ບັນດາຫົວໜ້າການເງິນ ຂອງເຂດຢູໂຣ ຕົກລົງກັນ ກ່ຽວກັບການຄວບຄຸມ ທະນາຄານຂອງຕົນ

ທ່ານ Luis de Guindos ລມຕ ເສດຖະກິດສະເປນ ໂອ້ລົມກັບ ທ່ານ Mario Dragh ປະທານທະນາຄານກາງ ຢູໂຣບ ໃນລະຫວ່າງ ກອງປະຊຸມ ລັດຖະມຸນຕີການເງິນ ທີ່ກຸງ Brussels, ວັນທີ 17 ທັນວາ 2013.

ພວກ​ຫົວໜ້າ​ການ​ເງິນ​ຂອງ​ບັນດາ​ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ ​ໄດ້
ຕົກລົງ​ທຳ​ການ​ຄວບ​ຄຸມ​ຮ່ວມ​ກັນ​ ກ່ຽວ​ກັບ​ພວກ​ທະນາຄານ​
ທີ່​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ​ໃນ​ກຸ່ມ 17 ປະ​ເທດ​ໃນ​ຢູ​ໂຣບທີ່
​ໃຊ້​ເງິນ​ຕາຢູ​ໂຣນັ້ນ.

​ໃນ​ແລງ​ວັນ​ພຸດ​ມື້ກ່ອນ​ນີ້ ພວກ​ລັດຖະມຸນຕີ​ການ​ເງິນ​ຂອງ​ກຸ່ມ​
ດັ່ງກ່າວ​ ໄດ້​ຮັບ​ຜ່ານ​ເອົາ​ແຜນການ​ນຶ່ງ​ທີ່​ຈະ​ບັງຄັບ​ພວກ​ຖື​ຮຸ້ນ
​ແລະ​ພວກ​ໃຫ້​ເງິນ​ກູ້​ຢືມ​ຂອງ​ທະນາຄານ​ຕ່າງໆ ​ແທນ​ທີ່​ຈະ​ໃຫ້
​ພວກ​ລັດຖະບານ​ແລະ​ພວກ​ເສຍ​ພາສີ​ລາຍ​ໄດ້​ໃຫ້​ລັດ​ຮັບຜິດ
ຊອບ​ໃນ​ການ​ສູນ​ເສຍຕ່າງໆ​ເວລາ​ທະນາຄານ​ໃດ​ທະນາຄານ
​ນຶ່ງ​ໃນ​ບັນດາ​ສະ​ຖາ​ບັນ​ການ​ເງິນ​ຈຳນວນ​ຫຼາຍ​ກວ່າ 6 ພັນ​
ແຫ່ງ​ໃນ​ຢູ​ໂຣບລົ້ມ​ລະລາຍ​ນັ້ນ.

ຂໍ້​ຕົກລົ​ງສະບັບ​ນີ້ ມີ​ວັດຖຸ​ປະສົງ​ເພື່ອ​ປົກ​ປ້ອງ​ເຂດ​ໃຊ້​ເງິນ​ຢູ​ໂຣ ບໍ່​ຈຳ​ເປັນ​ຕ້ອງ​ອອກ​ເງິນ​ປະກັນ​ໂຕ​ພວກ​ລັດຖະບານ​ສະມາຊິກ​ຂອງ​ກຸ່ມ ດັ່ງ​ທ່ີ​ໄດ້​ກະທຳ​ມາ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານ​ມາ​ນີ້ ຫຼັງ​ຈາກ​ພວກ​ປະ​ເທດ​ສະມາຊິກ​ຖືກ​ບັງຄັບ​ໃຊ້​ຊ່ອຍ​ກູ້​ພວກ​ທະນາຄານ​ຕ່າງໆ​ໃນ​ປະ​ເທດ​ຂອງ​ຕົນ​ນັ້ນ.

ຂໍ້​ຕົກລົງ​ສະບັບ​ນີ້​ຍັງ​ຮຽກຮ້ອງ​ໃຫ້​ພວກ​ທະນາຄານ​ໃນ​ເຂດ​ໃຊ້​ເງິນ​ຢູ​ໂຣຈັດ​ຕັ້ງ​ກອງ​ທຶນ​ນຶ່ງ
ໃນ​ມູນ​ຄ່າ 75 ຕື້​ດອນ​ລາ​ໃນ​ຊ່ວງທົດ​ສະ​ວັດ​ໜ້າ​ນີ້ ​ເພື່ອ​ຮັບ​ມື​ກັບ​ການ​ອັດ​ລົງ​ຂອງ​ພວກ​ທະນາ
ຄານ​ຕ່າງໆ​ທີ່​ລົ້ມ​ລະລາຍ​ນັ້ນ. ກ່ອນ​ກອງ​ທຶນ​ຂອງ​ທະນາຄານ​ມີ​ເງິນ​ຢ່າງ​ເຕັມ​ສ່ວນ ພວກ​ລັດ
ຖະບານ​ຂອງ​ແຕ່ລະ​ປະ​ເທດ​ຍັງ​ສາມາດ​ກູ້​ຢືມ​ເງິນ​ໄດ້​ຈາກ​ກອງ​ທຶນ​ຊ່ອຍ​ກູ້​ໃນ​ເຂດ​ທີ່​ໃຊ້​ເງິນ​
ຢູ​ໂຣທີ່ຍັງ​ມີ​ຢູ່​ນັ້ນ ​ເພື່ອ​ຮັກສາ​ພວກ​ທະນາຄານ​ຕ່າງໆ​ບໍ່​ໃຫ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ ຫຼື​ໃຊ້
​ໜີ້​ສິນ​ທີ່​ ພວກ​ຕົນ​ເກັບ​ເງິນ​ກູ້​ຢືມ​ຄືນ​ບໍ່​ໄດ້ ຈາກ​ເງິນ​ງົບປະມານ​ຂອງ​ພວກ​ຕົນ​ເອງ.