຼຸດລົງ 1 ເປີເຊັນຈາກລະ
ດັບ 1,313,200 ໃນປີ 2020. ອົງການ FBI ກ່າວຕື່ມວ່າ ການລວມກັນໃນການຫຼຸດລົງນັ້ນ ແມ່ນຫຼຸດລົງມາຢ່າງໄວວາເກືອບ 9 ເປີເຊັນກ່ຽວກັບການປຸ້ນຈີ້.
ໃນຂະນະດຽວກັນ, ຈໍານວນໂຕເລກຂອງການຄາດຕະກໍາເພີ້ມຂຶ້ນຈາກ 22,000 ກໍລະນີເປັນ 22,900 ກໍລະນີ ໃນປີ 2021 ເຊິ່ງເພີ້ມຂຶ້ນເຖິງ 4.3 ເປີເຊັນ.