ທ່ານ ໂຣເຈີ ສໂຕນ (Roger Stone), ທີ່ປຶກສາເປັນເວລາດົນນານແລ້ວຂອງປະທານາທິບໍດີ ດໍໂນລ ທຣຳ ໃນວັນພະຫັດວານນີ້ ໄດ້ກ່າວຂໍຂະມາໂທດ ຊ້ຳແລ້ວຊ້ຳອີກຕໍ່ຜູ້ພິພາກສາລັດຖະບານກາງທີ່ຖືກມອບໝາຍໃຫ້ຮັບຜິດຊອບດູແລການໄຕ່ສວນຄະດີອາຍາຂອງທ່ານ ທີ່ທ່ານໄດ້ເອົາຮູບລົງໃນສື່ສັງຄົມອອນລາຍ ຊຶ່ງປາກົດວ່າ ເປັນຮູບຄົນເອົາປືນຈີ້ໃສ່ໃກ້ໜ້າຂອງທ່ານນາງ.
"ຂ້າພະເຈົ້າບໍ່ໃຫ້ເຫດຜົນ ຫລືຂໍ້ແກ້ຕົວ ຫລືການພິດສູດໃດໆທັງສິ້ນ. ອັນນີ້ ແມ່ນຄວາມໂງ່ງ່າວ ຂາດການຢັ້ງຄິດແທ້ໆ ບໍ່ແມ່ນຫຍັງໝົດ," ນັ້ນຄືຄຳເວົ້າຂອງທ່ານ ສໂຕນ ທີ່ໃຫ້ສົມຍານາມຕົນເອງວ່າເປັນນັກເລງຫລອກລວງທາງການເມືອງ, ທີ່ໄດ້ກ່າວຕໍ່ຜູ້ພິພາກສາສານປະຈຳເຂດ, ທ່ານນາງ ເອມມີ ເບີແມນ ແຈັກຊັນ (Amy Berman Jackson) ໃນນະຄອນຫລວງວໍຊິງຕັນ. ທ່ານກ່າວຕໍ່ໄປວ່າ "ຂ້າພະເຈົ້າຮູ້ສຶກກິນແໜງໃຈ."
ທ່ານສໂຕນ (Stone) ໄດ້ເອົາຮູບຂອງທ່ານນາງ ແຈັກຊັນ (Jackson) ລົງໃນ Instagram ສອງຄັ້ງ ໃນຕົ້ນໆອາທິດນີ້ ແລະໃນທາງຕອບກັບ, ທ່ານນາງໄດ້ ອອກຄຳສັ່ງໃຫ້ທ່ານສໂຕນເຂົ້າຫາທ່ານນາງ ເພື່ອອະທິບາຍກ່ຽວກັບການກະທຳແນວນັ້ນຂອງທ່ານ ໃຫ້ທ່ານນາງຟັງ. ພາຍຫລັງທີ່ທ່ານສໂຕນໄດ້ຂໍຂະມາໂທດແລ້ວ, ທ່ານນາງແຈັກຊັນໄດ້ເຮັດໃຫ້ ຄຳສັ່ງຫ້າມເວົ້າ ທີ່ທ່ານນາງໄດ້ວາງອອກ ສຳລັບທ່ານສໂຕນຢູ່ແລ້ວນັ້ນ ເຂັ້ມງວດຂຶ້ນກວ່າເກົ່າໃນຂະນະທີ່ທ່ານລໍຖ້າການໄຕ່ສວນຄະດີຂອງທ່ານໃນຂໍ້ຫາທີ່ວ່າ, ໂດຍມີການປະສານງານ ກັບພວກເຈົ້າໜ້າທີ່ໂຄສະນາຫາສຽງຂອງທ່ານ ທຣຳ, ໄດ້ຫາທາງລັກເອົາອີເມລ ຈາກກຸ່ມທີ່ຕໍ່ຕ້ານຄວາມລັບ WikiLeaks ທີ່ ກຳລັງເຮັດໃຫ້ທ່ານນາງ ຮິລລາຣີ ຄລິນຕັນ (Hillary Clinton) ສັງກັດພັກເດໂມແຄຣັດ, ທີ່ເປັນຄູ່ແຂ່ງຂອງທ່ານທຣຳນັ້ນ. ທ່ານນາງໄດ້ສັ່ງບໍ່ໃຫ້ທ່ານສໂຕນ
ໃຫ້ຄວາມເຫັນໃດໆກ່ຽວກັບຄະດີນີ້ຢ່າງເປັນການເປີດເຜີຍ.
ໃນຈຸດໃດນຶ່ງຢູ່ໃນການຮັບຟັງຄະດີນັ້ນ ທ່ານສໂຕນເວົ້າວ່າ ທ່ານໄດ້ລະເມີດຄຳສັ່ງຫ້າມຂອງທ່ານນາງແຈັກຊັນ (Jackson) ໃນເວລາກ່ອນໜ້ານັ້ນ ໂດຍການເວົ້າເຖິງຄະດີຂອງທ່ານ ຢູ່ໃນບໍລິເວນທີ່ໃກ້ຄຽງກັບສານລັດຖະບານກາງ. ທ່ານເອີ້ນຄະດີດັ່ງກ່າວວ່າ "ເປັນລາຍການສະແດງກ່ຽວກັບການໄຕ່ສວນຄະດີຂອງຂ້າພະເຈົ້າ."
ທ່ານ ບຣຸສ ໂຣໂກວ (Bruce Rogow), ທະນາຍຄວາມຂອງທ່ານສໂຕນ ເວົ້າວ່າ "ມັນເປັນເລື້ອງທີ່ບໍ່ສາມາດຫາເຫດຜົນຫຍັງມາປ້ອງກັນໂຕໄດ້ແລ້ວ."
ທ່ານນາງແຈັກຊັນ (Jackson) ຕອບວ່າ "ຂ້າພະເຈົ້າກໍເຫັນດີນຳທ່ານ ຢູ່ຈຸດນີ້."
ທ່ານສໂຕນ ຖືກຈັບກຸມຢູ່ເຮືອນຂອງທ່ານໃນພາກໃຕ້ຂອງລັດຟລໍຣິດາ ໃນຂະນະທີ່ເຈົ້າໜ້າທີ່ FBI ບຸກເຂົ້າໄປໃນຕອນເຊົ້າມືດຂອງວັນທີ 25 ມັງກອນຜ່ານມາ. ໃນມື້ທີ່ທ່ານໄດ້ຖືກຈັບກຸມນັ້ນ ທ່ານສໂຕນເວົ້າວ່າ "ຂ້າພະເຈົ້າຈະບໍ່ຮັບສາລະພາບຜິດໃນຂໍ້ຫາໃດໆເຫລົ່ານີ້. ຂ້າພະເຈົ້າຈະໄປຕໍ່ສູ້ເພື່ອເອົາຊະນະພວກເຂົາຢູ່ໃນສານ."
ທ່ານ ໂຣເຈີ ສໂຕນ ທີ່ປຶກສາຂອງປະທານາທິບໍດີ ດໍໂນລ ທຣຳ ຖືກຫ້ອມລ້ອມດ້ວຍພວກປະທ້ວງ ແລະພວກສະໜັບສະໜຸນທ່ານ ໂດຍທີ່ບາງຄົນກໍຖືທຸງຣັດເຊຍ ໃນຂະນະທີ່ທ່ານໄປເຖິງສານລັດຖະບານກາງໃນນະຄອນວໍຊິງຕັນ ໃນວັນທີ 29 ມັງກອນ, 2019
ນັບແຕ່ນັ້ນມາ, ທ່ານສໂຕນກໍໄດ້ໄປກ່າວຢູ່ໃນລາຍການໂທລະພາບໃໝ່ຫລາຍຕອນເພື່ອກ່າວປະໝາດຕໍ່ຂໍ້ກ່າວຫາ ແລະຄະດີທີ່ມີຕໍ່ທ່ານ ທີ່ໄດ້ຍົກຂຶ້ນມາໂດຍໄອຍະການພິເສດ ໂຣເບີດ ມອລເລີ (Robert Mueller), ຊຶ່ງເປັນສ່ວນນຶ່ງຂອງການສືບສວນຂອງທ່ານໃນເລື້ອງການເຊື່ອມໂຍງຄະນະໂຄສະນາຫາສຽງຂອງທ່ານທຣຳ ກັບຣັດເຊຍ ແລະສືບສວນເບິ່ງວ່າ ທ່ານທຣຳ ໃນນາມປະທານາທິບໍດີ ໄດ້ທຳການຂັດຂວາງຂະບວນການຍຸຕິທຳໂດຍການໃຊ້ຄວາມພະຍາຍາມ ທີ່ຈະເຮັດໃຫ້ການສືບສວນດັ່ງກ່າວຍຸຕິລົງ ຫລືບໍ່.
ແຕ່ວ່າທ່ານນາງ ແຈັກຊັນ ໃນວັນສຸກແລ້ວນີ້ ໄດ້ອອກຄຳສັ່ງຫ້າມລັດຖະບານ ແລະພວກທະນາຍຄວາມຂອງຈຳເລີຍ ບໍ່ໃຫ້ "ໃຫ້ຄຳຄິດເຫັນຫຍັງກັບວົງການຂ່າວ ຫລື ເວົ້າເລື້ອງນີ້ຢູ່ສະຖານທີ່ສາທາລະນະ ທີ່ອາດເປັນໄປໄດ້ຈະເຮັດໃຫ້ ຂໍ້ມູນສຳລັບຄະດີນີ້ ຜິດພ້ຽນໄປ."