ອີຢູ ປຶກສາຫາລືກັນ ເພື່ອຫາທາງແກ້ໄຂ ວິກິດການອົບພະຍົບ ຈາກອາຟຣິກາ

ຫົວໜ້ານະໂຍບາຍອີຢູ ທ່ານນາງ Federica Mogherini (ກາງ) ແລະພວກລັດຖະມົນຕີຕ່າງປະເທດຂອງກຸ່ມ ຢືນສະຫງົບອາລົມໄວ້ອາໄລ ໃນລະຫວ່າງກອງປະຊຸມ ຢູ່ຕຶກສະພາ ທີ່ Luxembourg, ວັນທີ 20 ເມສາ 2015.

ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ ​ແລະ​ພາຍ​ໃນ​ຂອງ​ສະຫະ
ພາບ​ຢູ​ໂຣບກຳລັງ​ຮ່ວມ​ປະຊຸມ​ກັນ​ ຢູ່ Luxembourg ​ເພື່ອ
​ໂອ້​ລົມ​ສົນທະນາ​ກັນ​ເລື້ອງວິ​ກິດການ​ອົບ​ພະຍົບ​ໃນ​ທະ​ເລ
Mediteranean ນັ້ນ.

ການ​ພົບ​ປະກັນ​ໃນ​ວັນ​ຈັນ​ມື້​ນີ້ ມີ​ຂຶ້ນ​ ໃນ​ຂະນະ​ທີ່​ອີ​ຕາ​ລີ​ສືບ
​ຕໍ່​ທຳ​ການ​ຊອກ​ຄົ້ນ ແລະ​ປະຕິບັດ​ງານ​ຊ່ອຍ​ກູ້​ຊີວິດຢ່າງ​ຂະ
ໜານ​ໃຫຍ່ໃນ​ທະ​ເລ​ເມ​ດີເທີ​ເຣນຽນ ເຮືອ​ລຳ​ໜຶ່ງ​ທີ່ຂວໍ້າ ຢູ່
ນອກ​ຝັ່ງ​ລີ​ເບຍ ທີ່​ບັນທຸກ​ພວກ​ອົບ​ພະຍົບຫຼາຍ​ຮ້ອຍ​ຄົນ ​ໃນ​
ຂະນະ​ດຽວ​ກັນ​ກໍຊ່ອຍ​ກູ້​ພວກ​ອົບ​ພະຍົບຊາວ​ຊີ​ເຣຍ ​ຈາກ
​ເຮືອ​ອີກ​ລຳ​ໜຶ່ງ​ຢູ່​ນອກ​ຝັ່ງ​ເກາະ Sicily.

ໂສກນາດຕະກຳ ຢູ່ທະເລ ເມດິເທີເຣນຽນ

​ມີເດັກນ້ອຍ 13 ຄົນ ຮວມຢູ່​ໃນ​ຈຳນວນ​ອົບ​ພະຍົບຊີ​ເຣຍ 93 ຄົນ ທີ່​ຂີ່ເຮືອ​ມາ​ຈາກ​ເທີ​ກີ
ຂ້າ​ມທະ​ເລ​ທີ່ເປັນອັນຕະລາຍ​ໄປ​ຍັງ​ຢູ​ໂຣບນັ້ນ.

ທ່ານ​ນາງ Federica Mogherini ຫົວໜ້າ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ສະຫະພາບ​ຢູ​ໂຣບ ມີ “ພາລະໜ້າ​ທີ່​ທາງ​ດ້ານ​ສີນ​ລະ​ທຳ
​ທີ່​ຈະ​ຕ້ອງ​ສຸມ​ຄວາມ​ຮັບຜິດຊອບ​ຂອງ​ພວກ​ເຮົາ​ໃນ​ນາມ​ເປັນ​ຊາວ​ຢູ​ໂຣບ ​ເພື່ອ​ປ້ອງ
ກັນ​ບໍ່​ໃຫ້​ໂສກ​ນາດຕະກຳ​ແບບ​ນີ້​ ເກີດ​ຂຶ້ນ​ແລ້ວ​ຂຶ້ນ​ອີກ​.”

Your browser doesn’t support HTML5

Italy Migrants

ທ່ານ​ນາງ Carlotta Sami ​ໂຄສົກ​ປະຈຳ​ຂ້າ​ຫຼວງ​ໃຫຍ່​ວ່າ​ດ້ວຍ​ອົບ​ພະຍົບສະຫະ​ປະຊາ​ຊາດ ກ່າວ​ວ່າ ພວກ​ອົບ​ພະຍົບ​ເຫລົ່າ​ນັ້ນ ທີ່​ພະຍາຍາມ​ຊອກ​ຫາ​ຊີວິດ​ທີ່​ດີ​ຂຶ້ນ​ໃນ​ຢູ​ໂຣບ ພາກັນ​ເດີນທາງ​ສ່ຽງ​ຕາຍ​ມາ​ຕາມເສັ້ນທາງຕ່າງໆ ​ເພື່ອ​ໃຫ້​ໄປ​ຮອດ​ໄປ​ເຖິງ​ຈຸດໝາຍ​ປາຍ
ທາງ​ຂອງພວກ​ເຂົາ​ເຈົ້າ.

​ ໃນ​ຂະນະ​ດຽວ​ກັນ ມີ​ຄວາມ​ຢ້ານ​ກົວ​ກັນ​ວ່າ ປະຊາຊົນ​ຈຳນວນ 700 ຄົນ ​ຫຼື​ຫຼາຍ​ກວ່າ​ນັ້ນ ​ອາດ​ໄດ້ເສຍ​ຊີວິດ​ໄປ​ແລ້ວ​ ນຳ​ເຮືອ​ທີ່​ປີ້ນ​ຂວໍ້າ ຢູ່​ນອກ​ຝັງ​ຂອງ​ລີ​ເບຍ​ນັ້ນ ​ແຕ່​ຈຳນວນ​ຜູ້​ເສຍ​ຊີວິດ​ແທ້ໆ​ນັ້ນ ຄົງ​ບໍ່ມີ​ທາງ​ຈະ​ຮູ້​ໄດ້.

ອີຕາລີ ພິຈາລະນາ ຈະທຳການໂຈມຕີ ທີ່ລີເບຍ ເພື່ອຢຸດບັນຫາອົບພະຍົບ:

Your browser doesn’t support HTML5

Overwhelmed by Migrants, Italy Mulls Military Action to Stabilize Libya