ຕະຫຼາດຮຸ້ນ ຢູໂຣບ ແລະ ເອເຊຍ ໄດ້ຕົກ ລາຄາ ຍ້ອນຄວາມກັງວົນ ດ້ານການເມືອງ

ຊາຍຄົນນຶ່ງ ແນມເບິ່ງ ແຜ່ນຈໍອີເລັກໂທຣນິກ ຂອງລາຄາຮຸ້ນຕ່າງໆ ຢູ່ທີ່ຕະຫຼາດຮຸ້ນ Nikkei ຂອງຍີ່ປຸ່ນ ທີ່ສະແດງໃຫ້ເຫັນດັດຊະນີຂອງ 225 ບໍລິສັດຊື້ຂາຍຮຸ້ນ, ວັນທີ 18 ພຶດສະພາ 2017, ໃນນະຄອນຫຼວງໂຕກຽວ.

ຕະຫລາດ​ຮຸ້ນ​ຢູ່​ເອ​ເຊຍ ​ແລະ​ຢູ​ໂຣບ ​ໄດ້​ຫລຸດ​ຕ່ຳລົງ​ໃນ​ວັນ​ພະຫັດ​ມື້ນີ້ ນຶ່ງ​ມື້ຫລັງ​ຈາກ
​ຕະຫລາດ​ຮຸ້ນຂອງສະຫະລັດ ເງິນໂດລາ ແລະ ພັນທະບັດຂອງລັດຖະບານໄດ້ຕົກ
ລາຄາລົງ ຖ່າມກາງຄວາມກັງວົນຂອງພວກນັກລົງທຶນກ່ຽວກັບການກະທຳ ແລະການ
​ໃຫ້ຄຳເຫັນຕ່າງໆ ຂອງປະທານາທິບໍດີ ດໍໂນລ ທຣຳ.

ດັດຊະນີຮຸ້ນທີ່ສຳຄັນໆ ຂອງສະຫະລັດ ໄດ້ຫລຸດລາຄາລົງ 1.8 ເປີເຊັນ ​ໃນ​ວັນພຸດ
​ວານ​ນີ້ ແລະ ຮຸ້ນ Dow Jones Average ​ໄດ້ຕົກລາຄາ 372 ​ໂດ​ລາ.

ການ​ຕົກ​ລາຄາ​ຂອງຕະຫລາດຮຸ້ນຕ່າງໆ ​ໄດ້​ມີ​ຂຶ້ນຫຼັງຈາກທ່ານທຣຳ ໄດ້ປົດຫົວໜ້າ
ອົງການສັນຕິບານກາງ ຫຼື FBI ອອກຈາກຕຳແໜ່ງ ຊຶ່ງມີລາຍງານວ່າ ທ່ານໄດ້ເປີດ
ເຜີຍຂໍ້ມູນລັບ ໃຫ້ແກ່ບັນດາເຈົ້າໜ້າທີ່ຂອງຣັດເຊຍ ແລະ ການກ່າວຫາວ່າ ທ່ານ
ປະທານາທິບໍດີ ອາດພະຍາຍາມທີ່ຈະກີດກັ້ນ ການສືບສວນສອບສວນ ການກະທຳ
ຕ່າງໆຂອງເຈົ້າໜ້າທີ່ຂັ້ນສູງ ທີ່ໄດ້ຖືກປົດອອກຈາກຕຳແໜ່ງໄປແລ້ວນັ້ນ.

ເງິນໂດລາ ໄດ້ມີລາຄາສູງຂຶ້ນ ແລະ ຮຸ້ນຕ່າງໆ ກໍໄດ້ຖີບໂຕສູງຂຶ້ນ ຈົນກາຍ​ເປັນ
​ປະຫວັດ​ການ ເປັນລຳດັບມາ ຫຼັງຈາກທີ່ທ່ານທຣຳໄດ້ຖືກເລືອກ ເປັນປະທານາທິບໍດີ
ໃນຂະນະທີ່ພວກນັກລົງທຶນ ເດີມພັນ ກ່ຽວ​ກັບ​ການ​ໃຫ້ຄຳໝັ້ນສັນຍາຂອງທ່ານທຣຳ
ທີ່ຈະຕັດພາສີ ແລະ ກົດລະບຽບຕ່າງໆລົງນັ້ນ ຈະກະຕຸ້ນໃຫ້ເສດຖະກິດ ຂະຫຍາຍ
ໂຕຂຶ້ນ ແລະ ສ້າງຜົນກຳໄລໃຫ້ແກ່ບໍລິສັດ.

​ແຕ່​ແນວ​ໃດ​ກໍ​ຕາມ ບັນດານັກລົງທຶນ ອາດຈະປ່ຽນແນວຄິດຂອງຕົນ ຫຼັງຈາກມີ
ຄວາມພະຍາຍາມໃນດ້ານນິຕິບັນຍັດ ທີ່ຈະຍົກເລີກ ແລະ ນຳ​ໃຊ້ແທນກົດໝາຍ
ປະກັນສຸຂະພາບ ແລະ ວາລະການຕັດພາສີລົງ ແມ່ນໄດ້ຖືກຖົກຖຽງກັນ ໃນ
ວົງການໆເມືອງ.

ແມ່ນ​ແຕ່ພັກຣີພັບບລີກັນ ທີ່ເປັນພັນທະມິດຂອງທ່ານທຣຳ ກ່າວວ່າ ການຮຽກຮ້ອງ
ຕໍ່ສະພາ ແລະການສືບສວນການກະທຳ ຂອງຄະນະລັດຖະບາທ່ານທຣຳ ແມ່ນເປັນ
ການລົບກວນ ແລະ ສ້າງຄວາມເປັນຫ່ວງ ໃຫ້ແກ່ບັນດາສະມາຊິກ ທີ່ພະຍາຍາມຈະ ຊຸກຍູ້ແຜນການຂອງທ່ານທຣຳ ໄປໜ້າ ຖ່າມກາງການຄັດຄ້ານຢ່າງໜັກຈາກພັກ
ເດໂມແຄຣັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ