ມີການຮຽກຮ້ອງ ໃຫ້ລະມັດລະວັງ ທີ່ຈະມີ ປະຊຸມສຸດຍອດ ສຫລ ເກົາຫຼີເໜືອ ອີກຄັ້ງ

ຄົນພາກັນເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນ ປະທານາທິບໍດີ ດໍໂນລ ທຣໍາ ພົວປະກັບຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອືນ ວັນທີ 12 ມິຖຸນາ 2018.

ບັນດາ​ຜູ້​ຊ່ຽວຊານ​ ກ່າວ​ວ່າ ມັນ​ຈະ​ບໍ່ເປັນການ “ສະຫຼາດເລີຍ” ​ທີ່​ປະທານາທິບໍດີ​ສະ
ຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ທີ່​ຈະ​ຈັດກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ​ສອງ ​ກັບ​ຜູ້ ນຳ​ເກົາຫຼີ​ເໜືອ
ທ່ານ​ກິມ ຈົງ ອຶນ ນອກຈາກວ່າ ພຽງ​ຢາງຈະແຈ້ງ​ບັນ​ຊີ​ທັງ​ໝົດ​ຂອງ​ອາວຸດນິວ​ເຄລຍ ​
ແລະ​ສະຖານ​ທີ່​ຕ່າງໆ ແລະເຫັນ​ພ້ອມ​ກ່ຽວກັບ​ການກວດ​ສອບໂດຍເຕັມ ​ແລະ​ເອົາບາດ
ກ້າວ​ອັນ​ໜັກ​ແໜ້ນ​ ໄປ​ສູ່​ການເປັນປະເທດປອດອາວຸດ​ນິວ​ເຄລຍ ຢູ່ໃນ​ກອງ​ປະ​ຊຸມຄັ້ງ
ທີ​ສອງ.

​ທ່ານ​ໂຣ​ເບີດ ​ແມນ​ນິງ ສະມາຊິກ​ອະວຸໂສ ຢູ່ສະພາແ​ອັດ​ລັນ​ຕິກກ່າວ​ວ່າ “ເຖິງ​ແມ່ນ​ບໍ່​
ໄດ້ມີ​ຄວາມ​ກ້າວໜ້າ​ໃດໆ ​ກ່ຽວ​ກັບ​ການ​ປົດອາວຸດ​ນິວ​ເຄລຍ ນັບ​ແຕ່​ກອງ​ປະຊຸມເທື່ອ
​ທຳ​ອິດ ມັນ​ຈະ​ເປັນ​ແນວ​ຄິດ​ທີ່ບໍ່ສະຫຼາດເລີຍ ທີ່​ຈະ​ມີ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອທີ​ສອງ​
ກັບ​ທ່ານ​ກິມ. ຂ້າພະ​ເຈົ້າ​ຢາກ​ໃຫ້​ຄຳ​ແນະນຳ​ບໍ່​ໃຫ້​ມີ​ກອງ​ປະຊຸມ​ເທື່ອ​ທີ​ສອງ ນອກຈາກ
ວ່າ ​ທ່ານ​ກິມ​ຈະສະໜອງອົງການ​ພະລັງງານປະ​ລຳ​ມະນູ​ສາກົນ ຫຼື IAEA ກ່ຽວກັບໂຄງ
ການອາວຸດ​ນິວ​ເຄລຍຂອງ​ທ່ານ​ທັງ​ໝົດ ​ແລະ​ສະຖານ​ທີ່​ຕ່າງໆ ​ແລະ​ຕົກລົງ ທີ່​ຈະ​ອະນຸ
ຍາດ​ໃຫ້ອົງການ IAEA ​ເຂົ້​າ​ໄປ​ກວດ
ກາເບິ່ງ.”

ປະທາ​ນາ​ທິບໍດີ​ທຣໍາ​ ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ຢາກ​ມີ​ການ​ປະຊຸມ​ອີກ​ກັບ​ທ່ານ​ກິມ ໂດຍ
ກ່າວ​ຢູ່​ໃນ​ການ​ສົ່ງ​ຂໍ້ຄວາມ​ທາງ​ທວິດ​ເຕີ​ອາທິດ​ແລ້ວ​ນີ້​ວ່າ “ຂ້າພະ​ເຈົ້າຫວັງວ່າ ຈະ​ພົບ
ກັບ​ທ່ານໃນ​ບໍ່​ຊ້າ​ນີ້ ​ໃນ​ຂະນະ​ທີ່​ເກົາຫຼີ​ເໜືອ​ໄດ້​ເລີ້ມຂັ້ນຕອນໃນການ​ສົ່ງ​ຊາກ​ກະດູກ
ພວກ​ທະຫານ​ອາ​ເມຣິກັນ ທີ່​ໄດ້​ເສຍ​ຊີວິດ​ປາງສົງຄາມ​ເກົາຫຼີ. ຜູ້ ນຳ​ທັງ​ສອງ​ໄດ້​ພົບປະ
ກັນເ​ທື່ອທຳ​ອິດ​ໃນວັນ​ທີ 12 ​ເດືອນ​ມິຖຸນາ ​ຢູ່ທີ່ສິງກະ​ໂປ.​

ລັດຖະທົນຕີຕ່າງປະເທດ ສຫລ ທ່ານໄມຄ໌ ພອວພຽວ ຈັບມືກັບ ລັດຖະມົນຕີຕ່າງປະເທດເກົາຫຼີເໜືອ ທ່ານຣີ ຢົງ ຢູ່ກອງປະຊຸມອາຊຽນ ທີ່ສິງກະໂປ ວັນທີ 4 ສິງຫາ 2018.

ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ທ່ານ​ຈອນ ບອລຕັນ ​ໃນ​ວັນ​ອັງຄານວານ​ນີ້​ ໄດ້
ກ່າວ​ວ່າ ປະທານາທິບໍດີ​ທຣໍາ​ໄດ້ບອກ​ວ່າ​ທ່ານ​ພ້ອມ​ແລ້ວ​ທີ່​ຈະ​ພົບ​ກັບ​ທ່ານ​ກິມ ທຸ​ກເວ
ລາ ຢູ່​ໃນ​ໜັງສື​ຫວ່າງ​ມໍ່ໆມາ​ນີ້ທີ່​ສົ່ງໄປ​ຫາ​ທ່ານ​ກິມ. ລັດຖະມົນຕີ​ຕ່າງ ປະ​ເທດ​ສະຫະລັດ
ທ່ານ​ໄມ​ຄ໌ ພອມພຽວ ​ແລະ​ທ່ານ​ຊັງ ກິມ ​ເອກ​ອັກຄະ​ລັດຖະ ທູດ​ສະຫະລັດ ​ປະ​ຈຳ​ຟິລິບ
​ປິນຄົນ​ປັດຈຸບັນຜູ້​ທີ່​ນຳພາ​ການເຈລະຈາ​ກັບ​ພຽງ​ຢາງ ​ໄດ້​ສົ່ງ​ໜັງສື​ຂອງທ່ານ​ທຣໍາ ​ໄປ​ໃຫ້ລັດຖະມົນຕີ​ກະ​ຊວງ​ຕ່າງປະ​ເທດ​ເກົາຫຼີ​ເໜືອ ທ່ານນີ ຢົງ ​ໂຮ ລະຫວ່າງ​ກອງ​ປະຊຸມ
​ປະ​ເທດ​ສະມາຊິກ ຂອງ​ສະມາຄົມ​ບັນດາ​ປະ​ຊາ​ຊາດ ​ໃນ​ເຂດ​ເອ​ເຊຍຕາເວັນອອກສຽງ
ໃຕ້ ຫລື​ ASEAN ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ ​ໃນທ້າ​ຍອາທິດ​ທີ່​ຜ່ານ​ມາ.

ທ່ານ​ດັກ​ລັສ ພາລ ຮອງ​ປະທານ​ການ​ສຶກສາ ​ທີ່​ສະ​ຖາ​ບັນ​ຄາ​ເນກີ​ເພື່ອກອງທຶນ​ສັນຕິພາບ​ ສາກົນ ກ່າວ​ວ່າ ​ເຖິງ​ແມ່ນ​ທ່ານ​ບໍ່​ໄດ້ປະຕິເສດເຖິງຄວາມ​ເປັນ​ໄປ​ໄດ້ ຂອງ​ກອງ​ປະຊຸມ​
ສຸ​ດຍອດ ​ເທື່ອ​ທີ​ສອງ ທ່ານ​ໄດ້ກໍ່ໃຫ້ມີຄວາມ​ສົງ​ໄສ​ “ກ່ຽວ​ກັບ​ຄຸນ​ຄ່າຂອງ​ກອງ​ປະຊຸມ​ດັ່ງ
ກ່າວ” ໂດຍ​ສະ​ເພາະ​ການ​ເມື່ອເວົ້າເຖິງ “ກິດຈະການ​ທີ່​ບໍ່​ສຳຄັນ​ນັບ​ແຕ່​ການ​ປະກາດ​ທີ່
ກອງ​ປະຊຸມ​ເທື່ອ​ຫລ້າ​ສຸດ.”

ທ່ານ​ພາລ ກ່າວ​ວ່າ “ການ​ທີ່​ຈະ​ມີ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອທີ​ສອງ ​ແລະ​ກອງ​ປະຊຸມ​ສຸດ
​ຍອດ​ທີ່​ເປັນ​ຜົນສຳ​ເລັດ​ນັ້ນ ​ມີ​ນ້ອຍ ​ໃນ​ແນວ​ຄິດ​ ຂອງ​ຂ້າພະ​ເຈົ້າ.”

ທ່ານ​ກິມ​ໄດ້​ເຫັນ​ພ້ອມກັບ “ການ​ປົດອາວຸດ​ເຄລຍທັງ​ໝົດ ​ຢູ່​ໃນແຫຼມ​ເກົາຫຼີ” ຢູ່ທີ່ກອງ​

ປະຊຸມ​ສຸດ​ຍອດ​ຄັ້ງ​ປະຫວັດສາດ​ ໃນ​ສິງກະໂປ ​ແຕ່​ບາດກ້າວ​ອັນ​ໜັກ​ແໜ້ນ ທີ່​ຈະ​ນຳໄປ
​ສູ່​ການເປັນປະເທດປອດອາວຸດ​ນິວ​ເຄລຍນັ້ນບໍ່​ໄດ້​ກຳນົດ​ເອົາ​ໄວ້​.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ