FAO ຊຸກຍູ້ໃຫ້ກິນແມງໄມ້ ຢູ່ລາວ

  • ໄພສານ ວໍຣະຈັກ

ແມ່ຄ້າຂາຍແມງໄມ້ເປັນອາຫານຢູ່ກໍາປູເຈຍ. ອົງການອາຫານແລະການກະເສດ ຂອງສະຫະປະຊາຊາດ ກໍາລັງປຸກລະດົມໃຫ້ຄົນລາວ ກິນແມງໄມ້ເປັນອາຫານ ຢ່າງແຜ່ຫລາຍຄືຢູ່ກໍາປູເຈຍ ເພື່ອກໍາຈັດຄວາມອຶດຫິວ.

ຜູ້ຄົນສ່ວນໃຫຍ່ພະຍາຍາມຫາທາງປ້ອງກັນ ບໍ່ໃຫ້ແມງໄມ້ເຂົ້າໄປໃນເຮືອນຄົວຂອງເຂົາເຈົ້າ ແຕ່ພວກແມງໄມ້ຈຳນວນນຶ່ງ ແມ່ນສາມາດກິນໄດ້ ແລະເປັນອາຫານທີ່ມີຄຸນຄ່າສູງຕໍ່ຮ່າງກາຍ ຖ້າພວກເຮົາຫາກບໍ່ຄຶດວ່າ ແມງໄມ້ເຫຼົ່ານີ້ເປັນສັດປະເພດຕໍ່າແລະສົກກະປົກ. ຢູ່ ສປປ ລາວ ນັ້ນ ​ແມ່ນບໍ່ເປັນບັນຫາຫຍັງເລີຍ ​ເພາະວ່າເກືອບທຸກໆຄົນມັກນຳເອົາແມງໄມ້ທີ່​ກິນ​ໄດ້ນັ້ນ ມາກິນເປັນອາຫານຫວ່າງ ແລະໃນປັດຈຸບັນ ທາງອົງການສະຫະປະຊາຊາດ ກໍໄດ້ ຊຸກຍູ້ໃຫ້ຄົນ​ລາວ​ ພາກັນກິນແມງໄມ້ຫຼາຍຂຶ້ນ ເພື່ອແກ້ໄຂ ບັນຫາການຄາດແຄນ ອາຫານ ທີ່ມີອັດຕາສູງຢູ່ໃນລາວ.

ເວລາອົງການສະຫະປະຊາຊາດ ຕໍ່ສູ້ກັບບັນຫາຄວາມອຶດ ຢາກ ຢູ່​ໃນ​ປະ​ເທດ​ນຶ່ງໆນັ້ນ ຕາມປົກກະຕິແລ້ວ ທາງອົງ ການນີ້ ກໍຈະພະຍາຍາມປັບປຸງ ລະບົບການກະເສດ ການປະຕິບັດກ່ຽວກັບເລື່ອງປ່າໄມ້ ແລະການປະມົງຂອງ ປະເທດດັ່ງກ່າວ ແຕ່ຢູ່ ສປປ ລາວ ຊຶ່ງ​ເປັນປະ​ເທດ​ນຶ່ງ ທີ່ມີ ອັດຕາການຂາດແຄນອາຫານຂອງເດັກ ​ໃນ​ລະດັບສູງ ໃນເຂດເອເຊຍຕາເວັນອອກສຽງໃຕ້ນັ້ນ ນາງ LARISSA BRUNN ຈາກອົງການອາຫານ ແລະກະເສດຂອງສະຫະ ປະຊາຊາດ ກ່າວວ່າ ການຕໍ່ສູ້ທີ່ວ່ານີ້ ໄດ້ກ້າວ ເຂົ້າໄປສູ່ຂົງເຂດວຽກງານ ທີ່ບໍ່ຄ່ອຍໄດ້ຍິນມາກ່ອນ.

“ພວກເຮົາໄດ້ທຳການສຳຫຼວດ ໃນທົ່ວປະເທດ ຢູ່ລາວ ແລະພົບ​ວ່າ 95% ຂອງພົນລະ ເມືອງລາວ ກິນແມງໄມ້ ຊຶ່ງນີ້ສະແດງໃຫ້ເຫັນວ່າ ແມງໄມ້​ ໄດ້ເປັນພາກສ່ວນນຶ່ງ​ຂອງ ອາຫານ ແລະວັດທະນະທຳລາວ ແບບໃດ? ມັນຄືສ່ວນນຶ່ງ ຂອງໂພຊະນາການ ສຳລັບ ພວກເຂົາເຈົ້າ. ດັ່ງນັ້ນ ມັນຈຶ່ງບໍ່​ແມ່ນວ່າ ພວກເຮົາໄດ້ນຳສະເໜີສິ່ງໃໝ່ໆ ແຕ່ໃນທາງ ກົງກັນຂ້າມແລ້ວ ພວກເຮົາກຳລັງດຳເນີນງານ ກ່ຽວກັບພື້ນຖານ ທາງອາຫານ ທີ່ມີຢູ່ແລ້ວ ໃນລາວນັ້ນ.”

ພວກນັກຄົ້ນຄວ້າ ກະປະມານວ່າ ຢູ່ໃນທົ່ວໂລກ ມີແມງໄມ້ຫຼາຍກວ່າ 1,700 ຊະນິດ ທີ່ ກິນໄດ້. ຢູ່ລາວ ຕັກແຕນ ແລະຈິນາຍ ແມ່ນຮວມຢູ່ໃນຈຳພວກແມງໄມ້ ທີ່ໄດ້ຮັບຄວາມ ນິຍົມສູງ ແຕ່ພວກຜູ້ຄົນ ຢູ່ຕາມເຂດທ້ອງຖິ່ນ ຍັງພາກັນກິນແມງໄມ້ ຈຳພວກ​ປີກແຂງ ປະເພດຈຸດຈີ່ ດ້ວງ ຫລືໄຂ່ຂອງແມງ ແລະມົດຕ່າງໆ. ແມງໄມ້ເຫຼົ່ານີ້ ມີທາດໂປຣຕີນ ແລະໄຂມັນສູງ ຕະຫຼອດທັງວິຕາມິນ ທີ່ຈຳເປັນຕ່າງໆ ເຊັ່ນ ທາດເຫຼັກ ແລະ ແຄລຊຽມ. ແມງໄມ້ບາງຈຳພວກ ​ແມ່ນສາມາດນຳມາກິນໄດ້ເລີຍ ແຕ່ນາງ BRUNN ເວົ້າວ່າ ມັນມີ ລົດຊາດທີ່ໂອຊາແລະປອດໄພກວ່າ ຖ້າພວກເຮົານຳເອົາແມງໄມ້ເຫຼົ່ານີ້ ມາປຸງແຕ່ງ​ເສຍກ່ອນ.

“ຄືກັນກັບຊີ້ນ ຊະນິດຕ່າງໆ ຕາມປົກກະຕິແລ້ວ ພວກ​ແມງ​ໄມ້​ເຫລົ່າ​ນັ້ນ ຄວນນຳມາປຸງ ແຕ່ງກ່ອນ. ແນ່ນອນ ຂ້ອຍແນ່ໃຈວ່າ ມີບາງຊະນິດທີ່ເຮົາສາມາດກິນໄດ້ໂລດ ແຕ່ຢູ່ທີ່ລາວນີ້ ຕາມທຳນຽມແລ້ວ ແມ່ນນຳມາປຸງແຕ່ງກ່ອນ. ວິທີປຸງ​ແຕ່ງ​ຕາມ​ປົກະຕິແບບງ່າຍໆ ກໍຄືຈືນ ແຕ່ຂ້ອຍກໍເຄີຍກິນມາແລ້ວ ວິທີປຸງແຕ່ງ ທີ່ແຊບໆແບບອື່ນ ທີ່ເອົາປາແລະຊີ້ນຕ່າງໆໄປ ປຸງແຕ່ງ ແລ້ວກໍຕື່ມແມງໄມ້ໃສ່ເຂົ້າ​ໄປ. ແມງໄມ້ເຫຼົ່ານີ້ ສາມາດປຸງແຕ່ງ ໃຫ້ມີລົດຊາດ​ແຊບນົວໄດ້ ແມ່ນກະທັງກັບເນີຍແຂງ. ດັ່ງນັ້ນ ຈຶ່ງມີຫຼາຍໆວິທີ ທີ່ເຮົາສາມາດນຳເອົາແມງໄມ້ ມາກິນເປັນອາຫານ.”

ໃນຂະນະທີ່ການກິນແມງໄມ້ ແມ່ນໄດ້ຮັບຄວາມນິຍົມມາເປັນເວລາຫຼາຍໆຮ້ອຍປີແລ້ວ ຢູ່ໃນຂົງເຂດ ທາງອົງການອາຫານແລະກະເສດ ຂອງສະຫະປະຊາຊາດ ຫຼື FAO ກໍພວມ ດຳເນີນງານ ເພື່ອເສີມຂະຫຍາຍລາຍໄດ້ຂອງພວກເກັບແມງໄມ້​ ໃນເຂດ​ທ້ອງ​ຖິ່ນ ແລະ ພ້ອມດຽວກັນ ກໍຊ່ວຍພວກທີ່​ລ້ຽງແມງໄມ້ຂາຍ​ນັ້ນ ເພິ່ມທະວີຜະລິດຕະຜົນ​ຂອງ​ເຂົາ​ ເຈົ້າ ​ໃຫ້​ໄດ້ຫຼາຍຂຶ້ນ ເພື່ອວ່າຜູ້ຄົນ ໃນຈຳນວນເພີ້ມຂຶ້ນ ຈະໄດ້ກາງຕໍ່ແມງໄມ້ເຫຼົ່ານີ້​ ໃນການ ບໍລິ​ໂພ​ກ​ເປັນ​ອາຫານປະຈຳວັນ ທີ່ມີ​ໂພຊະ​ນາ​ການ​ສູງ.

ນາງ BRUNN ກ່າວວ່າ ອົງການ FAO ພວມດຳເນີນງານ ຮ່ວມກັບລັດຖະບານລາວ ແລະພວກທີ່ມັກກິນແມງໄມ້ ​ແລະ​ລ້ຽງ​ແມງ​ໄມ້ ເພື່ອປັບປຸງໃຫ້ແມງໄມ້ເຫຼົ່ານີ້ ອອກແມ່ ແຜ່ລູກ ແລະມີ​ຢູ່​ຕໍ່ໄປ ແບບຍືນຍົງ.

“ໃນຮອບປີຜ່ານມາ ພວກເຮົາໄດ້ມີໂຄງການ ທົດລອງນ້ອຍໆ ໂຄງການນຶ່ງ ບ່ອນທີ່ພວກເຮົາ ໄດ້ດຳເນີນງານ ຮ່ວມກັບຊາວໄຮ່ຊາວສວນຈຳນວນນຶ່ງ ໃນເຂດນະຄອນຫຼວງວຽງຈັນ ເພື່ອ ທົດລອງ ເຮັດຟາມລ້ຽງແມງໄມ້ ແລະໃນເດືອນພຶດສະພາ ຜ່ານ​ມານີ້ ພວກເຮົາກໍ​ໄດ້​ຮັບ​ອະນຸມັດ ໂຄງການໃຫຍ່ໂຄງການນຶ່ງ ​ເປັນ​ເວລາສອງປີ ຊຶ່ງ​ໃນ​ໂຄງການ​ນີ້ ພວກເຮົາຈະໄດ້​ເຮັດ​ວຽກ ຮ່ວມກັບພວກຊາວໄຮ່ຊາວສວນ ກຸ່ມໃຫຍ່ກວ່າເກົ່າ ແລະຈຸດປະສົງທີ່ສຳຄັນ ກໍແມ່ນກ່ຽວກັບເລື່ອງໂພຊະນາການ. ມັນເປັນໂອກາດ ທີ່ສາມາດສ້າງລາຍຮັບ ແລະນອກນັ້ນ ກໍຍັງເປັນໂຄງການນຶ່ງ ທີ່ແຕກຕ່າງ​ໄປ​ຈາກ​ເກົ່າ.”

ສຳລັບຜູ້ຄົນທີ່ບໍ່ມັກກິນຕັກແຕນ ຫຼືຂົ້ວແມງເໝົ້າແລ້ວ ນາງ BRUNN ກ່າວວ່າ ເລື່ອງ ລົດຊາດ ບໍ່ແມ່ນບັນຫາໃຫຍ່ ແຕ່ປະການໃດ.

“ຢູ່ປະເທດຕາເວັນຕົກ ຂ້ອຍຮູ້ດີ ຢູ່ອະເມຣິກາເໜືອແລະຢູໂຣບ ແມງໄມ້ ບໍ່ເຄີຍຖືກນຳ ມາກິນເປັນອາຫານ ຄືກັນກັບໃນເຂດເອເຊຍ ຕາເວັນອອກສຽງໃຕ້ ອາຟຣິກາ ແລະ ອາເມຣິກາລາຕິນ ດັ່ງນັ້ນ ສຳລັບພວກເຮົາ ຊຶ່ງຂ້ອຍ​ເອງ​ ກໍເປັນຄົນຢູໂຣບ ມັນອາດ ເປັນປະສົບພະການ ທີ່ຮັບເອົາໄດ້ຍາກ ເວລາເຮົາລອງກິນເປັນເທື່ອທຳອິດ ແຕ່ມີ ບາງຄົນ ບອກຂ້ອຍວ່າ ເວລາເຈົ້າກິນງົວ ເຈົ້າກໍບໍ່ໄດ້ນຳເອົາງົວໝົດໂຕ ມາວາງໃສ່ ເທິງໂຕະ. ດັ່ງນັ້ນ ພວກເຮົາຈຶ່ງດັດແປງ ໂຕຢ່າງວ່າ ຈິນາຍ ໃຫ້ກາຍມາເປັນແຮມເບີເກີ ຈິນາຍ. ເຈົ້າອາດ ມັກລົດຊາດຂອງມັນ ແລະເຫັນວ່າ ມັນແຊບຫຼາຍ ກໍເປັນໄດ້.”

ນາງ BRUNN ກ່າວວ່າ ສ່ວນນຶ່ງໃນການປຸກລະດົມ ກ່ຽວກັບການ​ກິນແມງໄມ້ ຂອງອົງການ FAO ຢູ່ລາວ ແມ່ນຊຸກຍູ້ສົ່ງ​ເສີມ ປະເພນີ ໃນການມັກກິນແມງໄມ້ ແລະໃຫ້ຄວາມ​ໝັ້ນ​ໃຈ​ ແກ່ຜູ້ຄົນວ່າ ການກິນດັກແດ້ນັ້ນ ບໍ່ເປັນເລື່ອງ ທີ່ໜ້າລະອາຍຫຍັງເລີຍ. ນາງເວົ້າວ່າ ແມງໄມ້ ເປັນພາກສ່ວນ ອັນສຳຄັນອັນນຶ່ງ ຂອງວັດທະນະທຳ ແລະອາດສາມາດເປັນພາກສ່ວນທີ່ ສຳຄັນຂອງ​ໂພຊະ​ນາ​ການ​ ຫລືອາຫານ​ການ​ກິນ ທີ່ປະກອບ​ດ້ວຍເຄື່ອງກິນຫຼາກ ຫຼາຍຊະນິດ ແລະເປັນປະໂຫຍດຕໍ່ສຸຂະພາບ.