ໃນວັນພະຫັດວານນີ້ ທ່ານ James Comey ຜູ້ອຳນວຍການອົງການສືບສວນຂອງ
ລັດຖະບານກາງສະຫະລັດ ຫຼື FBI ໄດ້ໄປໃຫ້ຄໍາໃຫ້ການແບບປິດລັບ ຕໍ່ໜ້າຄະນະກຳ
ມະການສືບລັບຂອງສະພາຕ່ຳ ທີ່ເປັນສ່ວນນຶ່ງຂອງການສືບສວນການເຄື່ອນໄຫວຂອງ
ຣັດເຊຍ ຢູ່ໃນໄລຍະທີ່ມີການເລືອກຕັ້ງປະທານາທິບໍດີ ສະຫະລັດ ປີ 2016 ຜ່າມານັ້ນ.
ຜູ້ແທນສະພາຕໍ່າທ່ານ Mike Conaway ແລະທ່ານ Adam Schiff ໄດ້ກ່າວພາຍຫລັງ
ທີ່ ມີການຮັບຟັງໃນວັນພະຫັດວານນີ້ວ່າ ການໃຫ້ການດັ່ງກ່າວໄດ້ເຮັດໃຫ້ສະມາຊິກຄະ
ນະກຳມະການສືບສວນດັ່ງກ່າວມີ “ໂອກາດທີ່ມີຄຸນຄ່າເພື່ອຈະໄດ້ຊັກຖາມກ່ຽວກັບເລື່ອງຕ່າງໆ” ພາຍຫລັງທີ່ໄດ້ມີການຮັບຟັງທ່ານ Comey ແລະຜູ້ອຳນວຍການອົງການຄວາມ
ໝັ້ນຄົງແຫ່ງຊາດ ທ່ານ Michael Rogers ໃຫ້ການໃນເດືອນຜ່ານມານີ້ແລ້ວ.
ຢູ່ໃນຖະແລງການຮ່ວມຂອງຕົນນັ້ນ ບັນດາສະມາຊິກສະພາຕໍ່າກ່າວວ່າ ຄະນະກຳມະ
ການ ຍັງ “ມີຄວາມມຸ້ງໝັນທີ່ຈະສືບຕໍ່ເຮັດວຽກຮ່ວມກັບ FBI ໃນຂະນະທີ່ເຂົາເຈົ້າດຳ
ເນີນການສືບສວນຢູ່ນັ້ນ ເພື່ອຮັບປະກັນວ່າ ບໍ່ໃຫ້ມີກ້ອນຫີນກ້ອນ ທີ່ຈະບໍ່ຖືກປີ້ນ
ຫງາຍຂຶ້ນມາເບິ່ງ.”
Your browser doesn’t support HTML5
Comey: 'Makes Me Mildly Nauseous' That FBI Had An Impact on Election
ຖະແຫລງການດັ່ງກ່າວເວົ້າວ່າ ບາດກ້າວຕໍ່ໄປຂອງການສືບສວນກໍຄື ການສຳພາດ
ບັນດາພິຍານ ແລະການເປີດການຮັບຟັງຢ່າງເປີດເຜີຍ ຂອງອະດີດຜູ້ຮັກສາການລັດ
ຖະມົນຕີຍຸຕິທຳ ທ່ານນາງ Sally Yates, ອະດີດຜູ້ອຳນວຍການສືບລັດແຫ່ງຊາດ
ທ່ານ James Clapper ແລະອະດີດຜູ້ອຳນວຍການສູນກາງການສືບລັບ ຫລື CIA
ທ່ານ John Brennan .
ອະດີດລັດຖະມົນຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ຮ່ວມປະຊຸມ ບັນດາແມ່ຍິງ ເພື່ອແມ່ຍິງ ທີ່ນະຄອນ New York.
ທ່ານ Comey ກ່າວຕໍ່ຄະນະກຳມະການຍຸຕິທຳຂອງສະພາສູງ ໃນວັນພຸດທີ່ຜ່ານມາ
ວ່າ ມັນໄດ້ເຮັດໃຫ້ທ່ານ "ປຸ້ນທ້ອງໜ້ອຍນຶ່ງ” ທີ່ຄົນຄິດວ່າອົງການຂອງທ່ານ ອາດ
ໄດ້ສ້າງຜົນກະທົບຕໍ່ໄຊຊະນະຂອງທ່ານດໍໂນລ ທຣຳ ໃນການເລືອກຕັ້ງປະທານາ
ທິບໍດີພາຍຫລັງທີ່ອົງການດັ່ງກ່າວໄດ້ເປີດການສໍາຫລວດທ່ານນາງ Hillary Clinton
ຊຶ່ງເປັນຄູ່ແຂ່ງຂັນຂອງທ່ານຈາກພັກເດໂມແຄຣັດ ຄືນອີກພາຍໃນບໍ່ຫລາຍມື້ປານໃດ
ກ່ອນການເລືອກຕັ້ງຈັດຂຶ້ນ.
ປະທານາທິບໍດີ ດໍໂນລ ທຣໍາ ທີ່ຫ້ອງ Roosevelt ໃນທຳນຽບຂາວ ທີ່ນະຄອນຫລວງ ວໍຊິງຕັນ.
ທ່ານ Comey ກ່າວຕໍ່ຄະນະກຳມະການວ່າ ທ່ານຮູ້ສຶກເຈັບປວດໃນໃຈ ທີ່ຕ້ອງທໍາ
ການເປີດເຜີຍກ່ຽວກັບການສືບສວນຄືນຄັ້ງໃໝ່ຕໍ່ວິທີການເກັບກຳຂໍ້ມູນລັບຂອງທ່ານ
ນາງ Clinton ຢູ່ໃນບັນຊີອີ ເມລສ່ວນຕົວ ໃນໄລຍະເວລາທີ່ທ່ານນາງເປັນລັດຖະມົນ
ຕີກະຊວງຕ່າງປະເທດສະຫະລັດຢູ່ນັ້ນ. ການສືບສວນຄືນໃໝ່ໄດ້ເກີດຂຶ້ນໃນຫລາຍ
ເດືອນ ພາຍຫລັງທີ່ອົງການ FBI ໄດ້ລົງຄວາມເຫັນວ່າທ່ານນາງບໍ່ໄດ້ທຳຜິດຫຍັງ.