ສາມີຂອງນາງເອເຊຍ ບີບີ ຊາວປາກິສຖານ ທີ່ນັບຖືສາສະໜາຄຣິສຕຽນຄົນນຶ່ງ
ໄດ້ຮັບການຕັດສິນໃຫ້ພົ້ນໂທດ ຫຼັງຈາກໄດ້ຖືກຂັງມາ ເພື່ອລໍຖ້າໃນບັນຊີປະຫານຊີວິດ
ເປັນເວລາ 8 ປີ ແລ້ວນັ້ນ ກ່າວວ່າ ມັນບໍ່ປອດໄພສຳລັບຄອບຄົວ ທີ່ຍັງຈະອາໄສ
ຢູ່ໃນປາກິສຖານ ຈຶ່ງໄດ້ຂໍລີ້ໄພຢູ່ໃນຢູໂຣບ.
ທ້າວ ອາຊິກ ມາຊີ ໄດ້ບອກກັບວີໂອເອ ພະແນກພາສາອູດູ ວ່າ ຄອບຄົວຂອງລາວ
ໄດ້ຂໍລີ້ໄພຢູ່ໃນສເປນ ແລະຝຣັ່ງ ແລະກຳລັງລໍຖ້າການຕອບຮັບຢູ່.
ລາວກ່າວວ່າ ພັນລະຍາຂອງລາວ ຍັງບໍ່ໄດ້ຮັບອະນຸຍາດໃຫ້ກັບຄືນເມືອບ້ານຂອງລາວ
ຫຼັງຈາກການຕັດສິນທີ່ສຳຄັນຂອງສານສູງສຸດປາກິສຖານ ທີ່ຍົກເລີກການກ່າວໂທດລາວ
ທີ່ໄດ້ດູຖູກສາດສະດາຈານ ໂມຮຳມັດ ຂອງສາສະໜາອິດສລາມ ໃນປີ 2010 ນັ້ນ.
ການພົ້ນໂທດດັ່ງກ່າວ ໄດ້ຈຸດຂະນວນເປັນເວລາ 3 ມື້ ໃຫ້ມີການປະທ້ວງຢ່າງແຜ່ຫຼາຍ
ໂດຍພວກນັບຖືສາສະໜາອິດສລາມ ຜູ້ທີ່ຕ້ອງການຢາກໃຫ້ການຮັບໂທດປະຫານຊີວິດ
ຂອງນາງບີບີມີຢູ່. ບັນດາສະມາຊິກຂອງກຸ່ມລັດອິສລາມ ກຸ່ມເທີຣິກ ອີ-ລັບໄບຄ໌ ຢາ
ຣາໂຊລ ອາລາ ຫຼື (TLYR) ໄດ້ພາກັນປະທ້ວງໃນຖະໜົນສາຍສຳຄັນ ຂອງເມືອງໃຫຍ່
ສຸດ ຂອງປາກິສຖານ ແລະໄດ້ຮຽກຮ້ອງໃຫ້ມີການປະຫານຊີວິດ ຕໍ່ບັນດາຜູ້ພິພາກ
ສາສານສູງສຸດ ພວກຊຶ່ງຕັດສິນພົ້ນໂທດສຳລັບນາງບີບີ ນັ້ນ.
ພວກທີ່ສະໜັບສະໜຸນຊາວປາກິສຖານ ຫົວຮຸນແຮງ ຈູດພາບໂປສເຕີຂອງ ນາຍົກລັດຖະມົນຕີປາກິສຖານ ທ່ານອິມຣານ ຄານ ໃນການຮວມຕົວປະທ້ວງ ເພື່ອປະນາມຂອງສານສູງສຸດ ທີ່ໄດ້ຕັດສິນພົ້ນໂທດຂອງນາງເອເຊຍ ບີບີ ຊາວປາກິສຖານ ທີ່ນັບຖືສາສະໜາຄຣິສຕຽນຄົນນຶ່ງ ຜູ້ຊຶ່ງຕິດຄຸກ ເປັນເວລາ 8 ປີ ໃນບັນຊີປະຫານຊີວິດ ໃນໂທດຖານດູໝິ່ນສາດສະໜາອິສລາມ ໃນເມືອງຄາຣາຈີ, ປາກິສຖານ, 02 ພະຈິກ 2018
ກຸ່ມຂອງລັດຖະບານ ໄດ້ເຈລະຈາເພື່ອສິ້ນສຸດຂອງພວກປະທ້ວງທັງຫຼາຍ, ໂດຍຕົກລົງ
ເຫັນພ້ອມ “ທີ່ຈະເອົາມາດຕະການຢ່າງຖືກຕ້ອງເປັນທາງການ” ເພື່ອປ້ອງກັນນາງບີບີ
ບໍ່ໃຫ້ອອກຈາກປະເທດ ໃນຂະນະທີ່ທາງສານສູງສຸດ ຈະຮັບຟັງຄຳຂໍອຸທອນຂອງການ
ກ່າວໂທດທີ່ວ່ານີ້ຢູ່.
ທ້າວມາຊີ ກ່າວວ່າ ລາວຍັງບໍ່ສາມາດຕິດຕໍ່ກັບພັນລະຍາຂອງລາວໄດ້ເທື່ອແລະຍັງ
ໄດ້ກ່າວອີກວ່າ ລາວບໍ່ຮູ້ວ່ານາງຖືກກັກຂັງໄວ້ໃນແຫ່ງຫົນໃດແທ້.
ລາວໄດ້ກ່າວວ່າ ເຖິງແມ່ນວ່າການປະທ້ວງໄດ້ສິ້ນສຸດລົງແລ້ວ ກໍຕາມ, ແຕ່ການສ່ຽງຕໍ່
ຄວາມປອດໄພຂອງຄອບຄົວຂອງລາວ ແມ່ນຍັງສືບຕໍ່ມີຢູ່ຢ່າງບໍ່ຫຼົດລະ. ລາວໄດ້ກ່າວຕື່ມ
ອີກວ່າ ພວກລູກໆຂອງລາວ ແມ່ນພາກັນຢ້ານກົວເປັນທີ່ສຸດ.
ທ້າວມາຊີ ໄດ້ກ່າວວ່າ ເຖິງແມ່ນວ່າ ການຮັກສາຄວາມປອດໄພ ໄດ້ຈັດໃຫ້ເວນຍາມ
ຂ້າງນອກຂອງບ້ານລາວ ຍັງເປັນໄພຂົ່ມຂູ່ຕໍ່ຄອບຄົວຂອງລາວຍ້ອນວ່າການມີໜ້າຂອງ
ພວກເຂົາເຈົ້າ ສາມາດພາໃຫ້ຄົນອື່ນໆ ຮູ້ວ່າ ບ້ານຂອງພວກເຂົາເຈົ້ານັ້ນຢູ່ໃສ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ທະນາຍຄວາມຊາວປາກິສຖານທ່ານ ຊາຍໂຟລ ມູລຸຄ ກ່າວຕໍ່ພວກນັກຂ່າວ ໃນກອງ ປະຊຸມຖະແຫຼງຂ່າວ ໃນນະຄອນ Hague ວັນທີ 5 ພະຈິກ 2018. ຫຼັງຈາກທີ່ທ່ານໄດ້ໂຕນໜີ ຈາກປາກິສຖານ ຍ້ອນການຖືກຂົ່ມຂູ່ ທີ່ມີຂຶ້ນ ຫຼັງຈາກທີ່ໄດ້ຊະນະຄະດີ ໃນສານ ທີ່ແມ່ຍິງຜູ້ນັບຖືສາສະໜາຄຣິສ ຄົນນຶ່ງ ໄດ້ຮັບການຕັດສິນໃຫ້ພົ້ນໂທດ ຈາກການດູໝິ່ນສາດສະໜາອິສລາມ.