ກຸ່ມຮາມາສ ຖືກຈັບຕາເບິ່ງ ພາຍຫຼັງອິສຣາແອລ ຢືນຢັນການສະໜັບສະໜູນ ຂໍ້ຕົກລົງຢຸດຍິງຂອງສະຫະລັດ

Your browser doesn’t support HTML5

ກຸ່ມຮາມາສ ຖືກຈັບຕາເບິ່ງ ພາຍຫຼັງອິສຣາແອລ ຢືນຢັນການສະໜັບສະໜູນ ຂໍ້ຕົກລົງຢຸດຍິງຂອງສະຫະລັດ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ປະ​ກາດ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ອິສຣາແອລ ໄດ້​ຢືນ​ຢັນ​ການ​ສະ​ໜັບ​ສະ​ໜູນ​ຂໍ້​ສະ​ເໜີ​ເພື່ອ​ບັນ​ລຸ​ຂໍ້ຕົກລົງ​ຢຸດ​ຍິງ​ໃນ​ສົງ​ຄາມ ລະຫວ່າງອິສຣາແອລ ແລະກຸ່ມ ຮາມາສ. ​ນັກ​ການ​ທູດ​ລະດັບ​ສູງ​ຂອງ​ສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້​ກຸ່ມ ຮາມາສ ສະໜັບສະໜູນ​ຂໍ້​ສະ​ເໜີ​ດັ່ງກ່າວ​ເຊັ່ນ​ກັນ, ​ໂດຍ​ກ່າວ​ວ່າ ມັນ​ຈະ​ຊ່ວຍ​ຫລຸດຜ່ອນ​ສະຖານະ​ການ​ດ້ານ​ມະນຸດສະທຳ​ທີ່​ຮ້າຍ​ແຮງ​ຢູ່​ເຂດ ກາຊາ. ນັກຂ່າວ ວີໂອເອ, ເວໂຣນິກາ ບາລເດີຣາສ ອິເກຼຊຽ​ສ (Veronica Balderas Iglesias) ມີ​ລາຍ​ງານ, ເຊິ່ງອາດນະສັກ ຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ກຸ່ມຮາມາສ ຖືກຈັບຕາເບິ່ງ ພາຍຫຼັງອິສຣາແອລ ຢືນຢັນການສະໜັບສະໜູນ ຂໍ້ຕົກລົງຢຸດຍິງຂອງສະຫະລັດ

ອິສຣາ​ແອ​ລ ເຫັນດີກັບ​ຂໍ້​ສະ​ເໜີ​ທີ່ໄດ້ຖືກ​ນຳ​ສະ​ເໜີ​ໃນ​ອາທິດ​ແລ້ວ​ນີ້ ທີ່​ຈະເປັນ​ຂົວ​ຕໍ່​ຄວາມ​ຂັດແຍ້ງ​ທີ່​ຍັງ​ເຫຼືອຢູ່ ​ເພື່ອ​ບັນລຸ​ຂໍ້ຕົກລົງການຢຸດ​ຍິງ​ໃນ​ສົງຄາມ​ກັບ​ກຸ່ມ ຮາມາສ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ ແອນໂທນີ ບລິງເກັນ ໄດ້​ປະ​ກາດເລື້ອງນີ້ ​ໃນ​ວັນ​ຈັນ​ວານນີ້ ຫຼັງ​ຈາກ​ໄດ້​ຈັດ​ກອງ​ປະ​ຊຸມ​ກັບ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ອິ​ສ​ຣາ​ແອ​ລ​ ຫຼາຍ​ຄັ້ງ.

ທ່ານ ແອນໂທນີ ບລິງເກັນ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ:

"ບາດກ້າວ​ທີ່​ສຳຄັນ​ບາດກ້າວຕໍ່​ໄປ​ແມ່ນ​ໃຫ້​ກຸ່ມ ຮາມາສ ​ຕອບຕົກລົງເຫັນດີ, ​ແລະຫຼັງຈາກ ນັ້ນ ​ໃນຊຸມມື້ຂ້າງໜ້າ, ​ບັນດາ​ນັກເຈລະຈາທີ່​ຊ່ຽວຊານ​ທັງ​ໝົດ​ ຈະ​ຮວມ​ໂຕກັນເພື່ອ ທຳຄວາມ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ ກ່ຽວ​ກັບ​ການ​ປະຕິບັດ​ຂໍ້​ຕົກລົງດັ່ງກ່າວ.”

ຄວາມ​ກົດ​ດັນ​ກຳລັງເພີ້ມຂຶ້ນ​ຕໍ່​ລັດ​ຖະ​ບານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນຈາມິນ ເນຕັນຢາຮູ ຂອງອິສຣາແອລ ເພື່ອ​ຮັບ​ປະ​ກັນ​ການ​ປ່ອຍ​ຕົວ​ຕົວ​ປະ​ກັນ​ຊາວອິສຣາແອລ ທີ່​ກຸ່ມ ຮາມາສ ຈັບ​ໂຕໄປ​ໃນ​ວັນ​ທີ 7 ຕຸລາ. ທ່ານ ບລິງເກັນ ໄດ້ສ່ອງແສງໃຫ້ທ່ານ ຮັບຮູ້ເຖິງຄວາມ ສໍາຄັນຂອງການບັນລຸຂໍ້ຕົກລົງການຢຸດຍິງໃນຕອນນີ້.

ທ່ານ ແອນໂທນີ ບລິງເກັນ, ລັດຖະມົນຕີການຕ່າງປະເທດສະຫະລັດ:

"ຖ້າແຕ່ລະມື້ຜ່ານໄປ ໂດຍທີ່ບໍ່ມີຂໍ້ຕົກລົງ, ສອງສິ່ງສາມາດເກີດຂຶ້ນໄດ້ ຄື: ຫນຶ່ງແມ່ນ, ແນ່ນອນ, ບັນດາໂຕປະກັນ ອາດເສຍຊີວິດເພີ້ມຂຶ້ນ. ແລະສອງແມ່ນ ເຫດການແຊກ ແຊງທີ່ເກີດຂຶ້ນຕາມມາ ອາດຈະເຮັດໃຫ້ສິ່ງຕ່າງໆມີຄວາມຫຍຸ້ງຍາກຫຼາຍຂຶ້ນ, ຫຼືອາດ ຈະບໍ່ເກີດຂຶ້ນເລີຍ​ກໍເປັນໄດ້."

ທ່ານ ບລິງເກັນ ກ່າວ​ວ່າ ທ່ານ​ໄດ້ກ່າວເຖິງຄວາມ​ຮີບ​ດ່ວນ​ໃນ​ການ​ແກ້​ໄຂ​ສະຖານະ​ການ​ດ້ານ​ມະນຸດສະທຳ​ຢູ່​ເຂດ ກາຊາ ​ໃນ​ເວລາ​ທີ່​ທ່ານ​ໄດ້​ພົບ​ປະ​ກັບ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຂອງອິສຣາແອລ ທ່ານ ໂຢອາຟ ກາລລັນ (Yoav Gallant).

ການ​ປຶກສາຫາລື​ຍັງ​ລວມ​ເຖິງ​ຄວາມເປັນໄປໄດ້ທີ່​ພະຍາດ​ໂປ​ລີ​ໂອຈະ​ຄືນາລະບາດ​ອີກຄັ້ງ ຢູ່ໃນ​ເຂດ​ກາຊາ. ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຂອງ​ປາ​ແລັສ​ໄຕ​ນ໌ ໄດ້​ລາຍ​ງານ​ກໍ​ລະ​ນີ​ໜຶ່ງ​ ໃນອາ​ທິດ​ທີ່ຜ່ານ​ມາກ່ຽວ​ກັບ​ເດັກ​ທີ່​ບໍ່​ໄດ້​ຮັບ​ວັກ​ຊີນ.

ທ່ານ ແອນໂທນີ ບລິງເກັນ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ:

"ພວກເຮົາໄດ້ເຮັດວຽກກ່ຽວກັບແຜນການລະອຽດເພື່ອເຮັດໃຫ້ແນ່ໃຈວ່າ ຜູ້ທີ່ຈໍາເປັນຕ້ອງ ໄດ້ຮັບການສັກຢາປ້ອງກັນສາມາດໄດ້ຮັບການສັກຢາປ້ອງກັນໄດ້ ແລະພວກເຮົາກຳລັງ ເຮັດວຽກຮ່ວມກັບລັດຖະບານອິສຣາແອລ ກ່ຽວກັບເລື່ອງນີ້.”

ທ່ານ ບລິງເກັນ ຄາດ​ວ່າ​ຈະໄດ້​ຮຽນ​ຮູ້​ຈຸດ​ຢືນ​ຂອງ​ກຸ່ມ ຮາມາສ ກ່ຽວ​ກັບ​ຂໍ້​ສະ​ເໜີໃນການ ເຊື່ອມຕໍ່ນີ້ ເມື່ອ​ທ່ານ​ພົບ​ປະ​ກັບ​ຜູ້​ໄກ່​ເກ່ຍ​ຈາກ ອີ​ຈິບ ແລະ ກາ​ຕາ ໃນ​ວັນ​ອັງ​ຄານ​ມື້​ນີ້ ທີ່​ເມືອງ​ແຄມ​ທະ​ເລ ເອລ-ອາລາເມນ (El-Alamein) ຂອງອີ​ຈິບ.

ອ່ານລາຍງານເປັນພາສາອັງກິດລຸ່ມນີ້:

U.S. Secretary of State Antony Blinken announced Monday that Israel confirmed its support for a proposal to achieve a cease-fire in the Israel-Hamas war. The top U.S. diplomat urged Hamas to back the proposal as well, saying it would help alleviate the dire humanitarian situation in Gaza. VOA’s Veronica Balderas Iglesias reports.

Israel is on board with a proposal presented last week that bridges the remaining differences to reach a cease-fire in its war with Hamas. U.S. Secretary of State Antony Blinken made the announcement Monday after holding several meetings with top Israeli officials.

Antony Blinken, US Secretary of State:

“The next important step is for Hamas to say yes, and then in the coming days, for all of the expert negotiators to get together to work on clear understandings on implementing the agreement.”

Pressure is building on the government of Israeli Prime Minister Benjamin Netanyahu to secure the release of Israeli hostages taken by Hamas on October 7th. Blinken conveyed to him the importance of reaching a cease-fire agreement now.

Antony Blinken, US Secretary of State:

“With every passing day there's not an agreement, two things can happen: One is, of course, more hostages can perish. And second, intervening events come along that may make things even more difficult, if not impossible.”

Blinken said he brought up the urgency of addressing the humanitarian situation in Gaza when he met with Israeli Defense Minister Yoav Gallant.

Discussions also included the possible reemergence of polio in the Gaza Strip. Palestinian health officials reported a case last week in an unvaccinated child.

Antony Blinken, US Secretary of State:

“We've been working on a detailed plan to make sure that those who need to be vaccinated against it can get vaccinated. And we're working with the Israeli government on that.”

Blinken expects to learn Hamas' stance on the bridging proposal when he meets Tuesday with mediators from Egypt and Qatar in the coastal town of El-Alamein, Egypt.

Veronica Balderas Iglesias, VOA News