ພວກນັກເຄື່ອນໄຫວຊີເຣຍ ກ່າວວ່າ ລະເບີດທີ່ແຕກຂຶ້ນໃສ່
ລົດຄັນນຶ່ງໃນພາກໃຕ້ຂອງຊີເຣຍ ໄດ້ສັງຫານຢ່າງນ້ອຍ 21
ຄົນ ຊຶ່ງຮວມທັງແມ່ຍິງ 6 ຄົນ ແລະເດັກນ້ອຍ 4 ຄົນນໍາ.
ກຸ່ມສັງເກດການເພື່ອສິດທິມະນຸດໃນຊີເຣຍ ທີ່ມີສໍານັກງານ
ຢູ່ອັງກິດ ກ່າວວ່າ ລະເບີດດັ່ງກ່າວນັ້ນໄດ້ແຕກຂຶ້ນໃນເຊົ້າວັນ
ພຸດມື້ນີ້ ໃນຂະນະທີ່ລົດຄັນນັ້ນກໍາລັງແລ່ນໄປ ຢູ່ໃກ້ເມືອງ
Tel al-Juma ໃນແຂວງ Daraa.
ພວກນັກເຄື່ອນໄຫວປະນາມ ກອງກໍາລັງທີ່ຈົງຮັກພັກດີຕໍ່
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ວ່າເປັນ
ຜູ້ຫ້າງລະເບີດໄວ້ຢູ່ຖະໜົນເສ້ນນັ້ນ. ກຸ່ມສັງເກດການກ່າວວ່າ ມີຄ້າຍທະ ຫານຕັ້ງຢູ່ໃກ້ໆ
ນັ້ນ ທີ່ຖືກປິດລ້ອມໂດຍພວກກຸ່ມຕໍ່ຕ້ານລັດຖະບານ.
ຍັງບໍ່ທັນມີການສະແດງຄວາມເຫັນໃດໆໃນທັນທີນີ້ ຈາກທາງລັດຖະບານເທື່ອ.
ແຂວງ Daraa ແມ່ນຈຸດເລີ້ມຕົ້ນຂອງວິກິດການຊີເຣຍ ທີ່ໄດ້ເລີ່ມຂຶ້ນໃນເດືອນມີນາ
2011 ຈາກການປະທ້ວງຢ່າງສັນຕິ ທີ່ໄດ້ຄ່ອຍໆທະວີຄວາມຮຸນແຮງຂຶ້ນ ຈົນກາຍມາ
ເປັນສົງຄາມກາງເມືອງ ທີ່ຍັງຜົນໃຫ້ມີ ຫຼາຍກວ່າ 100,000 ຄົນເສຍຊີວິດນັ້ນ. ອົງການ
ສະຫະປະຊາຊາດ ກ່າວວ່າ ການຕໍ່ສູ້ກັນໄດ້ບີບບັງຄັບໃຫ້ ຫຼາຍກວ່າ 2 ລ້ານຄົນ ອົບພະ
ຍົບຫລົບໜີ ຈາກຊີເຣຍ ແລະອີກ 4 ລ້ານ 2 ແສນ 5 ໝື່ນຄົນ ໄດ້ກາຍເປັນອົບພະຍົບ
ພາຍໃນປະເທດ.

Images from Syria