ນັກວິທະຍາສາດ ກຳລັງ ຄົ້ນຄ້ວາພັດທະນາ ລໍ້ນັ່ງ ທີ່ບັງຄັບ ດ້ວຍສາຍຕາ
Your browser doesn’t support HTML5
ນັກວິທະຍາສາດກຸ່ມນຶ່ງ ທີ່ນະຄອນຫລວງລອນດອນ ກຳລັງພະຍາຍາມ
ພັດທະນາຕັ່ງອີ້ ຫລືລໍ້ນັ່ງສຳຫລັບຄົນພິການ ທີ່ຜູ້ນັ່ງສາມາດຄວບຄຸມແລະ
ບັງຄັບມັນດ້ວຍການພຽງແຕ່ໃຊ້ສາຍຕາ ເບິ່ງໄປຍັງທິດທາງທີ່ຕົນຢາກໃຫ້
ລໍ້ພາໄປ ໂດຍບໍ່ຕ້ອງໃຊ້ມືບັງຄັບມັນ.