ອົງການສັນຕິບານກາງ FBI ສືບສວນການຂູ່ວາງລະເບີດ ຢູ່ມະຫາວິທະຍາໄລຕ່າງໆ ຂອງຊາວຜິວດຳ

ພວກນັກສຶກສາຍ່າງຢູ່ໃນວິທະຍາເຂດ ຂອງມະຫາວິທະຍາໄລ ຮາວວາດ (Howard University), ຊຶ່ງເປັນນຶ່ງໃນຫົກ ວິທະຍາໄລ ແລະມະຫາວິທະຍາໄລ ຂອງຊາວຜິວດຳ ຫຼື (HBCUs) ໃນທົ່ວສະຫະລັດ ທີ່ໄດ້ຮັບການຂົ່ມຂູ່ວາງລະເບີດ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 31 ມັງກອນ 2022.

ອົງການສັນຕິບານກາງ FBI ໄດ້ລະບຸໂຕຢ່າງໜ້ອຍ 5 ຄົນທີ່ຢູ່ໃນຄວາມສົນໃຈຂອງເຈົ້າ​ໜ້າ​ທີ່ ໃນການພົວພັນກັບ​ການຂົ່ມຂູ່ວາງລະເບີດຢູ່ຫຼາຍແຫ່ງໃນອາທິດນີ້ ຕໍ່ວິທະຍາໄລແລະມະຫາວິທະຍາໄລທີ່ເປັນປະຫວັດສາດຂອງຊາວຜິວດຳ ຫຼື HBCU ໃນສະຫະລັດ ອີງຕາມເຈົ້າໜ້າທີ່ປະຕິບັດກົດໝາຍ ຜູ້ທີ່ໄດ້ໂອ້ລົມກັບອົງການສື່ມວນຊົນຕ່າງໆ.

ເຈົ້າໜ້າທີ່ຜູ້ທີ່ໄດ້ໂອ້ລົມກັບອົງການຂ່າວເອພີ ໜັງສືພິມນິວຢອກໄທມສ໌ ວໍຊິງຕັນໂພສ ແລະ ລາຍການຂ່າວໂທລະພາບຂອງ NBC ໂດຍບໍ່ຂໍເປີດເຜີຍຊື່ ກ່າວວ່າ ພວກບຸກຄົນທີ່ຢູ່ໃນຄວາມສົນໃຈນັ້ນ ເປັນເຍົາວະຊົນ ແລະວ່າ ພວກຄົນຜູ້ທີ່ໄດ້ໂທລະສັບໄປຂົ່ມຂູ່ຕ່າງໆນາໆ ໃຊ້ວິທີການເຊັ່ນວ່າ ການປອມແປງຕົວຕົນ ເພື່ອອຳນວຍໃຫ້ປິດບັງແຫລ່ງທີ່ມາຂອງການໂທລະສັບເຂົ້າໄປ.

ອົງການ FBI ໄດ້ກ່າວໃນຖະແຫລງການສະບັບນຶ່ງເມື່ອວັນພຸດວານນີ້ ວ່າ ບໍ່ໄດ້ພົບເຫັນວັດຖຸລະເບີດໃດໆ ຢູ່ໃນໂຮງຮຽນທັງຫຼາຍທີ່ໄດ້ຮັບການຂົ່ມຂູ່ນັ້ນ ແຕ່ອົງການ FBI ກ່າວວ່າ “​ຖືເອົາການຂົ່ມຂູ່ທັງໝົດ ຢ່າງເອົາຈິງເອົາຈັງທີ່ສຸດ.”

ຖະແຫລງການນີ້ ກ່າວອີກວ່າ “ການຂົ່ມຂູ່ທັງຫຼາຍເຫຼົ່ານີ້ ແມ່ນກຳລັງຖືກສືບ ສວນສອບສວນ ເປັນ​ອາຊະຍາກຳກໍ່ຄວາມຮຸນແຮງ ທີ່ມີແຮງຈູງໃຈທາງເຊື້ອຊາດ ຫຼືຊົນເຜົ່າ ຍ້ອນ​ພວກຫົວຮຸນແຮງ​ຈັດແລະ​ມີຄວາມກຽດຊັງ.”

ໜ່ວຍງານດັ່ງກ່າວ ບໍ່ໄດ້ໃຫ້ຂໍ້ມູນໃດໆຕື່ມອີກ ກ່ຽວກັບພວກຜູ້ຕ້ອງສົງໄສ ຫຼືລາຍລະອຽດຂອງໄພຂົ່ມຂູ່ ໂດຍອ້າງວ່າ ການສືບສວນກຳລັງດຳເນີນຢູ່.

ການຂົ່ມຂູ່ວາງລະເບີດຄັ້ງທຳອິດ ໄດ້ເກີດຂຶ້ນ ໃນວັນຈັນຜ່ານມານີ້ ຕິດຕາມມາດ້ວຍຄັ້ງທີສອງໃນວັນອັງຄານ ທີ່ມີການຂົ່ມຂູ່ຄ້າຍຄືກັນ ຈຶ່ງໄດ້ກະຕຸ້ນໃຫ້ບັນດາເຈົ້າໜ້າທີ່ຂອງໂຮງຮຽນ ຍົກເລີກການສິດສອນໃນຫ້ອງຮຽນແລະໄດ້ສັ່ງການໃຫ້ຫລົບລີ້ຢູ່ສະຖານທີ່ປອດໄພ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ