ຄອບຄົວ ຂອງຜູ້ຕິດເຊື້ອ ອີໂອລາ ທີ່ລັດເທັກຊັສ ຖືກກັກ ໃຫ້ຢູ່ໃນເຮືອນ

Your browser doesn’t support HTML5

ລັດຖະບານ​ກາງ ສະຫະລັດ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່ ສາທາລະ
ນະ​ສຸກ ລັດ​ເທັກ​ຊັສ ​ໄດ້​ກັກສະມາຊິກສີ່​ຄອບຄົວ​ຂອງຜູ້​ຊາຍ
​ຄົນ​ນຶ່ງ ​ທີ່​ກວດພົບ​ວ່າຕິດເຊື້ອໄວຣັສ ອີ​ໂອລາ ​ໃນ​ຂະນະ​ທີ່ບັນ
ດາ​ເຈົ້າ​ໜ້າ​ທີ່ ​ໄລ​ບີ​ເຣຍ ກ່າວ​ວ່າ ​ເຂົ​າເຈົ້າ​ຈະ​ຈັບ​ລາວ ​ໃນ​ຖານ
​ຕົວ​ະ ຢູ່​ໃນ​ໜັງສື​ເດີນ​ທາງ​ທີ່​ເດີ່ນ​ເຮືອບິນ.​

ຄົນ​ເຈັບ ທີ່​ລະບຸວ່າເປັນ​ສັນຊາດ ​ໄລ​ບີ​ເຣຍ ທ້າວ Thomas
Duncan ພວມມີອາການຮ້າຍແຮງ ​ແຕ່ກໍທຸ່ນທ່ຽງ ຢູ່​ໃນ​ຫ້ອງ
​ໂດ​ດດ່ຽວແຫ່ງນຶ່ງ ທີ່​ໂຮງໝໍເມືອງ Dallas.

ບັນດາ​ເຈົ້າ​ໜ້ທີ່ໄລ​ບີ​ເຣຍ ກ່າວ​ວ່າ ​ເຂົາ​ເຈົ້າຈະ​ຈັບ ທ້າວ
Duncan ຜູ້​ທີ່​ໄດ້​ເດີນ ທາງ​ຈາກໄລ​ບີ​ເຣຍແລະ​ມາ​ເຖິງລັດ​ເທັກ​ຊັສ ​ໃນ​ວັນ​ທີ 20 ​ເດືອນ​ກັນຍາຜ່ານມາ ນີ້ ຖືກ​ກ່າວ​ຫາ​ວ່າຕົວ​ະຢູ່​ໃນ​ໜັງສືເດີນທາງ​ຂອງເດີ່ນ​ເຮືອບິນ ​ເວລາ​ລາວ​ຖືກຖາມ​ວ່າ ​ລາວ​ໄດ້​ສຳຜັດກັບຜູ້ປ່ວຍຕິດເຊື້ອອີ​ໂອ​ບາຫຼືບໍ່. ມີລາຍງານວ່າ ທ້າວ
Duncan ​ໄດ້​ຕອບວ່າ “ບໍ່” ​ເຖິງ​ແມ່ນວ່າ ລາວ​ໄດ້​ຊ່ວຍ​ເຫລືອ​ຜູ້ຍິງ​ຖືພາຄົນ​ນຶ່ງ ​ຂຶ້ນລົດ
ແທັກ​ຊີ ທີ່​ເປັນ​ຜູ້​ເຄາະ​ຮ້າຍຍ້ອນເຊື້ອອີ​ໂອລາ ກໍຕາມ.

ກໍລະນີ ຜູ້ຕິດເຊື້ອ ອີໂບລາ ໃນ ສຫລ

​ໃນ​ຂະນະ​ດຽວ​ກັນ ຢູ່​ທີ່ໄລ​ບີ​ເຣຍ ມືກ້ອງ​ຄົນ​ນຶ່ງ​ຂອງສະຫະລັດ ທີ່​ເຮັດ​ວຽກ​ໃຫ້​ແກ່​ໂທລະ
ພາ​ບ NBC ​ໄດ້​ຕິດ​ເຊື້ອອີ​ໂບລາ. ໂທລະພາບດັ່ງກ່າວເວົ້າວ່າ ​ຕົນກຳລັງນຳ​ເອົາ​ພວກນັກ​
ຂ່າວ​ທັງ​ໝົດ​ກັບ​ຄືນປະເທດ ​ທີ່​ຈະ​ຖືກ​ກັກ​ໄວ້ເພຶ່ອສັງ​ເກ​ດ ການເປັນ​ເວລາ 21 ມື້.

ອົງການ​ອະນາ​ໄມ​ໂລກ ລາຍ​ງານ​ວ່າ ຫລາຍ​ກວ່າ 3,300 ຄົນ​ແລ້ວໄດ້​ເສຍ​ຊີ ວິດ ​ແລະ
​ຫລາຍ​ກວ່າ 7000 ພັນ​ຄົນ​ໄດ້​ຕິດ​ເຊື້ອ​ອີ​ໂບລາ ຢູ່​ໃນ Guinea, Liberia ​ແລະ Seria
Leone.

ສະຫະ​ປະຊາ​ຊາດ ​ໄດ້​ເລີ້​ມການປະຕິບັດ​ງານ ​ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອ​ຊ່ວຍ​ປ້ອງ​ກັນ​ການ​ແຜ່ລະບາດຂອງ​ອີໂບລາ. ທ່ານ Anthony Banbury ຫົວໜ້າ​ປະຕິບັດ​ງານຮັບມື​
ສຸກ​ເສີນກັບ​ອີ​ໂບລາ ຫຼື UNMEER ​ໄດ້​ເລີ້ມ​ຢ້ຽມຢາມສາມ​ປະ​ເທດ​ທີ່​ຕິດ​ເຊື້ອອີ​ໂບລາ ​ໂດຍ​ເລີ້ມທີ່ນະຄອນ Monrovia ​ເມືອງຫລວງຂອງ ໄລ​ບີ​ເຣຍ.

Your browser doesn’t support HTML5

EBOLA VO