ສານແຫ່ງນຶ່ງໃນຮົງກົງ ໄດ້ຕັດສິນລົງໂທດ ທ່ານ Donald Tsang ອະດີດຫົວໜ້າ
ບໍລິຫານຮົງກົງ ຊຶ່ງເປັນດິນແດນສ່ວນນຶ່ງຂອງຈີນ ໃຫ້ຈຳຄຸກ 20 ເດືອນ ໃນຂໍ້ຫາ
ການປະພຶດຜິດ.
ທ່ານ Tsang ອາຍຸ 72 ປີ ໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນສັບປະດາແລ້ວນີ້
ໃນຖານບໍ່ໄດ້ເປີດເຜີຍການເຈລະຈາ ເພື່ອເຊົ່າຫ້ອງແຖວຫລູຫລາແຫ່ງນຶ່ງ ຈາກ
ນັກລົງທຶນທີ່ສຳຄັນຄົນນຶ່ງ ທີ່ໄດ້ລົງທຶນໃນບໍລິສັດໂທລະຄົມ ທີ່ກຳລັງຂໍໃບອະນຸຍາດ
ເພື່ອກະຈາຍສຽງ ດ້ວຍລະບົບດິດຈິໂຕ ຈາກລັດຖະບານ.
ນາງ Selina Tsang, ກາງ, ພັນລະຍາ ອະດີດຜູ້ນຳຮົງກົງ ທ່ານ Donald Tsang, ຄຽງຂ້າງໄປດ້ວຍ ລູກຊາຍສອງຄົນ ທ້າວ Simon Tsang Hing-yin, ເບື້ອງຊ້າຍ, ແລະທ້າວ Thomas Tsang Hing-shun ເບື້ອງຂວາ, ພາກັນຍ່າງອອກມາຈາກສານສູງ ໃນ ຮົງກົງ, ວັນທີ 22 ກຸມພາ 2017.
ຜູ້ພິພາກສາສານສູງ ທ່ານ Andrew Chan ໄດ້ກ່າວ ໃນເວລາອອກຄຳຕັດສິນ ຕໍ່
ການລົງໂທດ ໃນວັນພຸດມື້ນີ້ ວ່າ “ໃນວຽກງານ ຕຸລາການ ຂອງຂ້າພະເຈົ້າ ບໍ່ເຄີຍ ເຫັນຊາຍຄົນນຶ່ງ ທີ່ຕົກຈາກຕຳແໜ່ງອັນສູງສົ່ງ ນີ້ເລີຍ.”
ການລົງໂທດນີ້ ໄດ້ສ້າງຄວາມມົວໝອງ ໃຫ້ແກ່ອາຊີບຂອງການຮັບໜ້າທີ່ ໃນ
ລາຊະການ ທີ່ໂດດເດັ່ນອັນຍາວນານຂອງທ່ານ Tsang ຜູ້ທີ່ໄດ້ນຳພາຮົງກົງ ມາ
ແຕ່ປີ 2005 ຫາ 2012. ທ່ານເປັນເຈົ້າໜ້າທີ່ຂັ້ນສູງສຸດ ທີ່ໄດ້ຖືກຕັດສິນວ່າ ມີ
ຄວາມຜິດໃນຄະດີອາຍາ ໃນປະຫວັດສາດຮົງກົງ. ທ່ານຈະປະເຊີນໜ້າກັບ ການພິຈາລະນາຄະດີຄືນອີກ ໃນຄະດີນຶ່ງຕ່າງຫາກ ໃນເດືອນກັນຍາຈະມາເຖິງນີ້
ໃນຖານຮັບສິນບົນ ຊຶ່ງຄະນະຕຸລາການ ບໍ່ສາມາດບັນລຸຂໍ້ຕົກລົງເຫັນພ້ອມ ຢ່າງ
ເປັນເອກະສັນ ໃນຄະດີນີ້.
ຮົງກົງ ຊຶ່ງມີຊື່ສຽງກ່ຽວກັບການປົກຄອງທີ່ສະອາດ ໄດ້ຖືກສັ່ນຄອນຍ້ອນຄະດີ
ການສໍ້ລາດບັງຫລວງ ຫຼາຍຄະດີຕິດຕໍ່ກັນ ໃນໄລຍະຫຼາຍປີທີ່ຜ່ານມາ.
Your browser doesn’t support HTML5
Hong Kong Corruption