ບັນດາຜູ້ຊ່ຽວຊານ ເປັນຫ່ວງ ກັບການຊັກຊ້າ ໃນການແຕ່ງຕັ້ງ ທູດໃໝ່ ສຫລ ຢູ່ໃນທົ່ວໂລກ

Your browser doesn’t support HTML5

ບັນດາຜູຊ່ຽວຊານ ມີຄວາມເປັນຫ່ວງກັບ ການບໍ່ມີເອກອັກຄະລັດ ຖະທູດ ສະຫະລັດ ໄປປະຈຳຢູ່ໃນປະເທດຕ່າງໆ ທົ່ວໂລກ.

ເຖິງແມ່ນວ່າ ​ປະທານາທິບໍດີ ດໍໂນ​ລ ທຣໍາ ຈະຂຶ້ນບໍລິຫານປະເທດ​ມາໄດ້ ສາມ​ເດືອນ
ແລ້ວ ​ແຕ່ທ່ານກໍຍັງ​ບໍ່​ທັນ​ໄດ້ສະເໜີແຕ່ງຕັ້ງຜູ້​ທີ່ຈະ​ເຂົ້າໄປຮັບຕໍາ ແໜ່ງ​ລະດັບສູງທີ່ມີ​
ຢ່າງ​ຫລວງຫລາຍ ໃນ​ກະຊວງ​ການ​ຕ່າງປະ​ເທ​ດ ສະຫະລັດ ຢູ່ນະຄອນຫລວງວໍ​ຊິງ​ຕັນ
​ແລະ​ຮັບ​ໜ້າ​ທີ່​ເປັນ​ເອກ​ອັກຄະ​ລັດຖະທູດ ຢູໃນ​ສະຖານ ທູດ​ສະຫະລັດ ໃນປະເທດ
ຕ່າງໆຢູ່ທົ່ວ​ໂລກ ເທື່ອ. ບັນດາເອກ​ອັກຄະ​ລັດຖະທູດ ຕາມ​ປົກກະຕິ​ແລ້ວ ແມ່ນເປັນຜູ້
ຖືກແຕ່ງ​ຕັ້ງ​ທາງ​ການ​ເມືອງ ​ແລະ​ຕາມ​ປະ​ເພນີແລ້ວ ຈະຕ້ອງຖືກປ່ຽນໃໝ່ ເມື່ອມີການ
ປະກອບຄະນະລັດຖະບານໃໝ່. ​ແຕ່ ດັ່ງ​ທີ່ Cindy Saine ນັກ​ຂ່າວ ວີໂອ​ເອ ​ປະຈຳ​ກະ
ຊວງ​ການ​ຕ່າງປະ​ເທດ ລາຍ​ງານ​ວ່າ ​ເທື່ອ​ນີ້ການ​ດຳ​ເນີ​ນ​ການປ່ຽນດັ່ງກ່າວນັ້ນ ຊ້າກວ່າ​ປົກກະຕິ ​ໂດຍທີ່ມີຕໍ າ ແໜ່ງ ເອກ​ອັກຄະ​ລັດຖະທູດ ຢູ່ 181 ຕໍ າແໜ່ງຈາກທັງໝົດ
188 ຕໍ າແໜ່ງ ທີ່ຍັງລໍຖ້າໃຫ້ມີການ ແຕ່ງຕັ້ງຢູ່​. ກິ່ງສະຫວັນ ມີລາຍລະອຽດມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານ ການຍັງບໍ່ທັນຖືກແຕ່ງຕັ້ງ ເອກອັກຄະລັດຖະທູດ ສະຫະລັດ ຢູ່ທົ່ວໂລກ

ເມື່ອ​ຄວາມ​ເຄັ່ງຕຶງ ໃນ​ເກົາຫລີ​ເໜືອ ​ແ​ລະ​ແຫ່ງ​ອື່ນໆ ຂອງໂລກກຳລັງເພີ້ມ​ທະວີ​ຂຶ້ນ ປະທານາທິບໍດີທຣໍາ ​ມີ​ເອກ​ອັກຄະ​ລັດຖະທູດ​ໃໝ່ພຽງແຕ່ ​ສອງ​ຄົນ ເທົ່ານັ້ນ ທີ່ໄດ້ຮັບ
ການຮັບຮອງເອົາ ​ແລະກໍ​ໄດ້​ສະ​ເໜີແຕ່ງຕັ້ງເອກ​ອັກຄະ​ລັດຖະທູດຄົນ​ໃໝ່ອີກໄດ້​ພຽງ
​ແຕ່ຫ້າ​ຄົນເທົ່ານັ້ນ.

ທ່ານຍັງບໍ່ທັນ​ໄດ້​ສະ​ເໜີແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ເກົາຫລີ​ໃຕ້
ຫລື​ລັດຖະມົນຕີຊ່ວຍວ່າການ​ຕ່າງປະ​ເທດ ຮັບຜິດຊອບ​ວຽກງານໃນເຂດເອ​ເຊຍ​ຕາ​
ເວັນ​ອອກ ​ແລະ​ມະຫາສະໝຸດ​ປາຊິຟິກ ເທື່ອ.

ທ່ານ Thomas Wright ປະຈຳ​ສະ​ຖາ​ບັນ Brooking ກ່າວ​ວ່າ ການ​ຂາດ​ຜູ້​ຊ່ຽວຊານ
ແບບນີ້ ​ເປັນ​ເລື່ອງ​ທີ່​ບໍ່ເຄີຍ​ມີ​ມາ​ກ່ອນ ​ແລະກໍໜ້າ​ເປັນ​ຫ່ວງຫລາຍ.

ທ່ານ Wright ກ່າວ​ວ່າ “ຖ້າ​ຫາກ​ທ່ານ​ເບິ່ງ ​ໂຕ​ຢ່າງເຊັ່ນ ກອງ​ປະຊຸມ​ສຸດ​ຍອດ​ຫວ່າງ
​ມໍ່ໆມາ​ນີ້ກັບ​ ປະທານ​ປະ​ເທດ Xi Jingpin ຂອງ​ຈີນ ​ໄດ້​ມີ​ຜູ້​ຊ່ຽວຊານດ້ານ​ເອ​ເຊຍ​
ໜ້ອຍ​ດຽວ ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ຢູ່​ໃນ​ຕໍ າແໜ່ງສູງ. ບັນດາ​ທ່ານ​ເຫລົ່າ​ນີ້ ຕາມ​ທຳ​ມະ​ດາ
ແລ້ວ​ ຈະມີຄວາມ​ສຳຄັນ​ໃນ​ການ​ນຳພາດໍ າເນີນກອງ​ປະຊຸມ​ສຸດ​ຍອດແບບນີ້. ​ແລະ
​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ຄິດ​ວ່າ ສະຖານະການນີ້ ມີ​ຜົນ​ກະທົບທີ່​ເສຍ​ຫາຍທີ່ສືບຕໍ່

ໄປເລື້ອຍໆ.”

ໂຄສົກ​ກະຊວງ​ຕ່າງປະ​ເທດ ທ່ານ Mark Toner ​ໃນ​ອາທິດ​ນີ້ໄດ້ຊອກ​ຫາ​ວິທີການແກ້
ໄຂ​ຄວາມ​ກັງວົນໃ ເຫລົ່ານນັ້ນ​ຈຳນວນ​ນຶ່ງ.

ທ່ານ Toner ກ່າວ​ວ່າ “ຂ້າພະ​ເຈົ້າສາມາດ​ຮັບປະກັນຕໍ່ທຸກທ່ານຢູ່​ໃນ​ຫ້ອງ​ນີ້ ​ແລະ​ຕໍ່
ທຸກໆ​ຄົນ​ຢູ່ໃນ​ສະຫະລັດ ​ແລະ​ຢູ່​ທົ່ວ​ໂລກ​ໄດ້ເລີຍວ່າ ​ມັນບໍ່​ມີຕໍ າແໜ່ງຫວ່າງ ກບ່ອນ​
ເລີຍ​ ​ແລະຮັບປະກັນວ່າ​ມີ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນສູງຂອງ​ກະຊວງຕ່າງປະ​ເທດ ທີ່ກຳລັງ
​ຮັບ​ໃຊ້​ຢູ່​ຖານະເປັນຜູ້ວ່າການແທນ. ​ແຕ່​ວ່າ​ບັນດາ​ທ່ານ​ເຫລົ່າ​ນີ້​ເປັນ​ຜູ້​ທີ່ເຄີຍເປັນຜູ້
ເຮັດວຽກການຕ່າງປະເທດ​ທີ່ຮັບໜ້າທີ່ເປັນລະດູການ ແລະກໍ​ເປັນ​ນັກການ​ທູດ​ທີ່ມີ
ໄລຍະຕາມລະດູ​ການ.”

​ເມື່ອຖືກ​ຖາມ​ວ່າ ​ເປັນ​ຫຍັງ​ລັດຖະບານ​ຊຸດ​ນີ້ ຈຶ່ງ​ມີ​ບັນ​ຫາ​ໃນ​ການສະ​ເໜີ ແຕ່ງຕັ້ງ​ເອກ
​ອັກຄະ​ລັດຖະທູດ ​ຫລາຍກວ່າລັດຖະບານຊຸດ​ທີ່​ຜ່ານໆ​ມາ ເອກ​ອັກຄະ​ລັດຖະທູດສະ
ຫະລັດ ທີ່​ບໍານານ ທ່ານ Ron Neumann ຊັ່ງ​ຊາວ່າດັ່ງນີ້​:

ທ່ານວ່າ “ມີກຸ່ມນ້ອຍໆຢູ່ໃນທຳນຽບຂາວ ທີ່ຄວບຄຸມຫລາຍໆຢ່າງ ແລະ ກໍມີຄວາມ
ຂັດແຍ້ງກັນລະຫວ່າງຄົນຢູ່ໃນກຸ່ມດັ່ງກ່າວ. ແຕ່ນອກເໜືອ ໄປຈາກນັ້ນແລ້ວກໍພຽງ
ເປັນແຕ່ວ່າ ມັນນ້ອຍຫລາຍເທົ່ານັ້ນ. ເພາະສະນັ້ນ ເປັນໄປໄດ້ຢ່າງແນ່ນອນວ່າ ເຫດຜົນສ່ວນໃຫຍ່ຂອງການລ້າຊ້າ ມັນເປັນຍ້ອນວ່າພວກທີ່ເປັນຜູ້ ນໍາພາໃນການ

ຕັດສິນໃຈ ແມ່ນ ພາກັນມີວຽກຫລາຍເກີນໄປເທົ່ານັ້ນ.”

ທ່ານ Wright ເຊື່ອວ່າ ນອກນັ້ນແລ້ວກໍຍັງມີເລື່ອງການເມືອງທີ່ພົວພັນຢູ່ນັ້ນນຳ.

ທ່ານກ່າວວ່າ “ໂດຍສະເພາະຄົນຈຳນວນນຶ່ງຢູ່ໃກ້ຊິດກັບ ທ່ານທຣໍາ ມີຄວາມຕັ້ງ ໃຈຢາກແກ້ແຄ້ນຄືນຕໍ່ ຄົນທີ່ຄັດຄ້ານທ່ານ ຢູ່ໃນຕອນທີ່ທ່ານໂຄສະນາຫາ ສຽງນັ້ນ. ແລະເພາະສະນັ້ນເຂົາເຈົ້າໄດ້ຂັດຂວາງຕໍ່ ສະມາຊິກ​ພັກຣີພັບບລິກັນ ຜູ້ໃດ ທີ່ຕໍໜິ
ຕິຕຽນ ຫລືຄັດຄ້ານທ່ານທຣໍາ ໃນໄລຍະທີ່ທໍ າການເລືອກຕັ້ງນັ້ນ. ແຕ່ວ່າ ເຂົາຈົ້າ ກໍ່ຫາກບໍ່ມີຜູ້ໃດທີ່ມີຊົງຄຸນນະວຸດທິພຽງພໍສໍາລັບຕໍາແໜ່ງຂັ້ນສູງ ທີ່ ສະພາສູງ
ພໍຈະ
ຫ້ການຮັບຮອງເອົ າໄດ້ ຫລືບໍ່ກໍ ບໍ່ຄ່ອຍມີຫລາຍຄົນ ທີ່ໃຫ້ການສະໜັບສະໜູນແກ່
ທ່ານ. ສະນັ້ນ ຈຶ່ງມີການຊັກຊ້າແດ່ໜ້ອຍນຶ່ງ.”

ໂດຍທີ່ປະເຊີນກັບຄວາມທ້າທາຍດ້ານນະໂຍບາຍຕ່າງປະເທດ ໃນຊີເຣຍ, ໃນຣັດເຊຍ ແລະບ່ອນທີ່ມີຄວາມເຄັ່ງຮ້ອນອື່ນໆ ຢູ່ທົ່ວໂລກ ລັດຖະມົນຕີ ການຕ່າງປະເທດ ທ່ານ
Rex Tillerson ຍິນດີຮັບ ເອົາກັບການຊ່ວຍ ເຫລືອທຸກຢ່າງເທົ່າທີ່ສາມາດເອົາໄດ້ ໃນການແຕ່ງຕັ້ງຄົນໄປປະຈຳຢູ່ໃນ ຕໍາແໜ່ງຂັ້ນນໍາພາເຫລົ່ານີ້.

ອ່ານຂ່າວຕື່ມເປັນພາສາອັງກິດ