ຜູ້ສະໝັກເປັນປະທານາທິບໍດີພັກເດໂມແຄຣັດ ທ່ານນາງ Hillary Clinton ໄດ້ຖະແຫຼງ ກ່ຽວກັບການປະກາດ ໃນການສືບສວນ ຂອງອົງການສັນຕິບານກາງ ຫຼື FBI ສະຫະລັດ ທີ່ວ່າຕົນໄດ້ຄົ້ນພົບອີແມລໃໝ່ທີ່ພົວພັນກັບການໃຊ້ເຄື່ອງບໍລິການອີແມລເອກກະຊົນໃນຂະນະທີ່ທ່ານນາງ ເປັນລັດຖະມົນຕີການຕ່າງປະເທດສະຫະລັດ ແລະຄົ້ນຫາຄວາມຈິງກ່ຽວກັບເລື້ອງນີ້.
ທ່ານນາງ Clinton ໄດ້ຖະແຫລງຕໍ່ສື່ມວນຊົນ ບໍ່ເທົ່າໃດຊົ່ວໂມງຫລັງຈາກການປະກາດຂອງຜູ້ອຳນວຍການ ອົງການ FBI ທ່ານ James Comey ທີ່ກ່າວວ່າ ອີແມລເຫຼົ່ານີ້ໄດ້ຖືກຄົ້ນພົບ ໃນການສືບສວນອີກຄະດີນຶ່ງ ທີ່ອາດມີຜົນກະທົບຕໍ່ທ່ານນາງ Clinton.
ທ່ານນາງ Hillary Clinton ຖະແຫຼງທີ່ໂຮງຮຽນມັດທະຍົມປາຍ Theodore Roosevelt ໃນເມືອງ Des Moines ລັດ Iowa. (ຕຸລາ 28 2016)
ທ່ານນາງ Clinton ຮຽກຮ້ອງໃຫ້ອົງການ FBI ເປີດເຜີຍຂໍ້ມູນທັງໝົດກ່ຽວຂ້ອງກັບການສືບສວນໃນການຄົ້ນພົບໃໝ່ ໂດຍກ່າວວ່າ “ພວກເຮົາຂໍຮຽກຮ້ອງໃຫ້ອົງການ FBI ເປີດເຜີຍຂໍ້ມູນທັງໝົດທີ່ຕົນມີຢູ່. ແມ່ນແຕ່ຜູ້ອຳນວຍການ Comey ກໍໃຫ້ຂໍ້ສັງເກດວ່າ ຂໍ້ມູນໃໝ່ດັ່ງກ່າວນີ້ ອາດບໍ່ມີຄວາມສຳຄັນໃດໆເລີຍ ສະນັ້ນຈຶ່ງຄວນເປີດເຜີຍໃຫ້ທຸກຄົນຮູ້.”
ພ້ອມນີ້ ທ່ານນາງຍັງກ່າວວ່າ ທ່ານນາງມີຄວາມເຊື່ອໝັ້ນວ່າ ການສືບສວນໃໝ່ນີ້ ຈະບໍ່ປ່ຽນແປງຜົນສະຫລຸບທີ່ອົງການ FBI ໄດ້ໃຫ້ໄປແລ້ວ ກ່ຽວກັບຄະດີຂອງທ່ານນາງເມື່ອເດືອນກໍລະກົດຜ່ານມາ ຊຶ່ງໃນເວລານັ້ນ ທ່ານ Comey ກ່າວວ່າ ທ່ານນາງ Clinton ມີຄວາມເລີ້ນເລີ້ບໍ່ລະມັດລະວັງເປັນທີ່ສຸດກ່ຽວກັບການເກັບຮັກສາອີແມລຂອງລັດຖະບານ ໂດຍໃຊ້ເຄື່ອງບໍລິການຂອງເອກກະຊົນ ແຕ່ກໍກ່າວວ່າ ບໍ່ມີຫລັກຖານໃດໆທີ່ສະແດງໃຫ້ເຫັນວ່າທ່ານນາງໄດ້ແບ່ງປັນຂໍ້ມູນລັບ ໃຫ້ແກ່ພັກຝ່າຍທີ່ບໍ່ໄດ້ຮັບອະນຸຍາດ ດ້ວຍຄວາມຕັ້ງໃຈ ແລະພະຍາຍາມປົກປິດກ່ຽວກັບເລື້ອງນີ້.
Your browser doesn’t support HTML5
Republican Candidate Trump Comments Clinton Email Probe
ຫລັງຈາກກ່ຽວກັບການສືບສວນໄດ້ມີການເປີດເຜີຍໃນມື້ວານນີ້ແລ້ວຍັງມີລາຍງານເພີ້ມ ຕື່ມກ່ຽວກັບຫລັກຖານໃໝ່ ໃນການສືບສວນຂອງລັດຖະບານກາງ ຕໍ່ອະດີດສະມາຊິກສະພາລັດນິວຢອກ ທ່ານ Antony Weiner ທີ່ໄດ້ແຕ່ງງານກັບ ຜູ້ຊ່ວຍຄົນສຳຄັນຂອງທ່ານນາງ Clinton ຄືທ່ານນາງ Huma Abedin.
ທ່ານ Weiner ໄດ້ຖືກສືບສວນຍ້ອນເວົ້າເລື້ອງເພດສຳພັນກັບເດັກຍິງທີ່ອາຍຸຕ່ຳກວ່າກະ ສຽນ ທີ່ລັດ North Corolina. ເວລານີ້ ທ່ານ ແລະທ່ານນາງ Abedinໄດ້ແຍກທາງກັນແລ້ວ.
ແຫຼ່ງຂ່າວຂອງລັດຖະບານແຈ້ງໃຫ້ຊາບໃນວັນສຸກວານນີ້ວ່າ ອົງການ FBI ໄດ້ຄົ້ນພົບອີແມລໃໝ່ຈາກເຄື່ອງບໍລິການເອກກະຊົນ ຂອງທ່ານນາງ Clinton ຫຼັງຈາກອົງການ FBI ໄດ້ຍຶດເອົາເຄື່ອງບໍລິການຂອງທ່ານ Weiner ແລະທ່ານນາງ Abedin.