ບັນດາຜູ້ນຳຂອງຢູໂຣບ ພົບປະກັນ ຢູ່ໃນປະເທດໄອຊ໌ແລນ ເພື່ອຄຳ​ນວນ​ຄ່າ​ເສຍ​ຫາຍ ໃນສົງຄາມຂອງຣັດເຊຍ

ແຟ້ມພາບ - ນາຍົກລັດຖະມົນຕີອັງກິດ ຣີຊີ ຊູນາກ, ຊ້າຍ, ຈັບມືກັບປະທານາທິບໍດີຝຣັ່ງ ແອມມານູແອລ ມາກຣົງ ໃນນະຄອນຫຼວງປາຣີ, ວັນທີ 10 ມີນາ 2023. ທັງສອງ ໄປຮ່ວມກັບຜູ້ນຳຄົນອື່ນໆໃນອາທິດນີ້ ຢູ່ໄອຊ໌ແລນ ເພື່ອກອງປະຊຸມ ສະພາແຫ່ງຢູໂຣບ. ທ່ານໂວໂລດີເມຍ ເຊເລັນສກີ ປະທານາທິບໍດີຢູເຄຣນ ກຊໄດ້ເຂົ້າຮ່ວມທາງວີດີໂອ.

ບັນດາຜູ້ນຳຂອງຢູໂຣບ ໃນວັນອັງຄານວານນີ້ ໄດ້ປະຕິຍານວ່າ ຈະນຳເອົາຣັດເຊຍມາຮັບຜິດຊອບໃນ​ການ​ເຮັດສົງຄາມຕໍ່ຢູເຄຣນຂອງຕົນ ແລະໄດ້ເປີດເຜີຍກົນໄກເພື່ອຕິດຕາມການສູນເສຍທັງຫຼາຍ ແລະຄວາມເສຍຫາຍທີ່ກອງກຳລັງຂອງມົສກູ ໄດ້ກະທຳລົງໄປ ອີງຕາມອົງການຂ່າວຣອຍເຕີສ໌.

ນາຍົກລັດຖະມົນຕີຂອງເຢຣະມັນ ທ່ານໂອລາຟ ໂຊລສ໌, ປະທານາທິບໍດີຂອງ ຝຣັ່ງ ທ່ານແອມມານູແອລ ມາກຣົງ ແລະນາຍົກລັດຖະມົນຕີຂອງອັງກິດ ທ່ານຣີຊີ ຊູນາກ ແມ່ນລວມຢູ່ໃນບັນດາຜູ້ທີ່ໄດ້ເນັ້ນໜັກເຖິງການສະໜັບສະໜຸນຂອງພວກເພິ່ນແກ່ຢູເຄຣນ ໃນກອງປະຊຸມຂອງສະພາສິດທິແຫ່ງຢູໂຣບ ທີ່ບໍ່ຄ່ອຍມີ ໃນຂະນະທີ່ສະພານີ້ ເປີດກອງປະຊຸມສຸດຍອດ ຢູ່ໃນປະເທດໄອຊ໌ແລນ ໄລຍະສອງວັນ.

ບັນດາຜູ້ນຳດັ່ງກ່າວ ໄດ້ເຂົ້າຮ່ວມ ໂດຍທ່ານໂວໂລດີເມຍ ເຊເລັນສກີ ປະທານາທິບໍດີຂອງຢູເຄຣນ ໂດຍຜ່ານການເຊື່ອມໂຍງທາງວີດີໂອ ໃນລະຫວ່າງການເດີນທາງຢ້ຽມຢາມນະຄອນຫຼວງຂອງປະເທດໃນຢູໂຣບ ເພື່ອຈັດຫາອາວຸດຕື່ມອີກ ແລະການຊ່ອຍເຫຼືອກ່ອນໜ້າການບຸກໂຈມຕີຕອບໂຕ້ກອງກຳລັງຂອງຣັດເຊຍ ທີ່ໄດ້ຄາດການໄວ້ນັ້ນ.

ກອງປະຊຸມສຸດຍອດ ໃນນະຄອນຫຼວງ ເຣຈາວິຄ (Reykjavik) ໄດ້ເປີດເຜີຍການຂຶ້ນທະບຽນຄວາມເສຍຫາຍໃໝ່ ຊຶ່ງເປັນກົນໄກເພື່ອບັນທຶກ ແລະເກັບກຳລັກຖານ ແລະການຮຽກຮ້ອງຕໍ່ຄວາມເສຍຫາຍ, ການສູນເສຍ ຫຼື ການໄດ້ຮັບບາດເຈັບ ທີ່ເປັນຜົນມາຈາກການບຸກລຸກຂອງຣັດເຊຍ.

European leaders on Tuesday pledged to hold Russia to account for its war against Ukraine and unveiled a mechanism to track the losses and damage inflicted by Moscow's forces.

German Chancellor Olaf Scholz, French President Emmanuel Macron and British Prime Minister Rishi Sunak were among those who underlined their support for Ukraine in a rare meeting of the Council of Europe rights body as it convenes in Iceland for a two-day summit.

They were joined via video link by Ukrainian President Volodymyr Zelenskyy on the heels of his tour of European capitals to secure more weapons and aid before an anticipated counteroffensive against Russian forces.

The Reykjavik meeting unveiled a new Register of Damages, a mechanism to record and document evidence and claims of damage, loss or injury incurred as a result of the Russian invasion.