ຊິ້ນສ່ວນ ຊາກເຮືອບິນ ທີ່ພົບເຫັນ ຢູ່ເກາະ Reunion ຖືກສົ່ງໄປຝຣັ່ງ

Your browser doesn’t support HTML5

ຊິ້ນສ່ວນຊາກເຮືອບິນທີ່ເຈົ້າໜ້າທີ່ສືບສວນເຊື່ອວ່າ ເປັນຂອງ
ເຮືອບິນໂດຍສານມາເລເຊຍ ທີ່ຫາຍສາບສູນໄປ ໃນປີກາຍນີ້
ກຳລັງຖືກສົ່ງ ຈາກເກາະ Reunion ໃນເຂດມະຫາສະມຸດອິນ
ເດຍ ໄປຍັງຝຣັ່ງ.

ຊິ້ນສ່ວນ ທີ່ເຊື່ອກັນວ່າ ເປັນສ່ວນນຶ່ງຂອງປີກເຮືອບິນ ກຳລັງ
ຖືກສົ່ງໄປປະເທດຝຣັ່ງເພື່ອທຳການພິສູດ ໂດຍຄະນະພວກ ນັກຊ່ຽວຊານທາງດ້ານເທັກນິກ. ບໍລິສັດຜະລິດເຮືອບິນໂດຍ
ສານໂບອິ້ງ ກ່າວໃນວັນສຸກວານນີ້ວ່າ ຕົນກໍກຳລັງສົ່ງ ຄະນະ
ປະຕິບັດງານນຶ່ງ ໄປຍັງປະເທດຝຣັ່ງ ຕາມການຂໍຮ້ອງ ຂອງ
ພວກເຈົ້າໜ້າທີ່ເພື່ອສຶກສາເບິ່ງຊິ້ນສ່ວນຂອງເຮືອບິນດັ່ງກ່າວ.

ຖ້ຽວບິນ MH370 ຂອງມາເລເຊຍແມ່ນໄດ້ໃຊ້ເຮືອບິນໂດຍສານໂບອີ້ງ 777 ຢູ່ໃນຖ້ຽວບິນ
ທີ່ຫາຍສາບສູນໄປເມື່ອເດືອນມີນາປີ 2014 ພ້ອມດ້ວຍຜູ້ໂດຍສານແລະພະນັກງານປະຈຳ
ເຮືອບິນ 239 ຄົນ.

ເຈົ້າໜ້າທີ່ສືບສວນຂອງອອສເຕຣເລຍກ່າວວ່າ ຕົນມີຄວາມເຊື່ອໝັ້ນເພີ້ມຂຶ້ນວ່າ ຊິ້ນສ່ວນ ດັ່ງກ່າວເປັນຂອງເຮືອບິນໂດຍສານມາເລເຊຍທີ່ຫາຍສາບສູນໄປ.

ທ່ານ Martin Dolan ຫົວໜ້າກຳມາທິການດ້ານຄວາມປອດໄພໃນການຂົນສົ່ງຂອງອອສ ເຕຣເລຍກ່າວຕໍ່ພວກນັກຂ່າວໃນວັນສຸກວານນີ້ວ່າ ພວກເຈົ້າໜ້າທີ່ຫວັງວ່າຈະ​ໃຫ້ການ​ຢືນ
ຢັນ​ກ່ຽວ​ກັບ​ທີ່​ມາຂອງ​ຊິ້ນສ່ວນ​ດັ່ງກ່າວ ​ໃນ​ໄວໆນີ້.

ຊິ້ນສ່ວນ ທີ່ຍາວປະມານ 2 ແມັດ ທີ່ປາກົດວ່າ ເປັນສ່ວນນຶ່ງຂອງປີກ ທີ່ເອີ້ນວ່າ flaperon
ນັ້ນ ໄດ້ຖືກພົບເຫັນໃນມື້ວັນພຸດຜ່ານມານີ້ ຢູ່ທີ່ຫາດຊາຍຂອງເກາະ Reunion ຕັ້ງຢູ່ທາງ ກ້ຳຕາເວັນອອກຂອງເກາະໃຫຍ່ Madagascar ແລະໄກກວ່າ 3 ພັນ 500 ຫຼັກກິໂລແມັດ ຫ່າງຈາກບ່ອນທີ່ເຮືອບິນໂບອິ້ງ 777 ຂອງມາເລເຊຍ ໄດ້ມີການຕິດຕາມຄັ້ງສຸດທ້າຍ.

ເຈົ້າໜ້າທີ່ສືບສວນຂອງຝຣັ່ງ ຈະພະຍາຍາມລົງຄວາມເຫັນວ່າ ນ້ຳເບີທີ່ພົບເຫັນຢູ່ໃນຊີ້ນ ສ່ວນດັ່ງກ່າວ ຖືກຕ້ອງກັບນ້ຳເບີ ຂອງເຮືອບິນໂດຍສານມາເລເຊຍ ທີ່ຫາຍສາບສູນໄປ
ຢ່າງລຶກລັບຫລືບໍ່ໃນຂະນະທີ່ບິນແຕ່ນະຄອນຫຼວງກົວລາລຳເປີໄປຍັງນະຄອນປັກກິ່ງໃນ
ປີກາຍນີ້.