ກະຊວງຕ່າງປະເທດສະຫະລັດ ກຳລັງເປີດການສືບສວນພາຍໃນຄືນໃໝ່ ກ່ຽວກັບວ່າ ຜູ້ສະໝັກະເປັນປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ແລະບັນດາຜູ້ຊ່ວຍຄົນສຳຄັນຂອງທ່ານນາງ ໄດ້ປະຕິບັດແບບບໍ່ຖືກຕ້ອງ ໃນການເກັບຮັກສາຂໍ້ມູນລັບ ຫລືບໍ່ ເວລາທ່ານນາງເປັນລັດຖະມົນ ຕີຕ່າງປະເທດ ພາຍໃຕ້ລັດຖະບານປະທານາທິບໍດີ Barack Obama.
“ພວກເຮົາຈະແນໃສ່ການດຳເນີນການຢ່າງວ່ອງໄວທີ່ສຸດເທົ່າທີ່ເປັນໄປໄດ້ ແຕ່ວ່າພວກເຮົາຈະບໍ່ວາງເສັ້ນຕາຍໃນການດຳເນີນງານ.” ໂຄສົກກະຊວງປ້ອງກັນປະເທດ ທ່ານ John Kirby ກ່າວໂດຍໃຫ້ຂໍ້ສັງເກດວ່າການທົບທວນພາຍໃນ ສາມາດເລີ້ມຂຶ້ນໄດ້ເລີຍໃນເວລານີ້ ຂະນະທີ່ກະຊວງຍຸຕິທຳໄດ້ສະຫລຸບໂດຍບໍ່ມີການກ່າວຫາໃດໆຕໍ່ທ່ານນາງ Clinton.
ທ່ານນາງ Hillary Clinton ເວລານີ້ຍັງເປັນ ລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດ
ການເຄື່ອນໄຫວນີ້ມີຂຶ້ນນຶ່ງມື້ ຫລັງຈາກລັດຖະມົນຕີຍຸຕິທຳ ທ່ານນາງ Loretta Lynch ໄດ້ເຫັນພ້ອມກັບການສະເໜີ ຂອງອົງການສັນຕິບານກາງ ຫລື FBI ຂອງສະຫະລັດວ່າ ບໍ່ມີຄວາມຜິດທີ່ຕ້ອງຍື່ນຟ້ອງ ກ່ຽວກັບເຫດການດັ່ງກ່າວ.
ສະມາສິກສະພາຕໍ່າ ພັກຣິພັບບລິກັນ ທ່ານ Jason Chaffetz ຈາກລັດ Utah (ຂວາ) ໂອ້ລົມກັບສະມາສິກສະພາຕໍ່າ ທ່ານ Elijah Cummings (ຊ້າຍ) ຈາກລັດ Maryland.
ບັນດາສະມາຊິກພັກຣີພັບບລິກັນ ຮວມທັງຄູ່ແຂ່ງທີ່ຈະຍາດເອົາຕຳແໜ່ງທີ່ທຳ ນຽບຂາວ ຂອງທ່ານນາງ ທ່ານ Donald Trump ໄດ້ກ່າວວ່າ ມັນເປັນເລື້ອງທີ່ບໍ່ຍຸຕິທຳ ໃນການບໍ່ຖືກຟ້ອງ ໂດຍກ່າວຫາວ່າອິດທິພົນຂອງທ່ານນາງ Clinton ໃນຖານະນັກການເມືອງທີ່ສຳຄັນ ໄດ້ຊ່ວຍທ່ານນາງຫລຸດພົ້ນຈາກການດຳເນີນຄະດີໃນການກະທຳຄວາມຜິດ.
ອະດີດຫົວໜ້າສູນກາງສືບລັບ CIA ທ່ານ David Petraeus.
ໃນຕອນເຊົ້າວັນພະຫັດວານນີ້ ຫົວໜ້າອົງການສັນຕິບານກາງ FBI ທ່ານ James Comey ໄດ້ກ່າວປ້ອງກັນການຕັດສິນໃຈຂອງທ່ານ ທີ່ບໍ່ໄດ້ດຳເນີນ ຄະດີໃນກະທຳຄວາມຜິດຕໍ່ທ່ານນາງ Clinton ເຖິງແມ່ນທ່ານໄດ້ເວົ້າວ່າ ຄະນະສືບສວນໄດ້ພົບເຫັນ ການເຮັດວຽກແບບບໍ່ລະມັດລະວັງ ໃນການນຳໃຊ້ ເຄື່ອງບໍລິການອີແມລເອກະຊົນຂອງທ່ານນາງ ທີ່ບໍ່ມີຄວາມປອດໄພນັ້ນ.
ປະທານສະພາຕໍ່າ ທ່ານ Paul Ryan ພັກຣີພັບບລິກັນ ຈາກລັດ Wisconsin.
ທ່ານ Comey ກ່າວຕໍ່ຄະນະກຳມະການ ຂອງສະພາຕໍ່າວ່າ ຫລັງຈາກການສືບສວນເປັນເວລານຶ່ງປີແລ້ວ ຄະນະສືບສວນໄດ້ຕັດສິນໃຈວ່າ ບໍ່ມີຫລັກຖານທີ່ວ່າ ທ່ານນາງ Clinton ຊຶ່ງບັດນີ້ຄາດວ່າຈະຖືກສະເໜີໃຫ້ເປັນຜູ້ສະໝັກປະທານາ ທິບໍດີພັກເດໂມແຄຣັດ ຫລືບັນດາຜູ້ຊ່ວຍຂອງທ່ານນາງ ໄດ້ຕັ້ງໃຈທີ່ຈະລະເມີດ ກົດໝາຍສະຫະລັດ ໃນການເປີດເຜີຍເອກກະສານລັບ. ຄະນະສືບສວນໄດ້ພົບເຫັນ ມີເອກະສານລັບ 113 ສະບັບ ຢູ່ໃນອີແມລຫລາຍກວ່າ 30,000 ສະບັບ ຂອງທ່ານນາງ Clinton ທີ່ເຂົາເຈົ້າໄດ້ທົບທວນເບິ່ງແຕ່ປີ 2009 ຫາປີ 2013 ໃນລະຫວ່າງການກຳຕຳແໜ່ງ ໃນນາມນັກການທູດສູງສຸດຂອງປະເທດ.
ຜູ້ສະໝັກເປັນ ປະທານາທິບໍດີ ສະຫະລັດ ທ່ານ Donald Trump ພັກຣິພັບບລິກັນ.