ຜູ້​ຊ່ຽວ​ຊານ​ດ້ານ​ການ​ປະ​ມົງ​ພື້ນ​ບ້ານ​ຢືນ​ຢັນ​ວ່າ ມີ​ປາ 69 ຊະ​ນິດ​ທີ່​ອາດ​ຈະ​ສູນ​ພັນ​ໄປ​ຈາກ​ແມ່​ນ້ຳ​ຂອງ​ໃນ​ໄວໆ​ນີ້

  • ຊົງຣິດ ໂພນເງິນ

ຜູ້​ຊາຍ​ຄົນ​ນຶ່ງ​ຫວ່ານ​ແຫ​ຢູ່​ແຄມ​ແມ່​ນ້ຳ​ຂອງ​ໃນ​ນະ​ຄອນຫຼວງ ພະ​ນົມເປັນ, ກຳ​ປູ​ເຈຍ.

Your browser doesn’t support HTML5

ຜູ້​ຊ່ຽວ​ຊານ​ດ້ານ​ການ​ປະ​ມົງ​ພື້ນ​ບ້ານ​ຢືນ​ຢັນ​ວ່າ ມີ​ປາ 69 ຊະ​ນິດ​ທີ່​ອາດ​ຈະ​ສູນ​ພັນ​ໄປ​ຈາກ​ແມ່​ນ້ຳ​ຂອງ​ໃນ​ໄວໆ​ນີ້

ທ່ານນາງ ອ້ອມ​ບຸນ ທິບ​ສຸ​ນາ ແກນ​ນຳ​ເຄືອ​ຂ່າຍ​ປະ​ຊາ​ຊົນ​ໄທ 8 ຈັງ​ຫວັດ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ​ໃຫ້​ການ​ຢືນ​ຢັນ​ວ່າ ການ​ສຶກ​ສາ​ວິ​ໄຈ​ທີ່​ໄດ້​ທຳ​ການ​ເກັບ​ຂໍ້​ມູນ​ໃນ​ພື້ນ​ທີ່​ຕົວ​ຈິງ​ໂດຍ​ບັນ​ດ​າ​ຊາວ​ປະ​ມົງ​ພື້ນ​ບ້ານ​ໃນ​ເຂດ 24 ໝູ່​ບ້ານ​ແຄມ​ນ້ຳ​ຂອງ​ທີ່​ຕັ້ງ​ລະ​ຫວ່າງ​ຈັງ​ຫວັດ​ເລີຍ-ຈັງ​ຫວັດ​ໜອງ​ຄາຍ ກັບ​ແຂວງວຽງ​ຈັນ ແລະ ນະ​ຄອນຫຼວງວຽງ​ຈັນ ຊຶ່ງ​ໄດ້​ດຳ​ເນີນ​ການ​ເກັບ​ຂໍ້​ມູນ​ໃນ​ໄລ​ຍະ​ກວ່າ 2 ປີ​ມານີ້ ພົບ​ວ່າ​ປາ​ເຖິງ 69 ຊະ​ນິດ​ທີ່​ຊາວ​ປະ​ມົງ​ພື້ນ​ບ້ານ​ຈັບ​ໄດ້ຫຼຸດ​ລົງ​ນັບ​ມື້ ຫຼື ຈັບ​ບໍ່​ໄດ້​ເລີຍ​ໃນ​ວັນ​ເວ​ລາ​ສ່ວນ​ໃຫຍ່​ທີ່​ທຳ​ການ​ປະ​ມົງ​ນັ້ນ ເພາະ​ວ່າ​ບັນ​ດາ​ເຂື່ອນ​ໄຟ​ຟ້າ​ເທິງ​ແລວ​ນ້ຳ​ຂອງ​ທັງ​ໃນ ຈີນ ແລະ ໃນ​ລາວ ໄດ້​ສົ່ງ​ຜົນ​ກະ​ທົບ​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໃນ​ເຂດ​ຕອນ​ລຸ່ມ​ໄດ້​ມີ​ການ​ປ່ຽນ​ແປງ​ໄປ​ຢ່າງ​ສິ້ນ​ເຊີງ​ທັງ​ດິນ​ຕະ​ກອນ ແລະ ຄຸນ​ນະ​ພາບ​ນ້ຳ​ທີ່ຫຼຸດ​ລົງ ລວມ​ເຖິງ​ປະ​ລິ​ມານ​ນ້ຳ ແລະ ລະ​ດັບ​ນ້ຳ​ທີ່​ຂຶ້​ນ-ລົງ​ບໍ່​ເປັນ​ໄປ​ຕາມ​ລະ​ດູ​ການ ແຕ່​ຂຶ້ນ​ຢູ່​ກັບ​ການ​ກັກ​ເກັບ​ນ້ຳ ແລະ ການ​ປ່ອຍ​ນ້ຳ​ຂອງ​ບັນ​ດາ​ເຂຶ່​ອນ​ຜະ​ລິດ​ໄຟ​ຟ້າ​ເທິງ​ແລວ​ນ້ຳ​ຂອງ​ເປັນ​ສຳ​ຄັນ​ນັ້ນ ຈຶ່ງ​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ການ​ປະ​ມົງ​ພື້ນ​ບ້ານ ແລະ ມີ​ຄວາມ​ສ່ຽງ​ສູງ​ທີ່​ປາ 69 ຊະ​ນິດ​ຈະ​ສູນ​ພັນ​ໄປ​ຈາກ​ແມ່​ນ້ຳ​ຂອງ​ຢ່າງ​ສິ້ນ​ເຊີງ​ໃນ​ໄວໆ​ນີ້.