ລະເບີດສອງລູກ ແຕກຂຶ້ນ ໃນຄຸ້ມນຶ່ງ ຂອງບາງກອກ

  • ສິງ ບູຣົມມະວົງ

ເຈົ້າໜ້າທີ່ຕໍາຫລວດກໍາລັງສຶບສວນ ແລະຊອກຫາຫລັກຖານຈາກເຫດ ລະເບີດແຕກ ໃສ່ຜູ້ຊາຍຄົນນຶ່ງຊຶ່ງເປັນ ຄົນຖືລະເບີດ ທີ່ໄດ້ຮັບບາດເຈັບ ໃນເຂດໃຈກາງບາງກອກ (14 ກຸມພາ 2012)

ຢ່າງ​ໜ້ອຍໄດ້​ມີລະ​ເບີດ​ສອງ​ລູກ​ແຕກຂື້ນ ຢູ່​ໃນ​ຄຸ້ມທີ່​ແອ​ອັດ​ໄປ​ດ້ວຍ​ການ​ຈະລາຈອ​ນ​
ຄຸ້ມ​ນຶ່ງ​ຂອງ​ບາງກອກ​ໃນ​ວັນ​ອັງ​ຄານ​ມື້​ນີ້ ​ແລະ​ສື່​ມວນ​ຊົນ​ໄທ​ໄດ້​ກ່າວວ່າ ຜູ້​ຊາຍ​ຄົນ​ນຶ່ງ​
ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ.

ລາຍ​ງານ​ກ່າວ​ວ່າ ຜູ້​ຊາຍ​ຄົນ​ນຶ່ງທີ່​ຄິດ​ວ່າ​ເປັນ​ຄົນ​ອີ່ຣານ ຫລື​ມາ​ຈາກ​ພາກຕາ​ເວັນ​ອອກ​
ກາງ ​ໄດ້​ຖື​ລະ​ເບີດລູກ​ນຶ່ງທີ່​ແຕກ​ຂື້ນ​ນັ້ນ.

ສື່​ມວນຊົນ​ທ້ອງ​ຖິ່ນ ​ແລະຕາໜ່າງ​ສື່​ສັງຄົມໄດ້​ພິມ​ເຜີຍ​ແຜ່​ຮູບ​ພາບຈຳນວນ​ນຶ່ງ ທີ່ປະກົດ​
ວ່າຂາ​ຂອງຜູ້​ຊາຍຄົນ​ດັ່ງ​ກ່າວ​ໄດ້ຂາດ​ອອກ​ຍ້ອນ​ຖືກ​ລະ​ເບີດ​ແຕກ​ໃສ່​.

ລະ​ເບີດ​ໄດ້​ແຕກ​ຂື້ນ​ຢູ່ຖະໜົນ​ທີ່ແອ​ອັດ​ໄປ​ດ້ວຍ​ການ​ຈະລາຈອນ ໃກ້​ກັບ​ໂຮງຮຽນ​ແຫ່ງ
ນຶ່ງ ​ທາງພາກ​ຕາ​ເວັນ​ອອກ​ຂອງ​ຕົວ​ເມືອງ.

ເຈົ້າ​ໜ້າ​ທີ່​ຕໍາຫລວດກໍາ​ລັງ​ທໍາ​ການສືບສວນກ່ຽວ​ກັບສາ​ເຫດ ທີ່​ພົວພັນ​ກັບການ​ແຕກ​
ຂອງລະ​ເບີດດັ່ງກ່າວ. ຍັງ​ບໍ່​ເປັນ​ທີ່ຈະແຈ້ງ​ເທື່ອ​ວ່າ ມີ​ຄົນ​ໄດ້​ຮັບ​ບາດ​ເຈັບຕື່ມອີກຫຼື​ບໍ່.

ປະຊາ​ຊົນໄທ​ໄດ້​ພາກັນ​ລະ​ມັດ​ລະວັງມາ​ຕັ້ງ​ແຕ່​ເດືອນ​ແລ້ວ​ນີ້ ​ເວລາ​ເຈົ້າໜ້າທີ່​ໄທ​ໄດ້​ຮັບ​ຄໍາ
ເຕືອນ​ຈາກ​ສະຫະລັດ ​ແລະ​ໄດ້້​ຈັບ​ກຸມຜູ້​ຊາຍ​ຄົນ​ເລ​ບາ​ນອນ ​ໃນ​ຖານສົງ​ໃສທີ່​ຈະ​ວາງ​ແຜນ
ກໍ່​ການ​ຮ້າຍຢູ່​ໃນ​ເຂດ​ທ່ອງ​ທ່ຽວຂອງບາງກອກ. ຜູ້​ຊາຍ​ທີ່​ຖືກ​ກ່າວ​ຫາ​ວ່າ​ພົວພັນ​ຕິດ​ຕໍ່​ກັບ
ກຸ່ມກໍ່​ການ​ຮ້າຍ Hezbollah ນັ້ນໄດ້​ນໍາພາ​ເຈົ້າ​ໜ້າ​ທີ່​ຕໍາຫລວດໄປຫາ​ກຸດັງແຫ່ງ​ນຶ່ງທີ່​ເຕັມ​
ໄປ​ດ້ວຍ​ສານ​ເຄມີ​ທີ່​ສາມາດ​ນໍາ​ໃຊ້​ໃນ​ການ​ເຮັດລະ​ເບີດ​ໄດ້.

ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍບໍ່​ຄ່ອຍ​ມີ​ຂຶ້ນປານ​ໃດ ຢູ່​ທີ່ບາງກອກ​ນັ້ນຊຶ່ງ​ເປັນ​ທີ່​ພວກ​
ນັກ​ທອງ​ທ່ຽວຕ່າງປະ​ເທດ​ມັກ​ນິຍົມ​ໄປ​ທ່ຽວ​ກັນ​ຍ້ອນ​ມີ​ຫາດ​ຊາຍ​ອັນ​ງົດ​ງາມ ​ແລະ​ຊີວິດ
ບັນເທີງ​ໃນ​ຍ​າມກາງ​ຄືນ.