ຍານສຳຫລວດອະວະກາດຂອງຢູໂຣບ ໄດ້ເສັດສິ້ນການໂຄຈອນ
ໄລ່ຕາມດາວຫາງດວງນຶ່ງ ຂ້າມລະບົບສຸລິຍະຈັກກະວານ ເປັນເວ
ລານຶ່ງທົດສະວັດນັ້ນແລ້ວ ແລະໄດ້ກາຍມາເປັນຍານອະວະກາດ
ລຳທຳອິດ ທີ່ໄປພົບປະກັບດາວຫາງ.
ຍານສຳຫລວດອະວະກາດ Rosetta ມູນຄ່າ 1.700 ລ້ານດອນ
ລ່າຂອງອົງການອະວະກາດຢູໂຣບ ໄດ້ເຂົ້າສູ່ວົງໂຄຈອນ ຢູ່ເໜືອ
ຜິວໜ້າຂອງດາວຫາງ 67P/Churymov-Gerasimenko 100
ຫຼັກກິໂລແມັດ ໃນເຊົ້າວັນພຸດວານນີ້ ໃນໄລຍະໄກຈາກຜືນໂລກ
ຫລາຍກ່ວາ 400 ລ້ານຫຼັກກິໂລແມັດ.
ຍານ Rosetta ຈະໂຄຈອນຄຽງຄູ່ໄປກັບດາວຫາງ 67P ຕະຫລອດໄລຍະປີໜ້າ ແລະ
ຈະສັງເກດການເບິ່ງດາວຫາງດວງນັ້ນ ໃນຂະນະທີ່ມັນມຸ້ງໜ້າໄປສູ່ດວງຕາເວັນ.
ຈຸດສຳຄັນຂອງພາລະກິດຂອງຍານ Rosetta ຈະມີຂຶ້ນໃນເດືອນພະຈິກປີນີ້ ເວລາຍານດັ່ງກ່າວ ຈະປ່ອຍຍານນ້ອຍໆອັນນຶ່ງ ລົງສູ່ໜ້າດາວຫາງ 67P ຊຶ່ງຈະເປັນຍານອະວະກາດທຳອິດ ທີ່ຈະບັນລຸການທົດລອງດັ່ງກ່າວ.
Your browser doesn’t support HTML5
sciencecometchaser7august14