ທ່ານ Netanyahu ຮັບເອົາຜູ້ນຳ ​ຫົວຊາດນິຍົມຈັດ ເຂົ້າຮ່ວມລັດຖະບານ

Your browser doesn’t support HTML5

ນາຍົກລັດຖະມົນຕີ Israel ທ່ານ Benjamin Netanyahu ​ໄດ້​ຂະຫຍາຍວົງກວ້າງ​ລັດຖະບານປະສົມຂອງ​ທ່ານອອກໄປ ​ແຕ່​ວ່າການແຕ່ງຕັ້ງ​ສະມາຊິກ​ຄະນະຂັ້ນ​ອະ​ວຸ​ໂສ ​ຂອງພວກຫົວແຂງກະດ້າງແມ່ນໄດ້ຖືກ​ຕຳ​ນິຕິ​ຕຽນ ທັງ​ຢູ່ໃນ​ແລະ​ນອກ​ປະ​ເທດ.

ທ່ານ Netanyahu ​ໄດ້​ລົງ​ນາມ​ໃນ​ຂໍ​ຕົກລົງ​ຮ່ວມ ​ໃນ ສະພາ Knesset ຮ່ວມກັບ​ຄູ່​ຮ່ວມ ງານໃໝ່ ທີ່ມີ​ບັນຫາ​ກັນ​ ທ່ານ Avigdor Lieberman ຜູ້ນຳ​ຂອງ​ພັກ Yisrael Beitenu ນັ້ນ. ທ່ານ Netanyahu ​ໄດ້​ກ່າວ​ໃນ​ພິທີ​ລົງ​ນາມ​ວ່າ “ຂ້າພະ​ເຈົ້າ​ຍິນ​ດີ​ຕ້ອນຮັບ ທ່ານ Yisrael Beitenu ​ແລະ​ພວກສະມາຊິກຂອງທ່ານກໍແມ່ນ​ຈະເປັນ​ຄູ່ຮ່ວມງານທີ່​ສຳຄັນ ໃນລັດຖະບານ​ປະສົມ​ທີ່​ວ່າ​ນີ້. ຂ້າພະ​ເຈົ້າ​ໃຫ້​ຄວາມ​ສຳຄັນ​ກັບ​ປະສົບ​ການ​ຂອງ​ທ່ານ. ພວກ​ເຮົາ​ເຄີຍ​ໄດ້​ປະສານ​ງານ​ຮ່ວມ​ກັນ​ມາ​ກ່ອນ ​ເພື່ອ​ປົກ​ປັກຮັກສາຄວາມ​ປອດ​ໄພ​ແລະ​ຄວາມ​ຢູ່​ເຢັນ ​ເປັນ​ສຸກ​ຂອງ​ປະຊາຊົນ​ຊາວ Israel.”

ນາຍົກລັດຖະມົນຕີ Israel ທ່ານ Benjamin Netanyahu ຢືນຟຽງຂ້າງກັບລັດຖະມົນຕີປ້ອງກັນປະເທດ ທ່ານ Moshe Yaalon (ຊ້າຍ) ໃນຂະນະທີ່ຢ້ຽມຢາມຄ້າຍທະຫານ ໃກ້ໆກັບເຂດ Gush Etzion ທີ່ຕັ້ງຮາກຖານຂອງຊາວຢິວ ໃນ West Bank, 23 ພະຈິກ, 2015.

ທ່ານ Lieberman ​ແມ່ນ​ຜູ້​ນຶ່ງ​ທີ່​ສຳຄັນ​ແລະ​ໂດ່​ງດັງ​ຄົນ​ນຶ່ງ​ໃນ​ການ​ເມືອງ​ຂອງ Israel
​ແລະ​ໄດ້​ເປັນ​ຜູ້​ທີ່​ຢືນ​ຢັດຢ່າງ​ແຂງ​ຂັນ​ໃນ​ເລື້ອງກ່ຽວກັບເລື້ອງພວກປາແລັສຕາຍ. ທ່ານ​ຈະ​ຮັບໃຊ້ໃນຕຳ​ແໜ່​ງ​ເປັນ​ລັດຖະມົນຕີປ້ອງກັນປະ​ເທດ​ຄົນ​ໃໝ່ ທີ່​ຈະ​ມີ​ບົດບາດ​ສຳຄັນແລະ​ມີ​ອິດ​ທິພົນ ​ໃນ​ການ​ຕັດສິນ​ໃຈ​ທາງ​ຄວາມປອດໄພ ແລະ​ຄວາມ​ສະ​ງົບ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ທ່ານ Mark Toner ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ການ​ເພີ້​ມຂອງ​ທ່ານ Lieberman ອາດ​ຈະ​ເພີ້​ມການແບ່ງແຍກ Israel ​ໃຫ້​ເປັນ​ສອງ​ຝ່າຍ ຊຶ່ງ​ນີ້ “​ຈະເຮັດ​ໃຫ້​ມີ​ຄຳ​ຖາມ​ຢ່າງ​ແທ້​ຈິງ​ກ່ຽວ​ກັບວ່າ ປະ​ເທດ​ຊາດ​ຈະ​ເດີນທາງ​ໄປ​ໃນ​ທິດ​ທາງ​ໃດ​ກັນ​ແທ້ ​ແລະ ຈະ​ຮັບເອົາ​ນະ​ໂຍບາຍ​ອັນ​ໃດ​ກັນ​ແທ້. ​ແຕ່​ວ່າ ​ໃນ​ທີ່​ສຸດ ພວກ​ເຮົາ ກໍ​ຈະ​ລົງ​ຄວາມ​ເຫັນ​ກ່ຽວກັບ​ລັດຖະບານນີ້​ດ້ວຍ​ການ​ກະທຳຕົວຈິງຂອງມັນ.”

ທຸງຊາດ Israeli ໂປກສະບັດໃນເຂດ West Bank ເຂດຕັ້ງຖິ່ນຖານໃໝ່ຂອງ Maaleh Adumim ເຂດນອກນະຄອນ Jerusalem, 7 ກັນຍາ 2009ໃ

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ