ຊາວກະສິກອນໃນທົ່ວປະເທດລາວມີງົວພັນ 20,000 ໂຕເທົ່ານັ້ນ ທີ່ໄດ້ມາດຕະຖານທີ່ຕະຫຼາດຈີນຕ້ອງການ ເຊິ່ງເຮັດໃຫ້ຈະຕ້ອງນໍາເຂົ້າງົວພັນຈາກຕ່າງປະເທດຈຳນວນບໍ່ຕ່ຳກວ່າ 50,000 ໂຕ.
Your browser doesn’t support HTML5
ນັກທຸລະກິດໃນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປີດເຜີຍວ່າ ການລ້ຽງງົວໃນລະບົບການລ້ຽງທີ່ໄດ້ຕາມມາດຕະຖານທີ່ຕະຫຼາດຈີນຕ້ອງການ ພາຍໃຕ້ລະບົບໂຄຕ້າທີ່ຈີນຈະນໍາເຂົ້າງົວຈາກລາວ 500,000 ໂຕຕໍ່ປີ ນັບແຕ່ປີ 2019 ເປັນຕົ້ນມານັ້ນ ຍັງບໍ່ທັນສາມາດຈັດຕັ້ງການປະຕິບັດຕົວຈິງໄດ້ເລີຍ ເພາະວ່າຊາວກະສິກອນລາວຍັງຂາດທັງທຶນຮອນ ເຕັກນິກທີ່ທັນສະໄຫມ ແລະແມ່ພັນ-ພໍ່ພັນທີ່ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດໃນຈີນ.
ໂດຍໃນປັດຈຸບັນ ທົ່ວປະເທດລາວ ມີງົວພັນ 20,000 ໂຕເທົ່ານັ້ນ ທີ່ໄດ້ມາດຕະຖານຕະຫຼາດໃນຈີນ, ໃນຂະນະທີ່ການຕອບສະຫນອງໃຫ້ໄດ້ຕາມໂຄຕ້າຂອງຈີນນັ້ນ ຈະຕ້ອງມີແມ່ພັນແລະພໍ່ພັນງົວ 67,000 ໂຕແລະ 3,000 ໂຕ ຕາມລໍາດັບ ຈຶ່ງເຮັດໃຫ້ຊາວກະສິກອນລາວຈະຕ້ອງນໍາເຂົ້າແມ່ພັນ ງົວຈາກຕ່າງປະເທດ 50,000 ໂຕ ໃຫ້ໄວເທົ່າທີ່ຈະໄວໄດ້ ເພື່ອຈະສາມາດຕອບສະໜອງລະບົບໂຄຕ້າຂອງຈີນໄດ້ພາຍໃນ 3 ປີຂ້າງໜ້າ ແຕ່ການຈັດຕັ້ງປະຕິບັດຕົວຈິງແມ່ນຍັງມີບັນຫາຢູ່ ເພາະຊາວກະສິກອນລາວຍັງຂາດທັງທຶນຮອນ ເຕັກນິກທີ່ທັນສະໄຫມ ແລະແມ່ພັນ-ພໍ່ພັນທີ່ໄດ້ມາດຕະຖານຕາມຄວາມຕ້ອງການຂອງຈີນນັ່ນເອງ ດັງທີ່ນັກທຸລະກິດລາວໃນແຂວງບໍ່ແກ້ວ ໄດ້ໃຫ້ການຍືນຍິນວ່າ:
“ການລ້ຽງງັວນີ້ກະມີຍູ່ 10 ຟາມ ແຕ່ວ່າ ຢູ່ໃນນີ້ມີຢູ່ 2 ຟາມທີ່ເປັນການລ້ຽງແບບທັນສະໄໝ ກໍຄືການລ້ຽງງົວເປັນຟາມຢູ່ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີງົວພັນ 7,000 ກວ່າໂຕ ແລ້ວກະການລ້ຽງຂອງ ບໍລິສັດດວງຈະເລິນ ທີ່ໄດ້ນໍາເອົາງົວພັນເຂົ້າມາ 500 ກວ່າໂຕມາລ້ຽງ ແລ້ວກະໄດ້ປູກຫຍ້າໃນເນື້ອທີ່ 3.363 ເຮັກຕາ ແລ້ວ ກະຍູ່ໃນແຜນຫັ່ນແມ່ນຈະລ້ຽງໃຫ້ໄດ້ 50,000-100,000 ທີ່ຈະສົ່ງໄປຈີນ.”
ແຕ່ຍ່າງໃດກໍ່ຕາມ ການທີ່ລັດຖະບານຈີນ ໃຫ້ໂຄຕ້າການນຳເຂົ້າງົວຈາກລາວ 5 ແສນໂຕຕໍ່ປີ ກະບໍ່ໄດ້ໝາຍຄວາມວ່າ ຈີນຈະຕ້ອງນຳເຂົ້າງົວ 500.000 ໂຕຈາກລາວ ໃນພາກປະຕິບັດຕົວຈິງແຕ່ຢ່າງໃດ ເພາະວ່າ ໂຄຕ້າດັ່ງກ່າວນີ້ ໄດ້ກຳນົດເປັນຫຼັກການເທົ່ານັ້ນ ສ່ວນການນຳເຂົ້າຕົວຈິງ ແມ່ນຈະຕ້ອງຂຶ້ນກັບລະດັບຄວາມຕ້ອງການຕົວຈິງໃນຈີນເປັນຕົ້ນຕໍ ຊຶ່ງໃນປີ 2023 ກໍປະກົດວ່າຈີນໄດ້ນຳເຂົ້າງົວຈາກລາວ ພຽງ 3,000 ໂຕເທົ່ານັ້ນ ໂດຍສາເຫດສຳຄັນອັນໜຶ່ງ ກໍຄືການລ້ຽງງົວໃນລາວ ຍັງບໍ່ທັນໄດ້ມາດຕະຖານທີ່ຈີນຕ້ອງການ. ໃນຂະນະດຽວກັນ ຊາວກະສິກອນລາວ ຍັງຂາດເຂີນໃນທຸກດ້ານ ແລະບໍ່ໄດ້ຮັບການຊ່ວຍເຫລືອຈາກລັດຖະບານລາວ ອີກດ້ວຍ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:
"ກະຊວງກະສິກໍາ ຄວນສ້າງສູນກະສິກຳໃຫ້ຫຼາຍຂື້ນຢູ່ແຕ່ລະແຂວງ ແຕ່ລະເມືອງຫັ່ນເພື່ອຕອບສະໜອງແນວພັນພືດ-ສັດ ຫຼື ປຸ໋ຍຕ່າງໆ ໃຫ້ແກ່ປະຊາຊົນໄດ້ນຳໃຊ້ ຫຼືວ່າ ການຊື້ແນວພັນຕ່າງໆຫັ່ນໃຫ້ລົດລົງ ເພື່ອເປັນການສົ່ງເສິມປະຊາຊົນໃນການປູກ ການລ້ຽງໃຫ້ຫລາຍຂື້ນ ໂດຍຜ່ານມານີ້ ແມ່ນປະຊາຊົນຢັງໄດ້ຕື່ນຕົວໃນການຜະລິດດ້ວຍຕົນເອງ ຂະແໜງການທີ່ກ່ຽວຂ້ອງຍັງບໍ່ທັນລົງໄປຊູກຍູ້ຊີ້ນຳໃນການຈັດຕັ້ງການປະຕິບັດ ໃນການປູກ-ການລ້ຽງນີ້ເທື່ອ.”
ໃນປີ 2023, ລາວ ໄດ້ສົ່ງອອກຜະລິດຕະພັນກະສິກຳໄປຕ່າງປະເທດ ໃນມູນຄ່າລວມກວ່າ 2 ຕື້ໂດລາ, ເພີ່ມຂຶ້ນກວ່າ 25% ເມື່ອທຽບໃສ່ປີ 2022. ໃນນັ້ນ ເປັນການສົ່ງອອກພືດ ແລະ ຜະລິດຕະພັນຈາກພືດທີ່ມູນຄ່າລວມ 1,800 ລ້ານກວ່າໂດລາ ແລະ ການສົ່ງອອກສັດປີກ, ງົວ, ຄວາຍ, ໝູ ແບ້ ແລະ ແກະ ໃນມູນຄ່າລວມເກືອບ 200 ລ້ານໂດລາສະຫະລັດ, ເຖິງແມ່ນວ່າ ລາວຈະໄດ້ໂຄຕ້າໃນການສົ່ງງົວໄປຈີນ ເຖິງ 500,000 ໂຕໃນແຕ່ລະປີກໍຕາມ.
ທັງນີ້ ກະຊວງການຄ້າຂອງຈີນ ໄດ້ກຳນົດ 12 ເງື່ອນໄຂດ້ວຍກັນສຳລັບການນຳເຂົ້າງົວຈາກລາວ ຄືງົວຕ້ອງມີນໍ້າໜັກ 350 ກິໂລກຣາມຂຶ້ນໄປ, ອາຍຸບໍ່ເກີນ 4 ປີ, ຕ້ອງມາຈາກພື້ນທີ່ທີ່ບໍ່ມີພະຢາດປາກເປື່ອຍລົງເລັບ ຕ້ອງລ້ຽງຢູ່ເຂດທ້ອນໂຮມຢ່າງໜ້ອຍ 45 ວັນ ຕ້ອງລ້ຽງແຍກເພດ ໃນ 6 ເດືອນຕ້ອງກວດບໍ່ພົບພະຍາດຕິດຕໍ່ທຸກຊະນິດຕ້ອງຂຶ້ນທະບຽນສັດ, ກວດການຖືພາ, ສັກຢາກັນພະຢາດປາກເປື່ອຍ 2 ເຂັມ, ເກັບຕົວຢ່າງ ແລະ ວິໄຈພະຍາດເປັນປະຈຳ. ຕິດຕາມການໃຊ້ອາຫານ ແລະການໃຊ້ຢາກັນພະຢາດ ຄວບຄຸມການເຄື່ອນໄຫວຕາມມາດຕະຖານສາກົນ ແລະສັດຕ້ອງກັກເປັນເວລາ 30 ວັນ ກ່ອນທີ່ຈະສົ່ງໄປຈີນ.