ຕຳຫລວດ Belgium ໄດ້ນຳອອກເຜີຍແຜ່ວີດີໂອໃໝ່ຂອງຜູ້ສົງໄສໃນການວາງ ລະເບີດ ຢູ່ ເດີ່ນບິນ ທີ່ເຈົ້າໜ້າທີ່ຕ້ອງການຕົວ ໃນຂະນະທີ່ທະນາຍຄວາມຂອງຜູ້ຕ້ອງສົງໄສຄົນ ນຶ່ງ ທີ່ໂຈມຕີນະຄອນຫຼວງປາຣີກ່າວວ່າ ການສົ່ງລູກຄວາມລາວ ໄປຝຣັ່ງ ອາດຈະໃຊ້ເວ ລາອີກຫລາຍອາທິດ.
ວີດີໂອຂອງຕຳຫລວດທີ່ນຳອອກເຜີຍແຜ່ເປັນພາສາຝຣັ່ງແລະໂຮນລັງ ສະແດງ ໃຫ້ເຫັນ ວ່າ ບໍ່ເທົ່າໃດນາທີຫລັງຈາກການວາງລະເບີດໃນວັນທີ 22 ເດືອນມີນາ ຢູ່ເດີ່ນບິນ Zaventem ແລະອັນທີ່ປາກົດວ່າ ເປັນການຫລົບໜີຂອງຜູ້ຕ້ອງສົງໄສຄົນທີສາມທີ່ລອດ ຊີວິດມາໄດ້ ທີ່ສື່ມວນຊົນມັກເອີ້ນວ່າ “ຜູ້ຊາຍທີ່ໃສ່ໝວກ."
ຮູບພາບເຜີຍແຜ່ໃນວັນພຸດ ທີ 23 ກຸມພາ ສະແດງໃຫ້ເຫັນທ້າວ Khalid.
ສື່ມວນຊົນທ້ອງຖິ່ນກ່ອນໜ້ານີ້ໄດ້ນຳອອກເຜີຍແຜ່ ວີດີໂອຈາກກ້ອງວົງຈອນປິດ ກ່ຽວກັບ ຜູ້ຊາຍ ທີ່ເດີ່ນບິນ Zaventem ກ່ອນເກີດເຫດລະເບີດ ໂດຍໃສ່ໝວກ ແລະເສື້ອກັນລົມ ແລະຍ່າງຢູ່ທາງຂ້າງພວກໂຈມຕີດ້ວຍລະເບີດສະລະຊີບ ທ້າວ Ibrahim el-Bakraoui ແລະທ້າວ Najim Laachraoui. ຜູ້ຊາຍທັງສາມຄົນ ເຫັນຍູ້ລໍ້ທີ່ມີຫລາຍໆຖົງຢູ່ໃນນັ້ນ.
ວີດີໂອທີ່ນຳອອກເຜີຍແຜ່ເປັນສາຝຣັ່ງ ແລະໂຮນລັງ ຮູບພາບຂອງຕຳຫລວດສະແດງໃຫ້ ເຫັນວ່າ ຜູ້ຊາຍຄົນທີສາມໜີອອກຈາກເດີ່ນບິນໄປ ຫລັງຈາກລະເບີດໄດ້ແຕກຂຶ້ນໃນເວ ລາ 7 ໂມງ 58 ນາທີຕອນເຊົ້າ. ກ່ອນອື່ນລາວໄດ້ຍ່າງ ຕໍ່ມາລາວໄດ້ເລີ້ມແລ່ນ. ໜ້າຂອງ ລາວບໍ່ເຫັນຢ່າງຈະແຈ້ງ ຢູ່ໃນຮູບພາບໃໝ່.
ຕຳຫລວດ Belgium. ຄົນນຶ່ງຢືນຍາມຢູ່ເຂດ ຫ້ອງການໃຫຍ່ສະພາບຢູໂຣບ
ອີງຕາມບັນດາເຈົ້າໜ້າທີ່ Belgium ຜູ້ຊາຍຄົນດັ່ງກ່າວໄດ້ຍ່າງກວ່າ 10 ກິໂລແມັດໃນ ເວລາຫຼາຍໆຊົ່ວໂມງ ຂ້າມເມືອງ Zavnetem ຊຶ່ງໃນທີ່ສຸດວີດີໂອໄດ້ ສະແດງໃຫ້ເຫັນ ວ່າລາວໄດ້ໄປເຖິງຄຸ້ມ Schaerbeek ຂອງນະຄອນບຣັສເຊີລ ກ່ອນທີ່ຈະຫາຍໄປຢູ່ທີ່ ທາງແຍກ ໃນເວລາ 9 ໂມງ 50 ນາທີຕາມເວລາທ້ອງຖິ່ນ.
ຕຳຫລວດກ່າວວ່າ ລາວໄດ້ຖອດເສື້ອຂອງລາວຖິ້ມຢູ່ຕາມທາງບ່ອນໃດບ່ອນນຶ່ງ ແລະໃນ ທີ່ສຸດຮູບພາບສະແດງໃຫ້ເຫັນວ່າ ລາວນຸ່ງເສື້ອແຂນສັ້ນ. ມີການອະທິ ບາຍວ່າ ລາວນຸ່ງ ເສື້ອຍືດສີຟ້າອ່ອນ ສົ້ງສີດຳແລະເກີບສີນໍ້າຕານທີີ່ມີພື້ນສີຂາວ.
ຕຳຫລວດ Belgium ໄດ້ເຜີຍແຜ່ນໍ້າເບີໂທລະສັບທ້ອງຖິ່ນ ແລະສາກົນ ໃຫ້ຄົນໂທຫາຖ້າ ຫາກເຂົາເຈົ້າມີລາຍລະອຽດກ່ຽວກັບຜູ້ຊາຍຄົນດັ່ງກ່າວ ຫລືເສື້ອທີ່ຄ້າຍ ຄືກັນກັບຢູ່ໃນວີດີ ໂອນີ້.
Your browser doesn’t support HTML5
Brusselas Suspect