ທ່ານ Leonard ສາລະພາບຜິດ ໃນຄະດີ ໃຫ້ເງິນສິນບົນ ກອງທັບເຮືອ ສະຫະລັດ

ລັດຖະມົນຕີຊ່ວຍວ່າການ ກະຊວງຍຸຕິທຳ ສະຫະລັດ ທ່ານ Mark Pletcher (ຊ້າຍ) ແລະ ທ່ານ Robert Huie (ຂວາ) ລົມກັນຢູ່ນອກສານ ກ່ຽວກັບການສາລະພາບຜິດ ຂອງ ທ່ານ Francis Leonard.

ພະນັກງານ​ສັນຍາ​ຈ້າງຂອງກອງທັບ​ຊາວມາ​ເລ​ເຊຍຄົນ​ນຶ່ງ ຊຶ່ງ
ກຳລັງ​ຕົກ ເປັນຈຸດສູນ ກາງ​ກ່ຽວ​ກັບ​ການ​ສໍ້​ສາດ​ບັງ​ຫລວງ ທີ່​
ສັ່ນ​ສະ​ເທືອ​ນກອງ​ທັບ​ເຮືອສະຫະລັດ ​ໄດ້​ຍອມຮັບ​ສາລະພາບ​
ຜິດຕໍ່ຂໍ້ຫາ​ຮັບສິນບົນແລະສໍ້ໂກງ ໂດຍຍອມຮັບ​ວ່າ​ ຜູ້ກ່ຽວ​ໄດ້
​ປະຕິບັດ​ມາເປັນເວລາ​ສິບ​ປີແລ້ວ ໃນການສົມ ຮູ້ຮ່ວມຄິດ​ກັບ
ບັນດາ​ເຈົ້າ​ໜ້າ​ທີ່ ກອງທັບ​ເຮືອສະຫະລັດຫລາຍ​ຄົນ ສໍ້ໂກງ
ເງິນ​ຫລາຍ​ສິບ​ລ້ານ​ໂດ​ລາ ​ແລະໃຫ້ເງິນສິນບົນແລະຂອງຂວັນ
​ຫລາຍ​ລ້ານ​ໂດ​ລາ ຮວມທັງ​ເງິນສົດ ​ໂສ​ເພນີ ກອກຢາ​ຊີ​ກາ
​ຄິວ​ບາ ​ແລະ​ຊີ້ນ Kobe.

ທ່ານ Leonard Francis ​ໄດ້ຮັບ​ສາລະພາບໃນ​ຄວາມຜິດ​
ຂອງ​ທ່ານ​ ​ໃນ​ວັນ​ພະຫັດ​ວານ​ນີ້​ ທີ່ສານ​ລັດຖະບານ​ກາງ ​ໃນ​ນະຄອນ San Diego ຕັ້ງ​ຢູ່
​ທາງ ພາກຕາ​ເວັນ​ຕົກຂອງສະຫະລັດ ໃນລັດ California.

ທ່ານ Francis ຊຶ່ງເປັນທີ່ຮູ້​ກັນ​ດີ ​ໃນ​ວົງ​ການ​ທະຫານ​ວ່າ “Fat Leonard” ​ເພາະວ່າ ທ່ານ
ມີ​ຮູບ​ຮ່າງໃຫຍ່​ ​ແລະບໍລິສັດ​ຂອງ​ທ່ານ Glenn Defense Marine Asia ​ໄດ້​ຮັບ​ຂໍ້ມູນລັບ
​ຈາກບັນດາ​ເຈົ້າ​ໜ້າ​ທີ່​ກອງທັບ​ເຮືອ ​ໂດຍແລກ​ປ່ຽນກັບການຕິດສິນບົນ ​ເພື່ອ​ອະນຸຍາດ​ໃຫ້
ບໍລິສັດ​ຂອງທ່ານ​ໄລ່​ເງິນເກີນຄວາມ ເປັນຈິງ ຈາກ​ກອງທັບ​ສະຫະລັດ ​ຕົກເປັນ​ເງິນຫລາຍ
​ສິບ​ລ້ານ​ໂດ​ລາ.

ບັນດາ​ໄອ​ຍະ​ການກ່າວ​ວ່າ ຂໍ້​ມູນ​ລັບ​ແມ່ນຮວມທັງຂ່າວການ​ເຄື່ອນ​ໄຫວ​ ແລະ ໝາຍກຳ
ນົດການຂອງ​ກຳ​ປັ່ນລົບ ​ພ້ອມທັງຕາຕະລາງການເດີນທາງ ​ແລະ​ຕໍ່​ມາ​ກ່ຽວ​ກັບ​ການ​ສືບ
ສວນ ຂອງກອງທັບເຮືອສະຫະລັດ ກ່ຽວກັບການຄິດໄລ່ຢູ່​ບັນ​ຊີຂອງທ່ານ.