ສານສູງສຸດ ຢູໂຣບ ເຫັນພ້ອມ ກັບການຟ້ອງ ປ້ອງກັນຂໍ້ມູນ ຂ້າມແອັດແລນຕິກ

ທ້່າວ Max Schrems (ຊ້າຍ) ແລະ ທະນາຍຄວາມ ທ່ານ Herwig Hofmann,

ສານ​ສູງສຸດ​ໃນ​ຢູ​ໂຣບ ​ໄດ້​ຕັດສິນ​ເຫັນ​ພ້ອມ ​ກັບນັກຮຽນອອສ
​ເຕຣຍຄົນ​ນຶ່ງຜູ້​ທີ່​ຟ້ອງຮ້ອງ​ວ່າ ຂໍ້​ຕົກລົງ​ປ້ອງ​ກັນຂໍ້​ມູນ ​ຂ້າມ​ມະ
ຫາສະມຸດ Atlantic ບໍ່ດຳເນີນການ​ຢ່າງ​ພຽງພໍ​ໃນ​ການປົກປ້ອງ
ຄວາມລັບ​ສ່ວນໂຕຂອງບັນດາ​ຜູ້​ໃຊ້​ ຕາໜ່າງ​ສື່ສັງຄົມ Face-
book ທີ່ມີສຳນັກງານ​ຢູ່​ໃນ​ສະຫະລັດ.

ສານ​ຢູ​ໂຣບ ​ໄດ້​ປະກາດ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ອັນ​ທີ່​ຮ້ອງວ່າ ຂໍ້
ຕົກລົງ “ບ່ອນ​ເກັບກຳ​ທີ່​ປອ​ດ​ໄພ” ​ບໍ່​ໄດ້​ລົບ​ລ້າງ ໃນຄວາມ​ຕ້ອງ
ການ​ສຳລັບອົງການຄຸ້ມຄອງທ້ອງ​ຖິ່ນ ​ເພື່ອ​ໃຫ້​ເປັນ​ທີ່​ແນ່ໃຈ​ວ່າ
ບໍລິສັດ ສະຫະລັດ ໃຫ້ການປົກປ້ອງຄຸ້ມຄອງຂໍ້​ມູນ ​ຂອງ​ບັນດາ
ຜູ້​ໃຊ້​ໃນຢູ​ໂຣບຢ່າງພຽງພໍ.

ສານ​ກ່າວ​ວ່າ ບັນດາຜູ້​ອອກ​ກົດ​ລະບຽບຄຸ້ມຄອງຄວາມລັບສ່ວນ​ໂຕ​ໃນ​ປະ​ເ​ທດ Ireland
​ທີ່​ຕັ້ງຫ້ອງ​ການ​ປະ​ຕິ​ບັດ​ງານ Facebook ໃນຢູ​ໂຣບ ບັດ​ນີ້​ຕ້ອງ​ໄດ້​ຕັດສິນ​ໃຈ​ວ່າ ລະບົບ​
ການ​ສົ່ງ​ຂໍ້ມູນຈາກຢູ​ໂຣບ ​ໄປ​ຫາສະຫະລັດ ຄວນ​ທີ່​ຈະ​ຖືກໂຈະຫຼືບໍ່.

ຂໍ້​ຕົກລົງ​ບ່ອນ​ເກັບກຳ​ທີ່​ປອດ​ໄພ ​ຊຶ່ງມີຜົນບັງຄັບໃຊ້ມາ​ໄດ້ 15 ປີ​ແລ້ວ ​ໄດ້​ຖືກພັດ​ທະ​ນາ
​ໃຫ້ເປັນຊ່ອງ​ທາງ​ເພື່ອ​ອະນຸຍາດ​ໃຫ້ບັນດາ​ບໍລິສັດ​ສະຫະລັດ ແລກ​ປ່ຽນ​ຂໍ້​ມູນ​ກັບຢູ​ໂຣບ
ໂດຍບໍ່ຕ້ອງລະເມີດກົດໝາຍຄຸ້ມຄອງຄວາມລັບ​ສ່ວນໂຕ​ຂອງຢູ​ໂຣບ. ຫລາຍ​ກວ່າ
4,000 ບໍ​ລິ​ສັດ ສະຫະລັດ ​ໃຊ້ຂໍ້​ກຳນົດນີ້​ໃນການເຮັດທຸລະ ກິດຂ້າມ​ມະຫາສະມຸດ
Atlantic.

​ເທັກໂນ​ໂລ​ຈີກ່ຽວກັບຄວາມລັບສ່ວນ​ໂຕ ​ໄດ້​ກາຍເປັນຂ່າວສຳຄັນທັງໃນຢູ​ໂຣບ ​ແລະ
ສະຫະລັດ ນັບ​ແຕ່​ຂໍ້ມູນໄດ້ປາກົດໂຕ​ຂື້ນ​ມາ​ເມື່ອສອງ​ປີ​ກ່ອນ ໂດຍພະນັກງານສັນຍາ
ຈ້າງ ທ້າວ Edward Snowden ທີ່ໄດ້ເປີດເຜີຍວ່າ ສະຫະລັດໄດ້ ​ລັກ​ສອດ​ແນມແບບ
​ຜິດ​ກົດໝາຍ ຕໍ່ປະຊາຊົນຊາວຢູ​ໂຣບ ​ແລະ​ບັນດາ​ພວກທີ່ບໍ່ ຖືສັນຊາດອາ​ເມຣິກັນ.

ນັກຮຽນອອສເຕຣຍ ທ້າວ Max Schrems ​ໄດ້​ຍື່ນຟ້ອງຄະດີນີ້ຕໍ່ສານ​ຢູ​ໂຣບ ຫລື
ECJ ໂດຍ​ໂຕ້​ຖຽງ​ວ່າ ອົງການຄຸ້ມຄອງຂໍ້​ມູນຂອງໄອແລນ ບໍ່ສາມາດປົກປ້ອງ​ຄວາມ
ລັບ​ສ່ວນ​ໂຕ​ຂອງລາວ ຈາກອົງການ​ສື​ບລັບ​ຂອງສະຫະລັດ.

ວໍຊິງ​ຕັນ ​ແລະບຣັສ​ເຊີລສ໌ ກຳລັງ​ເຮັດ​ວຽກ​ກ່ຽວກັບລະບຽບການຄຸ້ມຄອງຄວາມລັບ
ຂອງສ່ວນບຸກຄົນສະບັບໃໝ່ ຊຶ່ງຈະໃຫ້ເປັນ​ທີ່​ພໍ​ໃຈຫລາຍຂຶ້ນ​ແກ່​ຄວາມຕ້ອງການ​
ຂອງ​ ຢູ​ໂຣບ.