ໂອກາດໃນການກຳຈັດ ໄຂ້ຍຸງ ກຳລັງຈະໝົດໄປ ຍ້ອນເຊື້ອກາຝາກພັນໃໝ່ ທີ່ຕ້ານຢາ

ທ່ານ Benjamin Rolfe ເລຂາທິການບໍລິຫານ ຂອງພັນທະມິດ ຜູ້ນຳ ຕ້ານໄຂ້ຍຸງ ໃນເຂດເອເຊຍປາຊິຟິກ ຫລື APLMA ໃຫ້ສຳພາດ ກັບນັກຂ່າວວີໂອເອ.

ອິງ​ຕາມໂຕ​ເລກ​ຂອງອົງການ​ອະນາ​ໄມ​ໂລກ ​ມີ​ເກືອບ​ຮອດ 6
​ແສນ​ຄົນ ​ເສຍ​ຊີວິດ​ໄປ ​ຍ້ອນ​ໄຂ້ມາລາ​ເຣຍ ຫລື​ໄຂ້ຍຸງ ໃນ​ປີ
2013 ນັ້ນ ​ເຮັດ​ໃຫ້​ໂຣກ​ທີ່​ເກີດ​ຈາກ​ຍຸງໂຣກ​ນີ້ ​ເປັນ​ໜຶ່ງ​ໃນ​ບັນ
ດາ​ພະຍາດ​ທີ່ຮ້າຍ​ແຮງ​ພາໃຫ້​ມີ​ຄົນຕາຍ​ຫລາຍ​ທີ່​ສຸດ​ໃນ​ໂລກ.
ມາ​ບັດ​ນີ້ ​ແຮ່ງ​ມີ​ຄວາມ​ວິຕົກ​ກັງວົນຫລາຍ​ຂຶ້ນ ​ໃນ​ຂົງ​ເຂດ​ເອ​
ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ບ່ອນ​ທີ່​ຢາ​ທີ່​ໃຊ້​ປາບ​ໄຂ້ຍຸງ​ນັ້ນ ກຳ
ລັງ​ຕ້ານທານ​ຢາ​ຫລາຍ​ຂຶ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Steve
Herman ມີ​ລາຍ​ງານ​ຈາກ​ບາງກອກ ຊຶ່ງ​ກິ່ງ​ສະຫວັນ​ຈະ​ນຳ​
ມາສະ​ເໜີ​ທ່ານ.

Your browser doesn’t support HTML5

ຟັງລາຍງານ ຢາຕ້ານປ້ອງກັນ ໄຂ້ຍຸງ ມາເລເຣຍ

ບັນດາ​ທາ​ງ​ເລືອກ​ຕ່າງໆກຳ​ລັງ​ຈະ​ໝົດ​ລົງ​ ​ໃນ​ການຮີບ​ຮ້ອນ​ຟ້າວຟັ່ງຫາທາງກຳຈັດ​ໄຂ້ຍຸງ
ກ່ອນທີ່ເຊື້ອ​ກາຝາກ ທີ່​ຮັບຜິດຊອບຕໍ່​ການລະບາດຂອງພະຍາດຮ້າຍ​ແຮງເຖິງຕາຍດັ່ງ
ກ່າວ ຈະສາມາດຕີຜ່ານແນວປ້ອງກັນຂັ້ນສຸດ​ທ້າຍ​ຂອງມະນຸດໄດ້ ​ຊຶ່ງກໍຄືຢາ ທີ່ເຮັດຈາກ
ພືດ ເອີ້ນວ່າຢາ artermisinin ນັ້ນ.

ທ່ານ Benjamin Rolfe ເລຂາທິການບໍລິຫານຂອງພັນທະມິດຜູ້ນຳ ຕ້ານໄຂ້ຍຸງໃນເຂດ
ເອເຊຍປາຊິຟິກ ຫລື APLMA ກ່າວ​ວ່າ “ມີ​ທາງ​ເລືອກພຽງ​ໜ້ອຍ​ດຽວ ​ແລະ​ທີ່ຈິງແລ້ວ
ມີຢາ​ພຽງ​ບໍ່ເທົ່າໃດຊະນິດທີ່ເຮົາມີກັນຢູ່ໃນເວລານີ້. ​ເພາະສະ​ນັ້ນ ແທ້ຈິງແລ້ວ​ ເຮົາ​ມີຢູ່
ພຽງ​ໂອກາດ​ດຽວ​ ທີ່​ຈະ​ກຳ​ຈັດພະຍາດ​ດັ່ງກ່າວນີ້.”

ທ່ານ Rolfe ກ່າວຕື່ມວ່າ “ຖ້າເຮົາບໍ່ກຳຈັດພາຍໃນ 15 ປີຂ້າງໜ້ານີ້ ພວກເຮົາ
ກໍແມ່ນຈະຈະສູນເສຍເຄື່ອງມືຂອງພວກເຮົາ ສູນເສຍອາວຸດຂອງພວກເຮົາ ແລະພວກເຮົາເກືອບແນ່ນອນວ່າ ຈະເຫັນການກັບຄືນມາຂອງພະຍາດດັ່ງກ່າວ ໃນຂົງເຂດເອເຊຍປາຊິຟິກ ແລະຕໍ່ຈາກນັ້ນ ກໍຈະແມ່ນຂົງເຂດອາຟຣິກາ.

ທ່ານ Rolfe ຮ້ອງສະຖານະການນີ້ວ່າ “ເປັນເຫດການສຸກເສີນໃນດ້ານສາທາລະນະສຸກ
ຂອງໂລກ.”

ທ່ານໄດ້ກ່າວຕໍ່ ລາຍການຂ່າວຂອງວີໂອເອ ລະຫວ່າງການຢຸດພັກ ໃນກອງປະຊຸມເປັນ
ເວລາສອງມື້ທີ່ບາງກອກຂ ອງອົງການ APLMA ແລະການຮັບມືສຸກເສີນກັບການຕ້ານ
ຢາ artemisinin.

ບັນດາເຈົ້າໜ້າທີ່ສາທາລະນະສຸກຕົກໃຈ ທີ່ຢາໃຊ້ກັນຫລາຍທີ່ສຸດ ເພື່ອຕໍ່ສູ້ກັບພະຍາດ
ໄຂ້ຍຸງຊະນິດທີ່ຮ້າຍແຮງສຸດ ກາຍມາເປັນຢາທີ່ໃຊ້ບໍ່ໄດ້ຜົນ ຢູ່ເຂດອະນຸພາກພື້ນລຸ່ມແມ່
ນຳ້ຂອງ.

ທ່ານ Rolfe ອະທິບາຍວ່າ “ພວກເຮົາໄດ້ເຫັນມາແລ້ວ ວ່າມັນເກີດຂື້ນກັບຢາ
ຊະນິດກ່ອນໆ ເຊັ່ນຢາ chloroquine. ການຕ້ານຢາໄດ້ແຜ່ລາມ ອອກຈາກ
ຂົງເຂດນີ້ ໄປຍັງອິນເດຍ ໄປຫາອາຟຣິກາ. ແລະພວກເຮົາມີຄວາມເປັນຫ່ວງ
ຫລາຍ ຢ້ານອາດຈະເກີດຂື້ນອີກ.”

ຂົງເຂດທີ່ມີຄວາມເປັນຫວ່ງເປັນພິເສດ ກໍແມ່ນບໍລິເວນຊາຍແດນອັນຍາວຢຽດ ລະຫວ່າງ
ອິນເດຍຕິດກັບມຽນມາ.

ທ່ານ Rolfe ກ່າວວ່າ “ອິນເດຍ ກໍມີບັນຫາໃຫຍ່ຂອງຕົນ ກ່ຽວກັບໄຂ້ຍຸງ
ທີ່ໄດ້ເລີ້ມດື້ຢາໃນລະຫວ່າງສອມສາມປີຜ່ານມານີ້ ແລະຖ້າຫາກວ່າ ການຕ້ານຢາແຜ່ຂະຫຍາຍແຕ່ອິນເດຍ ໄປຫາອາຟຣິກາແລ້ວ ພວກເຮົາ
ມີຄວາມສ່ຽງທີ່ຈະເຫັນ
ຫລາຍລ້ານຄົນເສຍຊິວິດ.

ລັດຖະບານຂອງປະເທດອອສເຕຣເລຍແລະຫວຽດນາມ ໂດຍສະເພາະ ແມ່ນໄດ້ຮັບການ
ສັນລະເສີນ ຈາກບັນດາຜູ້ເຂົ້າຮ່ວມກອງປະຊຸມຢູ່ບາງກອກ ທີ່ໄດ້ສະແດງການນຳພາໃນ
ການຕໍ່ສູ້ເພື່ອກຳຈັດໄຂ້ຍຸງ. ແຕ່ກໍມີຄວາມເປັນຫ່ວງກ່ຽວກັບການຂາດລະດັບຄວາມໝັ້ນ
ໝາຍໃນທຳນອງດຽວກັນນີ້ ຈາກບັນດາຜູ້ນຳຂອງປະເທດອື່ນໆ. ທ່ານ Rolfe ເຕືອນວ່າ
“ປາດສະຈາກການລົງທຶນ ປາດສະຈາກເງິນສົດ ເພື່ອຈະເຮັດໃຫ້ສິ່ງນີ້ເກີດຂື້ນແລ້ວ ພວກ
ເຮົາຕ້ອງຈະລົ້ມແຫລວ.”

ອົງການ APLMA ໄດ້ຕັ້ງຂື້ນມາ ໃນຂະນະທີ່ມີກອງປະຊຸມສຸດຍອດ ຂອງເຂດເອເຊຍ
ຕາເວັນອອກ ຈັດຂື້ນຢູ່ ປະເທດ Brunei ໃນປີ 2013 ທ່າມກາງຄວາມເປັນຫ່ວງຂອງ
ບັນດາຜູ້ນຳ ກ່ຽວກັບຄວາມສ່ຽງ ທີ່ໄຂ້ຍຸງຈະຟື້ນໂຕຄືນມາໃໝ່ ໂດຍສະເພາະເນຶຶ່ອງມາ
ຈາກການຕ້ານຢາເພີ້ມຂຶ້ນ ຢູ່ໃນເຂດອະນຸພາກພື້ນລຸ່ມແມ່ນ້ຳຂອງ.

ຢາ artemisinin ທີ່ຜະລິດຈາກຕົ້ນ wormwood ທີ່ຫວານ ຫລື Artemisia annua ແລະຢາອື່ນໆປະເພດດຽວກັນນີ້ ມີຄວາມສາມາດ ທີ່ຈະກວດລ້າງເຊື້ອກາຝາກໃຫ້ຫລຸດລົງ
ຢ່າງຫຼວງຫຼາຍ ຢູ່ໃນເລືອດຂອງຄົນປ່ວຍເປັນໄຂ້ຍຸງ.

ແຕ່ມີການພົບເຫັນວ່າ ເຊື້ອກາຝາກໄດ້ມີຄວາມຕ້ານທານຫລາຍຂຶ້ນ ຕໍ່ຢາ artermisininຊຶ່ງມີການພິຈາລະນາວ່າ ເປັນແນວປ້ອງກັນອັນສຸດທ້າຍ ຕ້ານໄຂ້ຍຸງ ຢູ່ໃນຫຼາຍໆເຂດ ຂອງຫ້າປະເທດໃນເອເຊຍຕາເວັນອອກສຽງໃຕ້ ອັນປະກອບດ້ວຍ ກຳປູເຈຍ ໄທ ລາວ ຫວຽດນາມ ແລະມຽນມາ.

ອີງຕາມການຄົ້ນຄວ້າທີ່ເຜີຍແຜ່ໃນປີ 2013 ໃນວາລະສານ​ການ​ແພດ Nature Genetics
ຢູ່ໃນເຂດນຶ່ງ ທາງພາກຕາເວັນຕົກ ຂອງກຳປູເຈຍໃກ້ກັບຊາຍແດນໄທ ມີການລະບຸວ່າ ມີເຊື້ອກາຝາກສາມກຸ່ມ ຂອງໄຂ້ຍຸງ falciparum ທີ່ຕ້ານຢາ artemisinin.

ອີງຕາມອົງການອະນາໄມໂລກແລ້ວ ກະປະມານກັນວ່າ ມີຜູ້ເປັນໄຂ້ຍຸງ 198 ລ້ານຄົນ ຢູ່ທົ່ວໂລກ ໃນປີ 2013 ແລະຄາດວ່າ ມີ 584,000 ຄົນ ເສຍຊີວິດ.

ເກົ້າສິບເປີເຊັນຂອງການເສຍຊີວິດຈາກໄຂ້ຍຸງທັງໝົດ ເກີດຂື້ນຢູ່ອາຟຣິກາ ບ່ອນທີ່ກະ
ປະມານກັນວ່າ ເດັກນ້ອຍອາຟຣິກາ 437,000 ຄົນ ໄດ້ເສຍຊີວິດ ກ່ອນຄົບ​ຮອບວັນເກີດ
ຫ້າປີຂອງເຂົາເຈົ້າ ຍ້ອນໄຂ້ຍຸງ ໃນປີ 2013.

ລະຫວ່າງປີ 2000 ຫາປີ 2013 ກໍລະນີຕິດເຊື້ອໄຂ້ຍຸງ ໄດ້ລຸດລົງ 30 ເປີເຊັນຢູ່ໃນທົ່ວ
ໂລກ. ແລະໃນລະຍະດຽວກັນນີ້ ອັດຕາການເສຍຊີວິດຈາກໄຂ້ຍຸງ ກໍໄດ້ຫລຸດລົງປະມານ 47 ເປີເຊັນ ຢູ່ໃນທົ່ວໂລກ ແລະ 54 ເປີເຊັນ ຢູ່ໃນອາຟຣິກາ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບເຊື້ອກາຝາກມາລາເຣຍ ທີ່ຕ້ານຢາ ໃນເອເຊຍ ຕາເວັນອອກສຽງໃຕ້:

Your browser doesn’t support HTML5

ເຖິງແມ່ນມີຄວາມກ້າວໜ້າ ໃນການປາບໄຂ້ຍຸງ ແຕ່ກໍມີ ຄວາມເປັນຫ່ວງກ່ຽວກັບ ສາຍພັນໃໝ່ ທີ່ຕ້ານຢາ

HEAD: Experts: Drug Resistance Thwarts Few Chances Left to Eradicate Malaria.

Options are running out in the race to eliminate malaria before the parasite responsible for the deadly disease completely outsmarts man's last line of resistance -- an herbal drug known as artemisinin.

"There are very few options and indeed there are very few drugs in the pipeline. So, really, we have one shot eliminating this disease," says Benjamin Rolfe, executive secretary of the Asia Pacific Leaders Malaria Alliance (APLMA).

"If we don't eliminate in the next 15 years we will lose our tools, lose our armory and we are very likely indeed, almost certain, to see a resurgence of this disease in the Asia Pacific region and then, subsequently, in the African region.

Rolfe calls the situation "a global public health emergency."

He spoke with VOA News during a break in the two-day meeting in Bangkok of APLMA and the Emergency Response to Artemisinin Resistance (ERAR).

Public health officials are alarmed that the drugs most utilized to combat the most dangerous form of malaria are becoming ineffective in the Greater Mekong sub-region.

"We saw this happen with previous drugs, chloroquine," explains Rolfe. "The resistance spread from this region through India into Africa. And we're very concerned that that may happen again."

An area of particular concern is the long India-Myanmar border.

"India has its own very high burden of malaria that has been stubborn in recent years," says Rolfe. "And if resistance spreads through India to Africa we risk seeing many millions of deaths."

The governments of Australia and Vietnam, in particular, are being praised by participants of the Bangkok meeting for showing leadership in the battle to eliminate malaria, but there is concern of a lack of a similar level of commitment from other heads of state.

"Without the investment, without the cash to make this happen, we will fail," Rolfe warns.

APLMA was formed during the East Asia Summit held in Brunei in 2013 amid concern among leaders' about the risks of malaria's resurgence, in particular due to increasing drug-resistance in the Greater Mekong area.

Isolated from the sweet wormwood plant, artemisinin and its derivatives have been able to swiftly reduce the number of Plasmodium parasites in the blood of malaria patients.

But the parasite has been found to be resistant to the drug -- considered the last line of defense against malaria -- in parts of five Southeast Asian countries: Cambodia, Thailand, Laos, Vietnam and Myanmar (also known as Burma).

In one area of western Cambodia, near the Thai border, three distinct group of malaria falciparum parasites resistant to artemisinin have been identified, according to research published in 2013 in the journal Nature Genetics.

There were an estimated 198 million cases of malaria worldwide in 2013, and an estimated 584,000 deaths, according to the World Health Organization.

Ninety percent of all malaria deaths occur in Africa where an estimated 437,000 African children died before their fifth birthday due to malaria in 2013.

Between 2000 and 2013 (the latest year for which figures are available) the incidences of malaria were cut by 30 percent globally. And during the same period, malaria mortality rates decreased by an estimated 47 percent worldwide and by 54 percent in Africa.