ປ. ມາເຊໂດເນຍ ກ່າວວ່າ ຕຳຫຼວດໄດ້ສະກັດກັ້ນ ບໍ່ໃຫ້ການໂຈມຕີ ກໍ່ການຮ້າຍ ຂະຫຍາຍອອກໄປ

ຍາດຕິພີ່ນ້ອງຂອງຕຳຫລວດ ທ່ານ Sasho Samoilovski ຜູ້ຖືກຍິງຕາຍ ຮ້ອງໄຫ້ ໃກ້ກັບຫີບສົບຂອງຜູ້ກ່ຽວ ທີ່ປົກຄຸມດ້ວຍ ທຸງຊາດມາເຊໂດເນຍ ຢູ່ໃນໂບດແຫ່ງໜຶ່ງໃນເມືອງ Tetovo ຂອງ Macedonia, ວັນທີ 10 ພຶດສະພາ 2015.

ປະທານາທິບໍດີ ມາ​ເຊ​ໂດ​ເນຍ ທ່ານ Gjorge Ivanov ກ່າວ​ວ່າ
ຕຳຫລວດ ​ໄດ້​ສະກັດ​ກັ້ນ ອັນ​ທີ່​ທ່ານ​ເອີ້ນ​ວ່າ ​ເປັນ “ການ​ໂຈມ​
ຕີກໍ່​ການ​ຮ້າຍ ທີ່​ມີການ​ປະສານ​ງານກັນ​”
ຫຼັງຈາກ​ກຸ່ມ​ຕິດ
​ອາວຸດກຸ່ມ​ໜຶ່ງ ຍິງ​ປືນຕໍ່ສູ້​ກັບຕຳຫລວດ ຢູ່​ທາງ​ພາກ​ເໜືອ ​ຂອງ
​ມາ​ເຊ​ໂດ​ເນຍ ​ໃນ​ວັນ​ເສົາ​ມື້ກ່ອນ​ນີ້.

ການ​ຕໍ່ສູ້​ກັນ​ໃນ​ເມືອງ Kumanovo ​ເຮັດ​ໃຫ້​ມີ 22 ຄົນ​ເສຍ​ຊີວິດ
ລວມທັງ ຕຳຫລວດ 8 ຄົນ ​ແລະ ມື​ປືນ 14 ຄົນ. ​ແລະ ຕຳຫລວດ
37 ຄົນ​ ໄດ້ຮັບ​ບາດ​ເຈັບ.

ປະທານາທິບໍດີ Ivanov ກ່າວ​ຖະ​ແຫລ​ງ ຕໍ່​ກອງ​ປະຊຸມ ສະພາ
​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ມາ​ເຊ​ໂດ​ເນຍ ​ໃນ​ວັນ​ອາທິດ​ວານ​ນີ້ ວ່າ ພວກ​ມື​ປືນ ​ໄດ້​
ພະຍາຍາມ ທີ່​ຈະ​ກໍ່​ຄວາມ​ວຸ້ນວາຍ ​ແ​ລະ​ສ້າງ​ຄວາມ​ຢ້ານ​ກົວ ​ແລະ​ ວ່າ ຊີວິດ​ຂອງ​ບັນດາ​
ພົນລະ​ເຮືອນ​ແມ່ນຕົກ​ຢູ່​ໃນ​ຄວາມ​ສ່ຽງ.

ທ່ານ​ Ivanov ກ່າວ​ອີກ​ວ່າ “ພວກ​ທີ່​ກະທຳ​ການກໍ່​ການ​ຮ້າຍ​ດັ່ງກ່າວນີ້ ​ແລະ
ພວກ​ທີ່​ກ່ຽວຂ້ອງ​ທັງ​ໝົດ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ຢ່າງ​ສາ​ສົມ ສຳ​ຫລັບ​ອັນ​ທີ່​
ພວກ​ເຂົາ ພະຍາຍາມເຮັດ​ຕໍ່​ ສາທາລະນະ​ລັດ​ມາ​ເຊ​ໂດ​ເນຍ ​ແລະ ປະຊາ
ຊົນ​ຂອງ​ປະ​ເທດ. ຂ້າພະ​ເຈົ້າ ຢາກ​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ພວກ​ເຮົາ​ຈະ
ບໍ່​ຍອມປ່ອຍ​ໃຫ້​ມີ​ຄວາມ​ເຄັ່ງ​ຕຶງ​ທະວີ​ຂຶ້ນ.”

​ເມືອງ Kumanovo ​ແມ່ນເຂດ​ຢູ່​ອາ​ໄສຂອງຊົນ​ເຜົ່າ​ອານ​ເບ​ເນຍ ທາງ​ກ້ຳ​ເໜືອ​ຂອງ
ນະຄອນ ຫລວງສະກົບ​ເຢ.

ບໍ່​ຈະ​ແຈ້ງ​ເທື່ອ​ວ່າ ພວກ​ມື​ປືນ​ດັ່ງກ່າວ​ນັ້ນ ​ແມ່ນ​ໃຜ. ທ່ານ Ivanov ອະທິບາຍ​ວ່າ​ ພວກ​ເຂົາ​
ແມ່ນ​ພວກ​ທີ່​ຮຸນ​ແຮງທີ່​ສຸດ ​ແລະ ​ເປັນ​ອາ​ຊະ​ຍາກ​ອນທີ່​ຊຳນານ ທີ່​ໄດ້​ຮັບ​ການ​ເຝິກ​ແອບ​
ທາງ​ດ້ານ​ທະຫານ. ​ໂຄສົກ​ ກົມຕຳຫລວດ ທ່ານ​ນຶ່ງ​ກ່​າວ ຕໍ່​ອົງການ​ຂ່າວ​ຝຣັ່ງວ່າ ພວກ​ເຂົາ​
ສ່ວນ​ໃຫຍ່​ແມ່ນ​ເປັນ​ປະຊາ​ຊົນມາ​ເຊ​ໂດ​ເນຍ ທີ່​ນຳພາ​ໂດຍ ຊົນ​ເຜົ່າ​ອານ​ເບ​ເນຍ 5 ຄົນ
ຈາກ Kosovo.

ປະທານາທິບໍດີ Ivanov ກ່າວ​ວ່າ ມາ​ເຊ​ໂດ​ເນຍ ​ໄດ້​ເຕືອນ ສະມາຊິກ ສະຫະພາບ​ຢູ​ໂຣບ
​ແລະ ສະມາຊິກ ອົງການ​ເນ​ໂຕ 17 ປະ​ເທດ ກ່ຽວ​ກັບ​ກຸ່ມ​ດັ່ງກ່າວ ​ແລະ ຄວາມ​ສ່ຽງທີ່​ມີ ​ເມື່ອ​
ຕົ້ນປີ​ນີ້ ​ແຕ່ບໍ່​ໄດ້​ຮັບ​ຄຳ​ຕອບ​ເລີຍ.

ບັນດາ​ເຈົ້າໜ້າ​ທີ່​ສະຫະພາບ​ຢູໂຣບ ​ແລະ ອົງການ​ເນ​ໂຕ ບໍ່​ໄດ້ໃຫ້ຄຳ​ເຫັນ ຕໍ່​ຄຳ​ຖະ​ແຫລ​ງ
ໃນ​ວັນ​ອາທິດຂອງ​ທ່ານ Ivanov ​ແຕ່​ໄດ້ຮຽກຮ້ອງ​ໃຫ້ ຢູ່​ໃນ​ຄວາມ​ສະຫງົບ.

Your browser doesn’t support HTML5

Macedonia Terrorist