ຂະນະທີ່ການສ້າງເຂື່ອນເປັນຈຳນວນຫລວງຫລາຍໂດຍຈີນຢູ່ໃນຕອນເທິງຂອງແມ່ນ້ຳຂອງກຳລັງສົ່ງຜົນກະທົບຕໍ່ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການດຳລົງຊີວິດຂອງປະຊາຊົນ ໃນເຂດລຸ່ມແມ່ນ້ຳຂອງຢູ່ນີ້ ພວກນັກຊ່ຽວຊານອາເມຣິກັນ ໄດ້ຮຽກຮ້ອງໃຫ້ສະຫະລັດສະໜັບສະໜຸນອົງການບໍ່ຂຶ້ນກັບລັດຖະບານ ຫລື NGO ຢູ່ໃນຂົງເຂດດັ່ງກ່າວ. ໃນເວລາທີ່ສະເໜີຕໍ່ຄະນະກຳມະການຕ່າງປະເທດຂອງສະພາຕ່ຳສະຫະລັດ ເມື່ອມໍ່ໆມານີ້ ທ່ານໄບຣອັນ ອາຍເລີ (Brian Eyler), ນັກຄົ້ນຄວ້າອາວຸໂສ ແລະຊ່ຽວຊານດ້ານບັນຫາຂ້າມຊາດໃນຂົງເຂດແມ່ນ້ຳຂອງຢູ່ສູນກາງສຕິມສັນ ຊີ້ແຈງວ່າ NGO ແລະກຸ່ມສັງຄົມ ພົນລະເຮືອນພະຍາຍາມທີ່ຈະຈັດຕັ້ງເປັນກຸ່ມທີ່ຫາທາງແກ້ໄຂບັນຫາ ແລະຈຳນວນນຶ່ງກໍສາມາດປະສົບຜົນສຳເລັດໃນການແກ້ໄຂບັນຫາທີ່ສຳຄັນໄດ້ ແຕ່ທ່ານກໍບອກວ່າ:
Your browser doesn’t support HTML5
ສຽງທ່ານ Brian Eyler ນັກຄົ້ນຄວ້າອາວຸໂສ ແລະຊ່ຽວຊານດ້ານບັນຫາຂ້າມຊາດໃນຂົງເຂດແມ່ນ້ຳຂອງ
"ອົງການຈັດຕັ້ງເຫຼົ່ານີ້, ພວກເຂົາເຈົ້າຖືກຂົ່ມຂູ່. ຂ້າພະເຈົ້າສາມາດເວົ້າກ່ຽວກັບ ຫລາຍກໍລະນີຢູ່ໃນທຸກປະເທດໃນເຂດແມ່ນໍ້າຂອງ ທີ່ຜູ້ນໍາສັງຄົມພົນລະເຮືອນ ຖືກລົບກວນ, ບາງຄັ້ງກໍ່ຖືກຈໍາຄຸກ. ໃນກໍລະນີຮ້າຍແຮງທີ່ສຸດເຂົາເຈົ້າຖືກຂ້າ ຕາຍ ຫຼືຫາຍສາບສູນເຊັ່ນ ການຫາຍສາບສູນຂອງທ່ານສົມບັດ ສົມພອນ ຢູ່ ສປປ ລາວ ໃນປີ 2012. ສະນັ້ນ, ສະຫະລັດມີໂອກາດທີ່ຈະສະຫນັບສະຫນູນ NGO ໂດຍຜ່ານຂະບວນການລວມເອົາທຸກຄົນ ເພື່ອໃຫ້ເຂົາເຈົ້າສາມາດໃຊ້ສິດໃຊ້ສຽງເລົ່າເລື່ອງຂອງເຂົາເຈົ້າໂດຍຜ່ານການເຮັດໂຄງການຕ່າງໆ ແລະ ປົກປ້ອງສິດຂອງເຂົາເຈົ້າ.”
ທ່ານກ່າວຕໍ່ໄປວ່າ ການເຮັດເຊັ່ນນັ້ນ ຈະຊ່ວຍຊີ້ໃຫ້ເຫັນ ແລະເນັ້ນຫນັກເຖິງ ຄວາມສໍາຄັນ ຂອງການປົກປ້ອງສິດທິຂອງສ່ວນບຸກຄົນ, ແລະສິດຂອງຜູ້ສະແຫວງຫາການສະຫນັບສະຫນູນ ສໍາລັບປະຊາຊົນຜູ້ດ້ອຍໂອກາດ ແລະສິ່ງແວດລ້ອມ.