ມືປືນທີ່ຍິງສັງຫານຢູ່ເມືອງ Orlando ທ້າວ Omar Mateen ໃນຕອນຕົ້ນໄດ້ເວົ້າເປັນພາສາອາຣັບ ແລະປະກາດຕົນເອງວ່າ ເປັນ “ເປັນທະຫານອິສລາມ” ລະຫວ່າງການໂທລະສັບ ຫາພວກເຈົ້າໜ້າທີ່ສຸກເສີນ ໃນຂະນະທີ່ລາວສັງຫານ 49 ຄົນນັ້ນ ອີງຕາມບັນທຶກການໂອ້ລົມທີ່ນຳອອກເຜີຍແຜ່ ໂດຍອົງການສັນຕິບານກາງ FBI ຂອງສະຫະລັດ ໃນວັນຈັນວານນີ້.
“ຂ້ອຍຢູ່ເມືອງ Orlando ແລະໄດ້ຍິງສັງຫານ” ລາວໄດ້ກ່າວຕໍ່ຜູ້ຮັບໂທລະສັບສຸກເສີນ 911 ລະຫວ່າງການໂທລະສັບໄປແຈ້ງຄວາມຂັ້ນຕົ້ນຈາກບາ Pulse ໃນຕອນເຊົ້າວັນອາທິດ ຫຼາຍຊົ່ວໂມງຂອງວັນທີ 12 ເດືອນມິຖຸນາ.ການເປີດເຜີຍນີ້ໄດ້ສະແດງໃຫ້ເຫັນລາຍລະອຽດໃໝ່ຈຳນວນນຶ່ງກ່ຽວກັບການຍິງສັງຫານ ດັ່ງກ່າວ.
ບັນທຶກການໂອ້ລົມໃນຂັ້ນຕົ້ນໄດ້ຖືກລຽບລຽງໃໝ່ ເພື່ອຄຳປະຕິຍານຂອງ ທ້າວ Mateen
ຕໍ່ກຸ່ມລັດອິສລາມ ແລະຜູ້ນຳຂອງກຸ່ມ ທ້າວ Abu Barkr al-Baghdadi. ກະຊວງຍຸຕິທຳກ່າວຢູ່ໃນຖະແຫລງການໃນຂະນະທີ່ນຳອອກເຜີຍແຜ່ຂໍ້ຄວາມໃນການໂອ້ລົມສົນທະນາທັງໝົດ ໃນຄວາມພະຍາຍາມເພື່ອໃຫ້ເປັນທີ່ແຈ້ງຂາວໃນຂະນະທີ່ຍັງເປັນທີ່ແຕະຕ້ອງຈິດໃຈຕໍ່ບັນດາຄອບຄົວຂອງຜູ້ເຄາະຮ້າຍ ແລະບໍ່ໄດ້ສະໜອງລາຍລະອຽດຕໍ່ສາທາລະນະກ່ຽວກັບກຸ່ມກໍ່ການຮ້າຍ.
“ຂ້າພະເຈົ້າຂໍປະຕິຍານທີ່ຈະຈົງຮັກພັກດີີ ຕໍ່ທ້າວ Abu Barkr al-Baghdadi ຂໍໃຫ້ພະເຈົ້າຈົ່ງປົກປ້ອງລາວ ຕາງໜ້າໃຫ້ລັດອິສລາມ” ນັ້ນແມ່ນການໂອ້ລົມທີ່ບໍ່ໄດ້ດັດແປງຂອງໂທລະສັບສຸກເສີນ 911 ຊຶ່ງເຈົ້າໜ້າທີ່ກ່າວວ່າ ໃຊ້ເວລາຢູ່ປະມານ 50 ວິນາທີ.
ປະທານສະພາຕໍ່າ ທ່ານ Paul Ryan ໄດ້ຕິຕຽນການຕັດສິນໃຈ ຊຶ່ງໃນຂັ້ນຕົ້ນໄດ້ນຳອອກ ເຜີຍແຜ່ ພຽງແຕ່ຂໍ້ຄວາມທີ່ໄດ້ລຽບລຽງແລ້ວເທົ່ານັ້ນ.
ສື່ສັງຄົມລັດອີສລາມ IS ແຈກຢາຍຮູບພາບໃນຫລາຍພາສາ ທີ່ພວກເດັກນ້ອຍພາກັນຖືປ້າຍ ຢູ່ໃນເຂດລັດອິສລາມ "ສະແດງຄວາມຍິນດີ" ໃນການຕາຍຂອງສະຫະລັດ ທີ່ອ້າງເຖິງການຍິງກັນຢູ່ເມືອງ Orlando ລັດ Florida.
ທ່ານ Ryan ກ່າວວ່າ “ຄວາມພະຍາຍາມທີ່ເລືອກລຽບລຽງບັນທຶກເປັນບາງ ບ່ອນເທົ່ານັ້ນ ແມ່ນໄດ້ສະທ້ອນໃຫ້ເຫັນບັນຫາ ໃນຂອບເຂດທີ່ກວ້າງຂວາງແລະ ຮ້າຍແຮງກວ່າ ນັ້ນກໍຄື ລັດຖະບານຊຸດນີ້ ຍັງສືບຕໍ່ດຳເນີນຄວາມພະຍາຍາມ ບໍ່ໃຫ້ຄວາມສຳຄັນແລະຫັນເຫຄວາມສົນໃຈໄປຈາກການຂົ່ມຂູ່ຂອງກຸ່ມອິສລາມຫົວຮຸນແຮງນີ້ເປັນສິ່ງທີ່ຮັບບໍ່ໄດ້. ເພື່ອເອົາໄຊຊະ ນະພວກກໍ່ການຮ້າຍ ຕາພວກເຮົາຕ້ອງເປີດໃຫ້ແຈ້ງກ່ຽວກັບວ່າ ເຮົາຕໍ່ສູ້ກັບໃຜ.”
ອີງຕາມບັນດາເຈົ້າໜ້າທີ່ອົງການ FBI ແລ້ວ ທ້າວ Marteen ຊຶ່ງໃນທີ່ສຸດໄດ້ ຖືກສັງຫານໂດຍຕຳຫລວດນັ້ນຍັງໄດ້ພົວພັນກັບການໂທລະສັບສາມເທຶ່ອລົມກັບ ພວກເຈົ້າໜ້າທີ່ແກ້ໄຂບັນຫາສຸກເສີນ ໃນຂະນະທີ່ລາວໄດ້ກ່າວວ່າ ລາວເປັນຜູ້ທຳການໂຈມຕີ ເພື່ອຕອບໂຕ້ ຕໍ່ການຖີ້ມລະເບີດໃສ່ຊີເຣຍແລະອີຣັກຂອງສະຫະ ລັດ.