ທ່ານ James Comey ຜູ້ອຳນວຍການອົງການສືບສວນຂອງລັດຖະບານກາງສະຫະ
ລັດຫຼື FBI ໃຫ້ການແບບປິດລັບ ຕໍ່ຄະນະກຳມະການສືບລັບຂອງສະພາຕ່ຳ ໃນວັນ
ພະຫັດມື້ນີ້ ໃນຖານະທີ່ເປັນພາກສ່ວນນຶ່ງຂອງການສືບສວນກ່ຽວກັບການແຊກແຊງ
ຂອງຣັດເຊຍເຂົ້າໃນການເລືອກຕັ້ງ ປີ 2016 ຂອງສະຫະລັດ.
ທ່ານ James Comey ໄດ້ກ່າວຕໍ່ຄະນະກຳມະການຍຸຕິທຳຂອງສະພາສູງໃນວັນພຸດ
ວານນີ້ ມັນເຮັດໃຫ້ທ່ານ “ວຽນຫົວປຸ້ນທ້ອງ” ທີ່ຄິດວ່າ ຫ້ອງການຂອງທ່ານ ມີສ່ວນ
ເຮັດໃຫ້ທ່ານດໍໂນລທຣຳ ໄດ້ຮັບໄຊຊະນະ ໃນການເລືອກຕັ້ງປະທານາທິບໍດີສະຫະລັດ ຫຼັງຈາກທ່ານທີ່ໄດ້ເປີດການສືບສວນຄືນໃໝ່ ກ່ຽວກັບທ່ານນາງ Hillary Clinton
ຜູ້ສະໝັກພັກ Democrat ພຽງບໍ່ເທົ່າໃດມື້ ກ່ອນທີ່ ການລົງຄະແນນເລືອກຕັ້ງຈະມີ
ຂຶ້ນນັ້ນ.
ເຊີນຊົມ: ຄຳໃຫ້ການ ຂອງທ່ານ Comey ທີ່ມີປົນກະທົບຕໍ່ການເລືອກຕັ້ງປ. ສະຫະລັດ
Your browser doesn’t support HTML5
ທ່ານ Comey ໄດ້ແຈ້ງໃຫ້ຄະນະກຳມະການຂອງສະພາສູງວ່າ ທ່ານຮູ້ສຶກເຈັບປວດ
ທີ່ໄດ້ເປີດເຜີຍ ການສືບສວນໃໝ່ ກ່ຽວກັບການເກັບຮັກສາ ຂໍ້ມູນລັບ ຂອງທ່ານນາງ
Clinton ໃນເຄື່ອງບໍລິການຮັບ email ສ່ວນຕົວຂອງທ່ານນາງ ໃນຂະນະທີ່ທ່ານນາງ
ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດສະຫະລັດນັ້ນ. ການສືບສວນຄືນໃໝ່
ໄດ້ມີຂຶ້ນ ພຽງບໍ່ເທົ່າໃດເດືອນ ຫຼັງຈາກທີ່ທາງອົງການ FBI ໄດ້ປະກາດໄປວ່າ ທ່ານນາງ ບໍ່ໄດ້ກະທຳຜິດຫຍັງ.
ທ່ານ Comey ໄດ້ກ່າວວ່າ ທ່ານໄດ້ຕັດສິນໃຈວ່າມັນອາດຈະເປັນ “ຄວາມຫາຍະນະ”
ທີ່ຈະປິດບັງຂໍ້ມູນນີ້ ຫຼັງຈາກທີ່ໄດ້ໃຫ້ການຄ້ຳປະກັນຕໍ່ທາງລັດຖະສະພາ ໄປແລ້ວວ່າ ການສືບສວນ ໄດ້ເສັດສິ້ນລົງແລ້ວນັ້ນ.
ທ່ານໄດ້ກ່າວວ່າ “ມັນເປັນທາງເລືອກທີ່ລຳບາກ ແຕ່ຂ້າພະເຈົ້າເຊື່ອວ່າ ມັນເປັນສິ່ງທີ່
ຖືກຕ້ອງ.”
ຕາມປົກກະຕິແລ້ວ ອົງການ FBI ແມ່ນພະຍາຍາມບໍ່ເປີດເຜີຍ ການສືບສວນຂອງ
ຜູ້ສະໝັກ ໃນເວລາສັ້ນໆ ກ່ອນການເລືອກຕັ້ງ ເພື່ອບໍ່ໃຫ້ມົນຜົນກະທົບຕໍ່ການເລືອກຕັ້ງ.
ແຕ່ທ່ານComey ໄດ້ກ່າວວ່າ “ບໍ່ເທົ່າພຽງແຕ່ສ້ຽວນາທີດອກ” ທີ່ທ່ານໄດ້ພິຈາລະນາ
ທີ່ວ່າການສືບສວນໃໝ່ນີ້ ອາດໄດ້ຊ່ອຍໃຫ້ທຣຳ ຊະນະທ່ານນາງ Clinton ໃນເດືອນ
ພະຈິກ ຜ່ານມານີ້.
ເຊີນຊົມ: ທ່ານ Comey ກ່າວວ່າ ການຕັດສິນໃຈເປີດເຜີຍ emails ຂອງທ່ານນາງ
Clinton ທີ່ມີຜົນກະທົບ ຕໍ່ທ່ານທຣຳ
Your browser doesn’t support HTML5
ທ່ານ Comey ໄດ້ເປີດເຜີຍຂໍ້ມູນນີ້ 11 ມື້ ກ່ອນການເລືອກຕັ້ງ ຫຼັງຈາກທີ່ການ
ສືບສວນ ໄດ້ພົບເຫັນອີແມລ ຫຼາຍພັນສະບັບ ຈາກກະຊວງການຕ່າງປະເທດຂອງ
ທ່ານນາງ Clinton ໃນເຄື່ອງຄອມພິວເຕີ ຂອງອະດີດສະມາຊິກສະພາ ທ່ານ Anthony
Wiener ຜູ້ຊຶ່ງເປັນສາມີທີ່ແຍກທາງກັນຂອງທ່ານນາງ Huma Abedin ຜູ້ຊ່ອຍທ່ານນາງ
Clinton.
ໃນວັນອັງຄານຜ່ານມານີ້ ທ່ານນາງ Clinton ໄດ້ຖິ້ມໂທດສ່ວນນຶ່ງໃສ່ທ່ານ Comey
ວ່າທີ່ເຮັດໃຫ້ທ່ານນາງປະລາໄຊໃນການເລືອກຕັ້ງ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ເຊີນຊົມ: ທ່ານ Comey ກ່າວເຖິງການປົກປ້ອງຄວາມເຊື່ອຖືຂອງ ອົງການສືບສວນ
ຂອງລັດຖະບານກາງ
Your browser doesn’t support HTML5