ກຸ່ມຮາມາສ ຖືກຈັບຕາເບິ່ງ ພາຍຫຼັງອິສຣາແອລ ຢືນຢັນການສະໜັບສະໜູນ ຂໍ້ຕົກລົງຢຸດຍິງຂອງສະຫະລັດ

Your browser doesn’t support HTML5

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ປະກາດໃນວັນຈັນວານນີ້ວ່າ ອິສຣາແອລ ໄດ້ຢືນຢັນການສະໜັບສະໜູນຂໍ້ສະເໜີເພື່ອບັນລຸຂໍ້ຕົກລົງຢຸດຍິງໃນສົງຄາມ ລະຫວ່າງອິສຣາແອລ ແລະກຸ່ມ ຮາມາສ. ນັກການທູດລະດັບສູງຂອງສະຫະລັດ ໄດ້ຮຽກຮ້ອງໃຫ້ກຸ່ມ ຮາມາສ ສະໜັບສະໜູນຂໍ້ສະເໜີດັ່ງກ່າວເຊັ່ນກັນ.