ປ. ຢູເຄຣນ ຢາກໃຫ້ຖອດ ການໃຊ້ສິດຢັບຢັ້ງ ໃນ ສປຊ ຂອງຣັດເຊຍ

ນັກຂ່າວວີໂອເອ ນາງ Myroslava Gongadze ສຳພາດ ປ. ຢູເຄຣນ ທ່ານ Petro Poroshenko ທີ່ນະຄອນ Kyiv. (4 ກັນຍາ 2015)

​ປະທານາທິບໍດີ ຢູ​ເຄຣນ ທ່ານ Petro Poroshenko ກ່າວ​ໃນ​
ວັນ​ສຸກ​ວານ​ນີ້​ວ່າ ຣັດ​ເຊຍຄວນ​ທີ່​ຈະ​ຖືກຖອນ ບໍ່ໃຫ້​ມີອຳນາດ
ໃນການໃຊ້ສິດ​ຢັບຢັ້ງຢູ່​ໃນສະ ພາ​ຄວາມ​ໝັ້ນຄົງສະຫະ​ປະຊາ
​ຊາດ ​ເພາະວ່າ ການ​ປະພຶດ​ແບບຮຸກຮານຂອງຣັດເຊຍ ​ຢູ່ໃນ​
ພາກ​ຕາ​ເວັນ​ອອກ​ຂອງ​ຢູເຄຣນ.

ທ່ານ Poroshenko ຜູ້ນຳ​ທີ່​ພວມດີ້ນຮົນຕໍ່ສູ້ ຂອງຢູເຄຣນ ​ໄດ້​
ໃຫ້​ສຳພາດ​ພິ​ເສດ​ກັບນັກ​ຂ່າວວີ​ໂອ​ເອ Myroslava Gongad-
ze ໂດຍກ່າວ​ວ່າ ຣັດ​ເຊຍຄວນ​ສືບຕໍ່ເປັນ​ສະ​ມາ​ຊິກ​ສະພາ​ຄວາມ
​ໝັ້ນຄົງ ​ເພາະວ່າຣັດເຊຍມີ​ອຳນາດ​ທາງ​ທະຫານທີ່ສຳຄັນ ​ແຕ່​ວ່າ
ປະຊາ​ຄົມ​ໂລກ​ຈະມີຄວາມ​ປອດ​ໄພ​ຫຼາຍຂຶ້ນ ຖ້າ​ຫາກ ຄວາມສາ
ມາດຂອງຣັດ​ເຊຍ ໃນການ​ຫລີ້ນ​ບົດບາດຕ້ານສະຫະ​ປະຊາ​ຊາດ ຍຸດຕິລົງໄດ້.

ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko

ທ່ານ Porosheko ກ່າວວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ສິດ​ຢັບ​ຢັ້ງຂອງ
​ພວກເຂົາ​ຄວນຈະຖືກຖອນ." ທ່ານ​ໄດ້​ຊີ້​ໃຫ້ເຫັນເຖິງການ​ປະ​ຕິ
ເສດ​ຂອງຣັດ​ເຊຍ​ເມື່ອ​ເດືອນ​ແລ້ວ​ນີ້ຕໍ່ມະຕິສະພາຄວາ​ມໝັ້ນຄົງ ​
ເພື່ອ​ໃຫ້ສ້າງ​ຕັ້ງສານອາຍາສາກົນ ສຳລັບສືບສວນ​ການ​ຍິງ​ເຮືອ
ບິນ​ໂດຍ​ສານຖ້ຽວ​ບິນMH17 ​ຂອງມາ​ເລ​ເຊຍ​ຕົກໃນ​ເດືອນ​ກໍລະ
ກົດ ປີ 2014 ຢູ່​ທີ່​ພາກ​ຕາ​ເວັນ​ອອກ​ຂອງຢູເຄຣນ ​ເຮັດ​ໃຫ້ 298
ຄົນ​ເສຍ​ຊີວິດ.

ທ່ານ Poroshenko ກ່າວວ່າ “​ໂລກ​ມີ​ສິດ ທີ່​ຈະ​ຮູ້ຈັກ​ວ່າ ​ແມ່ນ​
ໃຜ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການ​ໂຈມ​ຕີ​ກໍ່​ການ​ຮ້າຍທີ່ຮ້າຍແຮງດັ່ງ
ກ່າວ. ​ແຕ່​ວ່າ ບໍ່​ເປັນຈັ່ງບຸ​ນ ຖ້າ​ຫາກ​ວ່າ ​ເປັນປະ​ເທດ​ດຽວໂດຍ
​ສະ​ເພາະຣັດ​ເຊຍ ທີ່​ເປັນ​ສະມາຊິກ​ຖາວອນ ຂອງສະພາ​ຄວາມ
​ໝັ້ນຄົງໃຊ້​ສິດ​ຢັບຢັ້ງນີ້ ​ຊຶ່ງເປັນການອະທິບາຍ​ໃນ​ໂຕ.”

ນັກຂ່າວ ວີໂອເອ Myroslava Gongadze ທີ່ນະຄອນ Kyiv ປະເທດ Ukraine

ຢູ​ເຄຣນ ​ແລະ ບັນດາ​ປະ​ເທ​ດອຶ່ນໆ​ກ່າວ​ວ່າ ​ພວກ​ຫົວ​ຮຸນ
​ແຮງທີ່ໜຸນຫລັງໂດຍ ຣັດເຊຍ ໄດ້​ປະ​ຕິ​ບັດ​ງານ​ຢູ່​ໃນ​ເຂດ
​ທີ່ໄດ້ມີການຍິງ​ລູກ​ສອນ​ໄຟ​ ​ໃນ​ຂະນະ​ທີ່​ພວກ​ກະບົດ​ໄດ້​
ກ່າວ​ວ່າ ກຳລັງຢູ​ເຄຣນ ​ເປັນ​ຜູ້​ຮັບຜິດ​ຊອບ.

ການໃຫ້ຄວາມເຫັນຂອງ ທ່ານ Poroshenko ​ມີຂື້ນ​ກ່ອນ
ໜ້າກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 70
ຢູ່​ທີ່ນະຄອນ​ນິວຢອກໃນ​ທ້າຍ​ເດືອນ​ນີ້.

ປະທານາທິບໍດີ Vladirmir Putin ແຫ່ງຣັດເຊຍ ມີໝາຍກຳ ນົດກ່າວຄຳປາໄສຕໍ່ສະມັດຊາໃຫຍ່ສະຫະປະຊາຊາດເປັນ
ເທື່ອທຳອິດ ໃນຮອບ 10 ປີ ໃນວັນທີ 28 ກັນຍານີ້ ມື້ນຶ່ງກ່ອນ
ປະທານາທິບໍດີ Poroshengko ກ່າວ.

Your browser doesn’t support HTML5

Ukraine Poroshenko