ການຊ້ອມລົບທາງທະຫານຮອບຫຼ້າສຸດຂອງ ສະຫະລັດ ແລະເກົາຫຼີໃຕ້ ແມ່ນໄດ້ຈົບ
ລົງແລ້ວ. ທູດພິເສດ ສະຫະລັດ ທີ່ຮັບຜິດຊອບກ່ຽວກັບບັນຫາ ເກົາຫຼີເໜືອ ແມ່ນໄດ້
ເດີນທາງໄປນະຄອນຫຼວງ ໂຊລ, ປະເທດ ເກົາຫຼີໃຕ້. ທຸກຢ່າງເບິ່ງຄືວ່າຈະເຂົ້າຮູບ
ເຂົ້າທາງສຳລັບການສືບຕໍ່ການເຈລະຈາທີ່ບໍ່ມີບັນດານັກການເມືອງເຂົ້າຮ່ວມ ກັບ
ເກົາຫຼີເໜືອ ເຊິ່ງໄດ້ຖືກເລື່ອນເວລາອອກໄປ. ທຸກຢ່າງ, ແມ່ນພ້ອມແລ້ວ ຍົກເວັ້ນ
ເກົາຫຼີເໜືອ.
ທ່ານ ສເຕເຟັນ ບາຍກັນ ທູດພິເສດ ສະຫະລັດ ຮັບຜິດຊອບບັນຫາ ເກົາຫຼີເໜືອ ຜູ້ທີ່
ໄດ້ເດີນທາງຮອດນະຄອນຫຼວງຂອງ ປະເທດ ເກົາຫຼີໃຕ້ ໃນວັນອັງຄານວານນີ້ ສຳລັບ
ການຢ້ຽມຢາມສາມວັນໄດ້ກ່າວວ່າ “ພວກເຮົາພ້ອມແລ້ວທີ່ຈະເຂົ້າພົວພັນ ຕາບໃດທີ່
ເຮົາໄດ້ຍິນຈາກຄູ່ຮ່ວມຂອງພວກເຮົາໃນ ເກົາຫຼີເໜືອ.”
ທ່ານ ບາຍກັນ ໄດ້ພົບກັບບັນດາເຈົ້າໜ້າທີ່ອາວຸໂສ ເກົາຫຼີໃຕ້ ໃນວັນພຸດມື້ນີ້, ນຶ່ງວັນ
ຫຼັງຈາກ ສະຫະລັດ ແລະ ເກົາຫຼີໃຕ້ ໄດ້ສຳເລັດການຊ້ອມທະຫານຮ່ວມກັນ. ເຖິງ
ແມ່ນວ່າ ເກົາຫຼີເໜືອ ໄດ້ແນະນຳວ່າເຂົາເຈົ້າອາດຈະກັບຄືນສູ່ການເຈລະຈາຫຼັງຈາກ
ການຊ້ອມລົບໄດ້ສິ້ນສຸດລົງກໍຕາມ, ແຕ່ເຂົາເຈົ້າກໍບໍ່ໄດ້ໃຫ້ສັນຍານໃໝ່ວ່າເຂົາເຈົ້າ
ພ້ອມທີ່ຈະພົວພັນກັບລັດຖະບານ ໂຊລ ຫຼື ວໍຊິງຕັນ.
ກົງກັນຂ້າມ, ຄຳອະທິບາຍໃນໜັງສືພິມລັດຖະບານ ເກົາຫຼີເໜືອ ໂຣດອງ ຊິນມຸນ ໄດ້
ກ່າວໂຈມຕີ ໃນອັນທີ່ເຂົາເຈົ້າເອີ້ນ “ນະໂຍບາຍມຸ່ງຮ້າຍທີ່ບໍ່ປ່ຽນແປງ” ຂອງ ສະຫະລັດ,
ໂດຍເວົ້າວ່າ ການຊ້ອມລົບທະຫານ ລະຫວ່າງ ສະຫະລັດ ແລະ ເກົາຫຼີໃຕ້ ບໍ່ຄວນເກີດ
ຂຶ້ນ.
ໜັງສືພິມ ເກົາຫຼີເໜືອ ດັ່ງກ່າວໄດ້ເວົ້າວ່າ “ພວກເຮົາໄດ້ເຕືອນຫຼາຍກວ່າສອງຄັ້ງແລ້ວ
ວ່າ ໂຄງການທີ່ວ່າເປັນການຊ້ອມລົບທາງທະຫານຮ່ວມນັ້ນ ອາດກີດກັ້ນການປັບປຸງ
ໃນສາຍພົວພັນ ເກົາຫຼີເໜືອ ແລະ ສະຫະລັດ ແລະ ຈະເຮັດໃຫ້ພວກເຮົາພິຈາລະນາ
ຄືນມາດຕະການທີ່ສຳຄັນຕ່າງໆ ທີ່ພວກເຮົາໄດ້ດຳເນີນໄປ.”
ເຂົາເຈົ້າໄດ້ກ່າວຕື່ມວ່າ “ສະຫະລັດ ແມ່ນກຳລັງດັນປະເທດຂອງພວກເຮົາໄປສູ່ການ
ເອົາມາດຕະການຕອບໂຕ້ປ້ອງກັນຕົວ ເພື່ອກຳຈັດໂອກາດ ແລະ ໄພຂົ່ມຂູ່ໂດຍກົງ.”
ເກົາຫຼີເໜືອ, ເຊິ່ງໄດ້ມີຈຸດປະສົງທີ່ຈະທຳລາຍການເປັນພັນທະມິດຂອງ ສະຫະລັດ
ກັບ ເກົາຫຼີໃຕ້ ນັ້ນ, ໄດ້ສືບຕໍ່ຕຳໜິ ກ່ຽວກັບ ການຊ້ອມລົບທາງທະຫານ, ເຖິງແມ່ນວ່າ
ວໍຊິງຕັນ ກັບ ໂຊລ ແມ່ນໄດ້ຫຼຸດຜ່ອນການຊ້ອມຮົບດັ່ງກ່າວລົງ ເພື່ອຮັກສາຄວາມຄິດ
ຂອງການເຈລະຈາຕ່າງໆໄວ້ກໍຕາມ.
ການຝຶກຊ້ອມທັງຫຼາຍໃນເດືອນນີ້ ແມ່ນການຊ້ອມລົບໃນຄອມພິວເຕີ, ອີງຕາມລາຍ
ງານຕ່າງໆ, ໝາຍຄວາມວ່າ ມັນບໍ່ໄດ້ມີລະເບີດລູກໃດຕົກໃສ່ເປົ້າຈຳລອງ ຫຼື ສະແດງ
ໃຫ້ເຫັນຄວາມແຂງແກ່ນທາງທະຫານຢ່າງກະຈ່າງແຈ້ງ ແລະ ເປີດເຜີຍ. ແຕ່ກົງກັນ
ຂ້າມ, ການຝຶກຊ້ອມຕ່າງໆ ສ່ວນໃຫຍ່ໄດ້ທົດສອບຄວາມສາມາດຂອງ ເກົາຫຼີໃຕ້ ທີ່
ຈະຍຶດເອົາການຄວບຄຸມການປະຕິບັດການຄືນ ໃນລະຫວ່າງສົງຄາມ.
ອີງຕາມປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ
ຈົງ ອຶນ ໄດ້ມີແຮງຈູງໃຈທີ່ຈະພົບປະ ແລະ ເລີ່ມການເຈລະຈາ,” ພ້ອມກັບຢຸດການຍິງ
ລູກສອນໄຟ, ໃນທັນທີທີ່ການຊ້ອມລົບທາງທະຫານໄດ້ສິ້ນສຸດລົງ.