ພວກນັກເຄື່ອນໄຫວ ກ່າວວ່າ ມີ 69 ຄົນ ເສຍຊີວິດ ຍ້ອນເຫດລະເບີດ ຢູ່ຊີເຣຍ

ພາບທີ່ໄດ້ຮັບຈາກ ກຸ່ມປ້ອງກັນພົນລະເຮືອນໝວກຂາວ (Syrian Civil Defense White Helmets), ທີ່ໄດ້ຖືກ ກວດສອບ ວ່າເປັນເລື້ອງຈິງ ອີງຕາມເນື້ອໄນ ແລະພວກລາຍງານ ຂອງອົງການຂ່າວເອພີ, ສະແດງ ໃຫ້ເຫັນວ່າ ກຸ່ມດັ່ງກ່າວ ເຮັດວຽກໃນສະຖານທີ່ເກີດເຫດ, ຊີເຣຍ, 12 ສິງຫາ 2018.

ກຸ່ມສິ້ງຊອມ​ເບິ່ງ​ສົງຄາມ​ໃນ​ຊີ​ເຣຍ ​ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ຈຳນວນ​ພວກ​ທີ່ເສຍ
ຊີວິດ​ໃນເຫດລະ​ເບີດ ​ທີ່ຕຶກອາຄານແຫ່ງນຶ່ງ ​ເຊື່ອ​ວ່າເປັນສາງເກັບ​ອາວຸດ​ ​ໃນ​ເຂດ​
ທີ່​ໝັ້ນ​ຂອງ​ພວກຕໍ່ຕ້ານລັດຖະບານ ໃນແຂວງອິດ​ລິບ ໄດ້​ເພີ້​ມຂຶ້ນ​ເປັນ 69 ​ຄົນ.

ກຸ່ມ​ສິ້ງຊອມສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳ​ນັກ​ງານ​ຕັ້ງຢູ່​ປະ​ເທດ​ອັງກິດ ​ໄດ້​ລາຍ​ງານ
​ວ່າ ມີ​ຫຼາຍ​ສິບຄົນ ໄດ້​ຮັບ​ບາດ​ເຈັບ ​ໃນ​ເຫດລະ​ເບີດ​ທີ່ເກີດຂຶ້ນໃນ​ວັນ​ອາທິດ​ວານ​ນີ້ ​
ໃນ​ເມືອງ​ຊາຣ໌ມາດາ ​ໃກ້​ໆກັບ​ຊາຍ​ແດນ​ເທີ​ກີ​ ​ແລະ​ວ່າ​ຈຳນວນ​ຂອງ​ພວກ​ທີ່​ເສ​ຍ
ຊີວິດມີທ່າທາງວ່າ ຈະ​ເພີ້​ມຂຶ້ນຕື່ມ.

ກຸ່ມ​ດັ່ງກ່າວ ​ຊຶ່ງມີຕາໜ່າງ ໃນ​ທົ່ວປະເທດ​ຊີ​ເຣຍ ​ໄດ້​ກ່າວ​ວ່າ ສາງເກັບອາວຸດ
ໃນ​ຫ້ອງ​ໃຕ້​ດິນ ຂອງ​ຕຶກ​ອາຄານ​ ໄດ້​ລະ​ເບີດ​ຂຶ້ນ ​ເຮັດ​ໃຫ້​ໝົດ​ທັງ​ຕຶກ​ອາຄານ​ທີ່​ມີ​
ຫຼາຍ​ໆຊັ້ນ ພັງ​ລົງ.

​ໃນ​ຂະນະ​ດຽວ​ກັນ​ນັ້ນ ທະຫານ​ຂອງລັດຖະບານ​ຊີ​ເຣຍ ​ແມ່ນ​ໄດ້​ສົ່ງ​ກອງ​ກຳລັງ
ໄປສະໜັບສະໜູນ​ເພີ້​ມຕື່ມ ກ່ອນ​ໜ້າ​ການເປີດສາກບຸກໂຈມຕີທີ່ອາດມີຂຶ້ນ
ໃນ​ແຂວງອິດ​ລິບ ຊຶ່ງ​ເປັນ​ເຂດ​ທີ່​ໝັ້ນສຳຄັນ​ອັນ​ສຸດ​ທ້າຍ ​ຂອງ​ພວກ​ຕໍ່ຕ້ານລັດຖະ
ບານ​ໃນ​ຊີ​ເຣຍ.

ພາບທີ່ໄດ້ຮັບຈາກກຸ່ມປ້ອງກັນພົນລະເຮືອນໝວກຂາວ (Syrian Civil Defense White Helmets), ທີ່ຖືວ່າເປັນ ກຸ່ມແທ້ຈິງ ແລະພວກລາຍງານຂອງອົງການຂ່າວເອພີ, ສະແດງ ໃຫ້ເຫັນພວກພະນັກງານຂອງກຸ່ມດັ່ງກ່າວ ເຮັດວຽກໃນສະຖານທີ່ເກີດເຫດ, ຊີເຣຍ, 12 ສິງຫາ 2018.

ໜັງສື​ພິມ​ລາຍ​ວັນ ອາລ-ວາຕານ (Al-Watan) ​ທີ່ນິຍົມລັດຖະບານ ໄດ້​ລາຍງານ
ໃນ​ວັນ​ອາທິດ​ວານ​ນີ້​ວ່າ ​ທະຫານທີ່ສົ່ງໄປຕື່ມ ​ໄດ້ໄປ​ເຖິງ​ເຂດຊານເມືອງ​ຂອງ​ແຂວງ
ອິດ​ລິບ​ແລ້ວ ​ຊຶ່ງ​ເປັນ​ບາດກ້າວ​ຂັ້ນ​ທຳ​ອິດ ​ໃນການ​ເປີດສາກໂຈມ​ຕີ​ຢ່າງ​ກວ້າງ​ຂວາງ
ຢູ່ໃນ ແຂວງດັ່ງກ່າວ.

ໃນສັບປະດາ​ແລ້ວ​ນີ້ ​ເຮືອ​ບິນເຮ​ລິ​ຄອບ​ເຕີຂອງລັດຖະບານ ​ໄດ້​ຫວ່າ​ນ​ໃບ​ປີວລົງ​ໃສ່​
ຫຼາຍໆ​ເມືອງ ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ແຂວງ​ອິດລິບ​ ​ຮຽກຮ້ອງໃຫ້​ພວກຜູ້​ຄົນອອກ​ມາ​ຍອມຈຳນົນ.

​ໃນ​ຂະນະ​ດຽວ​ກັນ​ນັ້ນ ທ່ານ​ຢານ ອີ​ເກີແລນ ຫົວໜ້າຊ່ວຍເຫລືອດ້ານ​ມະນຸດສະທຳ​
ຂອງ​ອົງການ​ສະຫະ​ປະຊາ​ຊາດ ປະຈຳ​ຊີ​ເຣຍ ຮ້ອງ​ຂໍ​ໃຫ້​ເປີດການເຈລະຈາ ເພື່ອຫຼີກ
ລ່ຽງການ “ນອງ​ເລືອດ​ຂອງ​ພົນລະ​ເຮືອນ” ​ໃນ​ແຂວງ​ດັ່ງກ່າວ.

ມີ​ປະຊາຊົນ ຫຼາຍ​ກວ່າ 350,000 ຄົນ​ໄດ້​ຖືກ​ຂ້າ​ຕາຍ ​ແລະ​ອີກ​ຈຳນວນ​ຫຼາຍ​ລ້ານ​ຄົນ
​ໄດ້​ອົບ​ພະຍົບຫລົບ​ໜີ ນັບ​ຕັ້ງ​ແຕ່​ສົງ​ຄາມ​ກາງ​ເມືອງ​ໃນ​ຊີ​ເຣຍ ​ເລີ້ມຂຶ້ນ ໃນ​ປີ 2011
ດ້ວຍ​ການ​ປາບປາມຢ່າງ​ຮຸນ​ແຮງ ​ຕໍ່ພວກ​ຕໍ່ຕ້ານ​ລັດຖະບານ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ