ວັນອາທິດຜ່ານມານີ້ ແມ່ນກົງກັບວັນພໍ່ ທີ່ສະຫະລັດອະເມຣິກາພໍດີ ເພາະສະນັ້ນ
ທາງລາຍການສຽງເພງຈາກແດນໄກ ຈຶ່ງຂໍຈັດເພງທີ່ມີຄວາມໝາຍດີໆ ທີ່ກ່ຽວກັບພໍ່ ເພື່ອສະແດງຄວາມຮູ້ບຸນຄຸນກະຕະເວທີຕໍ່ບັນດາພໍ່ຜູ້ບັງເກີດເກົ້າທັງຫຼາຍ ຂໍເຊີນເຂົ້າສູ່ລາຍການໄດ້ນະບັດນີ້.
ເນື່ອງໃນວັນສະຫຼອງວັນພໍ່ ທີ່ສະຫະລັດອະເມຣິກາ ຊຶ່ງກົງກັບວັນອາທິດນີ້ ທາງລາຍການ
ສຽງເພງຈາກແດນໄກຈຶ່ງຂໍຈັດເພງທີ່ມີຄວາມໝາຍດີໆມອບແດ່ບັນດາພໍ່ຜູ້ບັງເກີດເກົ້າ
ທັງຫຼາຍ ຂໍສັນລະເສີນ, ຂໍສະແດງຄວາມຮູ້ບຸນຄຸນ ກະຕັນຍູກະຕະເວທີ ຕໍ່ພໍ່ຊຶ່ງເປັນຜູ້ໃຫ້
ແລະຜູ້ເສຍສະລະມາຕະຫຼອດເພື່ອລ້ຽງລູກໃຫ້ເຕີບໃຫຍ່ ແລະຫັວງວ່າເພງທີ່ 3 ອັນມີ:
1. “Father and Daughter ໂດຍ Paul Simon
2. “Song For Dad” ໂດຍ Keith Urban
3. “Daddy's Home” ໂດຍ Jermaine Jackson
ຄົງພາໃຫ້ທຸກໆທ່ານມ່ວນຊື່ນແລະຍີ້ມໄດ້ ໂດຍສະເພາະບັນດາພໍ່ທັງຫຼາຍ. Happy Father's Day.
ກະລຸນາ click MP3 ເພື່ອຮັບຟັງເພງທັງໝົດໄດ້.