ປະທານາທິບໍດີ ລູຄາເຊັນໂກ ໄດ້ຮັບ ໄຊຊະນະ ໃນການເລືອກຕັ້ງ ເປັນສະໄໝທີ 5

ປະທານາທິບໍດີ ເບລາຣູສ໌ ທ່ານ ລູຄາເຊັນໂກ ກັບລູກຊາຍຫຼ້າ ປ່ອນບັດລົງຄະແນນສຽງທີ່ໜ່ວຍເລືອກຕັ້ງ ໃນລະຫວ່າງການລົງຄະແນນສຽງເລືອກເເອົາປະທານາທິບໍດີ ທີ່ນະຄອນຫຼວງ Minsk, ປະເທດ ເບລາຣຸສ໌, 11 ຕຸລາ, 2015.

ປະທານາທິບໍດີ Belarus ທ່ານ Alexandr Lukashenko ​ໄດ້​ຮັບ​ໄຊ​ຊະນະ​ສະ​ໄໝ​ທີ 5 ຢ່າງ​ຖ້ວມ​ລົ້ນ​ໃນ​ການ​ເລືອກ​ຕັ້ງ​ວັນ​ອາທິດ​ວານ​ນີ້, ​ເຊິ່ງໄດ້ຖືກ​ຂວ້ຳບາດ​ໂດຍ​ພັກ​ຝ່າຍ​ຄ້ານ​ຈຳ​ນວນ​ຫຼາຍ​.

ຄະນະ​ກຳມາທິການ ​ການ​ເລືອກ​ຕັ້ງ ​ໄດ້ລາຍ​ງານ​ວ່າ ທ່ານປະທາ​ນາ​ທິບໍດີ​ໄດ້​ຊະນະດ້ວຍ 83​.5 ​ເປີ​ເຊັນ​ຂອງ​ການ​ລົງ​ຄະແນນສຽງ,
​ເຊິ່ງ​ໄດ້​ຖືກ​ກວດ​ສອບ​ໂດ​ຍ ຜູ້​ແທນ​ຈາກ​ອົງການຄວາມ​ໝັ້ນຄົງ ​ແລະ ການ​ຮ່ວມ​ມື​ໃນ ຢູ​ໂຣບ ຫຼື OSCE. ອົງການ OSCE ຈະສະ​ເໜີ​ບົດ​ລາຍ​ງານ​ກ່ຽວ​ກັບ​ການເລືອກ​ຕັ້ງ​ຕໍ່​ສະຫະພາບ ຢູ​ໂຣບ ​ໃນ​ວັນ​ຈັນ​ມື້​ນີ້, ​ເຊິ່ງຕໍ່​ໄປ​ຄາດ​ວ່າ​ຈະ​ອອກ​ຖະ​ແຫຼ​ງການ​ຢ່າງ​ເປັນ​ທາງ​ການ.

ສຳນັກ​ຂ່າວ Reuters ​ໄດ້​ອ້າງ​ອີງ​ແຫຼ່ງຂ່າວ​ທາງ​ການ​ທູດ​ວ່າ ສະຫະພາບ ຢູ​ໂຣບ ​ແມ່ນ​ໄດ້​ກຽມພ້ອມ​ທີ່​ຈະ​ຍົກ​ເລີກ​ມາດ​ຕະການ​ລົງໂທດ, ຢ່າງ​ໜ້ອຍ​ເປັນຊົ່ວ​ຄາວຕໍ່​ລັດຖະບານ​ທ່ານ Lukashenko ທີ່​ຂາດ​ແຄນ​ເງິນຕາ ຖ້າ​ລາຍ​ງານເວົ້າ​ວ່າ​ຈຳ​ເປັນຕ້ອງ​ໄດ້​ເຮັດ​ເຊັ່ນ​ນັ້ນ.

ທ່ານ Lukashenko ໄດ້​ປະ​ເຊີນ​ໜ້າ​ພຽງ​ໜ້ອຍ​ດຽວ ກັບ​ຂູ່​ແຂ່ງໃນ​ວັນອາທິດ​ວານ​ນີ້​ ຈາກ​ສອງ​ພັກ​ສະໜັບສະໜູນ​ລັດຖະບານ ​ແລະ ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານຄົນ​ໜຶ່ງທີ່​ບໍ່​ຄ່ອຍ​ເປັນ​ທີ່​ຮັບ​ຮູ້ດີ.

Your browser doesn’t support HTML5

Belarus Election