ປະຊາຊົນໃນເມືອງຫຼວງຂອງລັດ Yobe ຂອງໄນຈີເຣຍ ກ່າວ
ວ່າ ການໂຈມຕີທີ່ສົງໄສວ່າແມ່ນກຸ່ມ Boko Haram ໃສ່ເມືອງ
ຂອງເຂົາເຈົ້າ ໄດ້ແນເປົ້າໝາຍໃສ່ຕຳຫຼວດ.
ພວກຜູ້ຊາຍຈຸນຶ່ງທີ່ປະກອບອາວຸດໜັກ ໄດ້ທຳການໂຈມຕີເມືອງ
Damaturu ໃນເຊົ້າວັນຈັນມື້ນີ້ ດ້ວຍລະເບີດແລະອາວຸດປືນ.
ພວກຊາວເມືອງ ຮວມທັງພວກນັກສຶກສາມະຫາວິທະຍາໄລລັດ
Yobe ພາກັນລີ້ຊ່ອນຢູ່ໃນປ່າແຫ່ງນຶ່ງ ຢູ່ນອກເມືອງທີ່ຕັ້ງຢູ່ໃນ
ພາກເໜືອຂອງໄນຈີເຣຍ. ນັກຂ່າວວີໂອເອພະແນກພາສາ
Hausa ໂອ້ລົມກັບນັກຂ່າວໂທລະພາບຄົນນຶ່ງທີ່ກຳລັງລີ້ຊ່ອນ
ຢູ່ໃນປ່າເຊັ່ນກັນ ທີ່ເວົ້າວ່າ ພວກມືປືນ ໄດ້ເຂົ້າໄປຮອດໃຈກາງເມືອງແລ້ວ.
ຊາຍຄົນນຶ່ງກ່າວຕໍ່ອົງການຂ່າວ AFP ວ່າ ຄ້າຍຕຳຫຼວດແຫ່ງນຶ່ງໄດ້ຖືກທຳລາຍໄປແລ້ວ.
ເມືອງ Damaturu ແມ່ນເຂດນຶ່ງທີ່ກຸ່ມ Boko Haram ໄດ້ທຳການໂຈມຕີຢ່າງໂຫດຫ້ຽມ
ທີ່ສຸດ ຮວມທັງການສັງຫານພວກນັກສຶກສາທີ່ວິທະຍາໄລກະເສດ ແລະພວກນັກຮຽນມັດ
ທະຍົມ ທີ່ເມືອງ Mamudo ຕະຫຼອດທັງການວາງລະເບີດໂຈມຕີຫວ່າງໄວໆມານີ້ ທີ່ໂຮງ
ຮຽນອຸດົມສຶກສາແຫ່ງນຶ່ງຂອງລັດຖະບານທີ່ເມືອງ Potiskum ນັ້ນ.
ກຸ່ມ Boko Haram ໄດ້ເພີ້ມການໂຈມຕີເລື້ອຍຂຶ້ນ ແລະຮຸນແຮງເຮັດໃຫ້ມີຄົນຕາຍຫລາຍຂຶ້ນ ໃນຫວ່າງໄວໆມານີ້.
ກຸ່ມດັ່ງກ່າວໄດ້ຖືກຖິ້ມໂທດໃສ່ວ່າ ເປັນຕົ້ນເຫດຂອງການເສຍຊີວິດຂອງປະຊາຊົນຫຼາຍ
ພັນຄົນ ໃນລະຫວ່າງການກໍ່ການກະບົດມາເປັນເວລາ 5 ປີ ຢູ່ໄນຈີເຣຍ. ກຸ່ມດັ່ງກ່າວໄດ້
ຍຶດເອົາຫລາຍເມືອງ ໃນລັດ Borno ແລະລັດ Adamawa ເພື່ອສ້າງຕັ້ງອັນທີ່ພວກເຂົາເອີ້ນວ່າ ລັດອິສລາມທີ່ຢູ່ພາຍໃຕ້ການປົກຄອງຂອງກົດໝາຍອິສລາມຢ່າງເຂັ້ມງວດນັ້ນ.
ເບິ່ງວີດີໂອ ກ່ຽວກັບຄວາມຮຸນແຮງ ຂອງພວກໂບໂກ ຮາຣຳ:
Your browser doesn’t support HTML5
Boko Haram Violence Ravages Northern Nigeria, Hurts Cameroon