FBI ກ່າວວ່າ ຈີນແມ່ນ ອັນດັບນຶ່ງ ໃນບັນດາປະເທດ ທີ່ກໍ່ອາຊະຍາກຳ ທາງຄອມພີວເຕີ

ສ່ວນນຶ່ງຂອງຕຶກ 'Unit 61398' ຊຶ່ງເປັນພະແນກລັບ ຂອງກອງທັບຈີນ ທີ່ພົວພັນນຳການລັກລອບ ຂະໂມຍເອົາຂໍ້ມູນ ທາງຄອມພິວເຕີ, ຕັ້ງຢູ່ໃນເຂດຊານເມືອງຊຽງໄຮ້.

ທ່ານ James Comey ຫົວໜ້າ​ຕຳຫຼວດ​ສັນຕິ​ບານ FBI ຫຼື
ຫ້ອງ ການ​ສືບສວນ​ຂອງ​ລັດຖະບານ​ກາງ​ສະຫະລັດ ກ່າວ​ວ່າ
ຈີນ​ແມ່ນ​ຢູ່​ໃນ​ອັນ​ດັບ​ນຶ່ງ​ ໃນ​ບັນຊີ​ລາຍ​ຊື່​ປະ​ເທດ​ທີ່​ກໍ່ອາຊະ
ຍາກຳທາງ​ຄອມ​ພີ​ວ​ເຕີ ​ຕໍ່ຕ້ານ​ວົງ​ການ​ອຸດສາຫະກຳ​ອາ​ເມ
ຣິກັນ ​ຊຶ່ງສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ຫຼາຍ​ພັນ​ລ້ານ​ດອນ​ລາ ​ໃນ​
ແຕ່ລະ​ປີ.

ທ່ານ Corney ກ່າວ​ ຢູ່​ໃນ​ລາຍການ​ 60 ນາທີຂອງ​ຕາໜ່າງ
ໂທລະພາບ CBS ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຈີນ​ກຳລັງ​ດຳ​ເນີນ​
ການ​ຢ່າງ​ຕັ້ງໜ້າ ​ແລະ​ຢ່າງ​ແຜ່​ຫຼາຍ ​ໃນ​ຄວາມ​ພະຍາຍາມ​ຂອງ​
ຕົນ​ເພື່ອ​ລັກເອົາ​ຂໍ້​ມູນ​ຄວາມ​ລັບ ທີ່​ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້
​ແກ່​ວົງ​ການ​ທຸລະ​ກິດ ​ແລະ​ອຸດສາຫະກຳ​ຂອງ​ຕົນ.

ທ່ານ Corney ກ່າວ​ຕື່ມ​ວ່າ ຄ່າ​ເສຍ​ຫາຍ​ປະຈຳ​ປີ​ ຕໍ່​ພວກ​ບໍລິສັດ​ຂອງ​ສະຫະລັດ ​ແມ່ນ
“ນັບ​ບໍ່​ຖ້ວນ” ​ແຕ່​ຈະ​ເປັນ​ຈຳນວນ​ຫຼາຍ​ຕື້​ດອນ​ລາ.

ຈີນ ແລະ​ຄົນໃດ​ກໍ​ຕາມ ທີ່​ລັກລອບ​ເອົາ​ສິດທິ​ບັດ​ຫຼືປະ​ຕັງ ​ແລະ​ຄວາມ​ລັບ​ດ້ານ​ການ​ຄ້າ ​ຈາກ​ພວກ​ບໍລິສັດ​ຂອງ​ສະຫະລັດນັ້ນ ສາມາດ​ສົ່ງ​ຜົນ​ໃຫ້​ມີການສູນ​ເສຍໜ້າ​ວຽກ​ ແລະ
​ລາຍ​ຮັບໃນ​ຈຳນວນ​ຫຼວງ​ຫຼາຍ ຕໍ່​ອຸດສາຫະກຳ​ນັ້ນ​ໄດ້.

ທ່ານ Corney ກ່າວ​ວ່າ ຈຳນວນ​ຂອງ​ການ​ໂຈມ​ຕີ​ໃນ​ແຕ່​ລະ​ມື້​ລະ​ວັນ ​ຈາກ​ພວກ​ລັກລອບ​ເຂົ້າ​ເອົາ​ຂໍ້​ມູນ​ແລະ​ພວກ​ກໍ່​ການ​ຮ້າຍ​ໃນ​ເຄື່ອງ​ຄອມ​ພີ​ວ​ເຕີ​ ເປັນ​ຈຳນວນ​ຫຼາຍ​ເກີນ​ກ່ວາ​ທີ່
ຈະ​ນັບ​ໄດ້ ​ແລະ​ວ່າ​ພວກ​ຄົນ​ອາ​ເມຣິກັນກະ​ປະມານ​ຕໍ່າ ເກີນ​ໄປ ກ່ຽວ​ກັບ​ອັນຕະລາຍ​ຂອງ​ອາ​ຊະ​ຍາ​ກຳ​ທາງ​ຄອມ​ພີ​ວ​ເຕີ​ນີ້.

ສະຫະລັດໄດ້​ທຳ​ການ​ຟ້ອງ​ຮ້ອງ ນັກ​ຊ່ຽວຊານ​ກອງທັບ​ຈີນ 5 ຄົນ​ໃນ​ຂໍ້​ຫາລັກລອບ​ຂໍ້​ມູນ​ຈາກ​ຄອມ​ພີ​ວ​ເຕີ ​ໃນ​ເດືອນ​ພຶດສະພາຜ່ານ​ມາ ​ເຮັດ ໃຫ້ຈີນ​ໂກດ​ແຄ້ນຢ່າງ​ໃຫຍ່. ຈີນ​ປະ
ຕິ​ເສດ​ຕໍ່​ການ​ລັກລອບ ​ເຂົ້າໄປ​ລັກ​ເອົາ​ຂໍ້​ມູນ​ໃນ​ເຄື່ອງ​ຄອ​ມພີ​ວ​ເຕີ ​ແລະ​ກ່າວ​ຫາ​ສະຫະ
ລັດ​ວ່າ​ ທຳ​ການສອດ​ແນມ​ດ້ານ​ອຸດສາຫະກຳ.