ມະຫາເສດຖີ ຜູ້ກໍ່ຕັ້ງເວບໄຊ້ Facebook ແຕ່ງງານແລ້ວ

  • ທອງປານ ເທບວົງສາ

ມະຫາເສດຖີພັນລ້ານໂດລາ Mark Zuckerberg ຜູ້ກໍ່ຕັ້ງເວບໄຊ້ສັງຄົມ Facebook ແຕ່ງງານກັບແຟນສາວ Priscilla Chan, ວັນທີ 19 ພືດສະພາ 2012.

Mark Zuckerberg ຜູ້​ກໍ່​ຕັ້ງ​ເວ​ບ​ໄຊ້ສັງຄົມ Facebook ​ທີ່​ມີ​ຊື່​ສຽງ ​ໄດ້ແຕ່ງງານ​ກັບ​ແຟນ Priscilla Chan ທີ່​ຮູ້ຈັກ​ກັນ​ມາ​ດົນ​ນານ​ແລ້ວ​ນັ້ນ ​ແລະລາວ​ໄດ້​ໃຊ້​ຕາ​ໜ່າງ​ສັງຄົມ​ເຟສບຸກຂອງ​ລາວ ປະກາດ​ໂອກາດ​ທີ່​ພິເສດ​ດັ່ງ​ກ່າວ​ນີ້​ ໃຫ້​ມະຫາຊົນ​ຊາບ.

ມະຫາ​ເສດ​ຖິພັນ​ລ້ານ ອາຍຸ 28 ປີ ​ໄດ້​ແຕ່ງງານ​ກັບ​ນາງ Chan ​ໃນ​ພິທີນ້ອຍໆ​ ​ເມື່ອ​ວັນ​ເສົາ​ວານ​ນີ້ ທີ່​ເມືອງ Palo Alto ລັດ​ແຄ​ລິ​ຟໍ​ເນຍ ມື້​ນຶ່ງ ຫລັງ​ຈາກ Zuckerberg ​ໄດ້ປ່ຽນ​ບໍລິສັດ​ຂອງ​ຕົນໃຫ້ບໍລິສັດ​ມະຫາຊົນ ​ໃນການ​ເປີດ​ຂາຍ​ຮຸ້ນ​ນຶ່ງ ​ທີ່​ມີ​ຄົນລໍຖ້າຊື້​ຫລາຍ​ທີ່​ສຸດ​ບັ້ນ​ນຶ່ງໃນ​ປະວັດ​ສາດ​ຂອງຕະຫລາດ​ຮຸ້ນ Wall Street.

ບັນດາ​ແຂກ​ທີ່​ອະນຸຍາດ​ໃຫ້​ເວົ້າກັບ​ນັກ​ຂ່າວ​ ກ່າວ​ວ່າ ພວກ​ທີ່​ໄປ​ຮ່ວມ​ໃນ​ພິທີ​ດັ່ງກ່າວ​ເຂົ້າ​ໃຈ​ວ່າ ​ພວກ​ເຂົາ​ເຈົ້າ​ໄປ​ສະຖານ​ທີ່​ນັ້ນ​ເພື່ອ​ສະຫຼອງວັນ​ຈົບ ປະລິນຍາ​ຈາກ​ໂຮງຮຽນ​ການ​ແພດ​ ທີ່ມະຫາ​ວິດ​ທະຍາໄລ​ແຄ​ລິ​ຟໍ​ເນຍ ທີ່​ນະຄອນ San Francisco. ​ແຕ່​ແລ້ວ ຫຼັງຈາກທີ່​ພວກ​ເຂົາ​ເຈົ້າ​ໄປ​ເຖິງ ກໍ​ຖືກ​ບອກ​ວ່າ ຄວາມ​ຈິງ​ແລ້ວ​ແມ່ນ​ພິທີ​ແຕ່ງງານ​ຂອງ Zuckerberg ກັບ​ນາງ Chan.

ທັງ​ສອງ​ໄດ້​ພົບ​ພໍ້​ກັນ​ເວລາ​ຮຽນ​ຢູ່​ມະຫາ​ວິ​ທະຍາ​ໄລ Harvard. ນາຍ Zuckerberg ​ໄດ້​ກໍ່​ຕັ້ງ​ເວ​ບ​ໄຊ້ສັງຄົມ​ເຟສບຸກ ທີ່​ຫໍພັກມະຫາ​ວິ​ທະຍາ​ໄລ Harvard ​ເມື່ອແປດ​ປີຜ່ານມາ.

Mark Zuckerberg ເປີດຂາຍຮຸ້ນຂອງເຟສບຸກ: