ພວກຜູ້ນຳອີຢູ ພິຈາລະນາ ການເຄື່ອນໄຫວ ທາງທະຫານ ເພື່ອຢຸດ ການຫລັ່ງໄຫຼ ຂອງຊາວອົບພະຍົບ

ພວກສະມາຊິກກຸ່ມ NGOs ແລະພວກຊອກລີ້ໄພ ໄດ້ປະກອບສ່ວນໃນການຊຸມນຸມ ທີ່ເອີ້ນວ່າ "Funeral march" ຢູ່ຂ້າງນອກສຳນັກງານໃຫຍ່ຂອງສະຫະພາບຢູໂຣບ ທີ່ Brussels, ວັນທີ 23 ເມສາ 2015.

ບັນດາ​ຜູ້ນຳ​ປະ​ເທດ​ໃນ​ສະຫະພາບ​ຢູ​ໂຣບ ກຳລັງ​ພົບ​ປະກັນ​ທີ່
ນະຄອນ Brussels ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ປຶກສາ​ຫາລື​ກັນ
ກ່ຽວກັບ​ທາງ​ເລືອກ​ຕ່າງໆ ຮວມທັງ​ການ​ເຄື່ອນ​ໄຫວ​ທາງ​ທະ
ຫານ ​ເພື່ອ​ຢຸດ​ການ​ຫລັ່ງ​ໄຫລ​ຂອງ​ພວກ​ອົບ​ພະຍົບ ທີ່​ພະຍາ
ຍາມ​ໃຫ້​ໄປ​ຮອດ​ຢູ​ໂຣບທາງ​ທະ​ເລ ຫຼັງ​ຈາກພວກ​ອົບ​ພະຍົບ
ປະມານ 900 ຄົນ​ເສຍ​ຊີວິດ ​ເວລາ​ເຮືອ​ຂອງ​ພວກ​ເຂົາ​ເຈົ້າ
​ຂວໍ້າ ​ ໃນ​ວັນ​ອາທິດ​ຜ່ານ​ມາ ນອກ​ຝັ່ງເກາະດອນ​ແຫ່ງ​ໜຶ່ງ​ຂອງ​
ອີ​ຕາ​ລີ.

​ໃນ​ບັນດາ​ຂໍ້​ສະ​ເໜີ ທີ່​ຄາດ​ວ່າ​ຈະ​ນຳ​ມາ​ພິຈາລະ​ນາ​ກັນ​ນັ້ນ
​ແມ່ນ​ການ​ຊຸກ​ຍູ້​ໃຫ້​ລະບຸ ຍຶດ​ເອົາແລະ​ທຳລາຍ​ພວກ​ເຮືອ​ລຳ
​ຕ່າງໆ​ທີ່​ໃຊ້​ໂດຍ​ພວກ ​ລັກລອບຄ້າ​ມະນຸດ ທີ່​ມັກ​ບັນທຸກ​ພວກ​ອົບ​ພະຍົບທີ່​ພາກັນ​ຫລົບໜີ​ຈາກ​ສົງຄາມ ​ແລະ​ຄວາມ​ຍາກ​ລຳບາກ​ໃນ​ອາ​ຟຣິກາ ພາກ​ຕາ​ເວັນ​ອອກ​ກາງ​ແລະ​ເອ​ເຊຍ ​ໃສ່​ພວກເຮືອ​ທີ່​ບໍ່​ໝັ້ນຄົງປອດ​ໄພ​ນັ້ນ.

ນອກ​ນັ້ນ​ບັນດາ​ຜູ້ນຳ​ປະ​ເທດ​ເຫຼົ່າ​ນີ້ ຍັງ​ຄາ​ດກັນ​ວ່າ ຈະ​ເພີ້​ມ​ເງິນ​ສຳລັບ ການ​ລາດຕະ​ເວນເຂດ​ຊາຍ​ແດນຂອງສະຫະພາບ​ຢູ​ໂຣບ ​ຂຶ້ນເປັນ​ສອງ​ເທົ່າ​ໃນ​ທະ​ເລ​ເມ​ດີເທີ​ເຣນຽນ ​ແລະ​ໂຄງການນຳ​ທາງ​ ເພື່ອ​ຈັດ​ສົ່ງ​ພວກ​ອົບ​ພະຍົບຈາກ​ປະ​ເທດ​ໃນເຂດ​ທະ​ເລ​ເມ​ດີ​ເທີ​ເຣນຽນ​ໄປ​ຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ໃນ​ປະ​ເທດ​ອື່ນໆໃນສະຫະພາບຢູ​ໂຣບນັ້ນ.

ມີ​ລາຍ​ງານ​ວ່າ ​ແຜນການຕັ້ງ​ຖິ່ນ​ຖານ​ໃໝ່ດັ່ງກ່າວ ອຳນວຍ​ໃຫ້​ພວກ​ອົບ​ພະຍົບປະມານ
5 ພັນ​ຄົນ ຊຶ່ງເປັນພຽງພາກສ່ວນນ້ອຍໆເທົ່ານັ້ນຂອງ​ ຈຳນວນ​ພວກອົບ​ພະຍົບທັງ​ໝົດ​ທີ່​ພາກັນ​ຫລັ່ງ​ໄຫຼ​ໄປ​ຍັງ​ຝັ່ງ​ທະ​ເລ​ຂອງ ​ປະ​ເທດໃນ​ຢູ​ໂຣບ ຈາກ​ອາ​ຟຣິກາ​ເໜືອ ພາກ​ຕາ​ເວັນ​ອອກ​ກາງ​ແລະ​ເອ​ເຊຍ​ໃຕ້.

​ເຮືອ​ອົບ​ພະຍົບລຳ​ໜຶ່ງ​ທີ່​ແລ່ນ​ຈາກ​ລີ​ເບຍຊຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ສົງຄາມນັ້ນ ​ມຸ້ງ​ໜ້າ​ໄປ​ຍັງ​ເກາະ Lampedusa ທາງ​ພາກ​ໃຕ້​ຂອງ​ອີ​ຕາ​ລີ ໄດ້​ປີ້ນ​ຂວ້ຳ​ລົງ​ໃນ​ທະ​ເລ​ເມື່ອ
​ວັນ​ອາທິດ​ຜ່ານ​ມາ ຊຶ່ງ​ມີ​ພວກ​ອົບ​ພະຍົບຈຳນວນ​ຫຼາຍ​ເຖິງ 900 ຄົນ​ຕາຍ​ດຶກ​ນ້ຳ. ມີ​ພຽງ​ແຕ່ 28 ຄົນ​ເທົ່າ​ນັ້ນ​ທີ່​ຊ່ອຍ​ຊີວິດ​ໄວ້​ໄດ້ ຊຶ່ງ​ໄດ້​ເກີດ​ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ​ສະຫະພາບ​ຢູ​ໂຣບ ​ເພື່ອ​ລົບ​ລ້າງ​ໂຄງການ​ຊອກ​ຄົ້ນ​ແລະ​ຊ່ອຍ​ກູ້​ຊີວິດ​ທີ່​ໄດ້​ຮັບ​ທຶນ​ຈາກ​ສະຫະພາບຢູ​ໂຣບ ທີ່​ໄດ້​ຖືກ​ຍົກເລີກໄປ​ໃນ​ປີ​ແລ້ວ​ນີ້ ຍ້ອນ​ຄວາມ​ເປັນ​ຫ່ວງ​ໃນເລື້ອງຄ່າ​ໃຊ້​ຈ່າຍ​ນັ້ນ.

Your browser doesn’t support HTML5

Italy Migrants