50 ກວ່າຄົນເສຍຊີວິດ ແລະຫລາຍ 100 ບາດເຈັບ ຍ້ອນອາກາດໜາວສຸດຂີດ ໃນຢູໂຣບ (ເບິ່ງວີດີໂອ)

  • ສິງ ບູລົມມະວົງ

ສະພາບດິນຟ້າອາກາດໜາວຈັດແລະຫິມະຕົກໜັກ ຢູ່ໃນເຂດນະຄອນຫລວງບູກາເເຣສຕ໌ (Bucharest), ປະເທດໂຣເມເນຍ (Romania), ວັນທີ 26 ມັງກອນ 2012.

ສະພາບ​ອາກາດ​ໜາວ ​ທີ່​ປົກ​ຄຸມສ່ວນໃຫຍ່​ໃນ​ພາກ​ຕາ​ເວັນ​ອອກ​ແລະ​ພາກ​ກາງຂອງ​ຢູ​ໂຣບ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ແລ້ວ​ຫລາຍ ກວ່າ 50 ຄົນ​ໃນ​ໄລຍະ 5 ມື້​ຜ່ານ​ມາ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ຮັບ​ມື​ກັບ​ໄພ​ສຸກ​ເສິນ​ໃນ​ປະ​ເທດ Ukrain ກ່າວ​ວ່າ ​ໃນ​ວັນ​ອັງຄານ​ວານ​ນີ້ ປະຊາຊົນ 30 ຄົນ​ ສ່ວນ​ຫລາຍ​ແມ່ນ​ພວກ​ທີ່ບໍ່​ມີ​ທີ່ ພັກພາ​ອາ​ໄສ​ໄດ້​ເສຍ​ຊີວິດ​ໄປ ​ເນື່ອງ​ຈາກ​ອາກາດ​ໜາວ​ໃນ​ຫວ່າງ​ບໍ່​ເທົ່າ ​ໃດມື້​ຜ່ານ​ມາ​ນີ້.

ທາງ​ການ​ຢູ​ເກຣນ ກ່າວ​ວ່າ ປະຊາຊົນ​ຕື່ມ​ອີກ 500 ຄົນ​ໄດ້​ຮັບ​ການ​ປິ່ນ ປົວ​ທີ່​ໂຮງໝໍ​ແຫ່ງ​ຕ່າງໆ​ຈາກ​ອາກາດ​ໜາວ​ເຢັນຈັດ ​ແລະ​ບາດ​ເຈັບ​ທີ່​ພົວພັນ​ກັບ​ອາກາດ​ໜາວ​ອື່ນໆ. ພວກ​ພະນັກງານຮັບ​ມື​ກັບ​ໄພສຸກ​ເສີນ​ໄດ້​ແຈກ​ຢາຍ​ຜ້າ​ຕັ້ງ​ທີ​ບັນຈຸ​ອາຍ​ອຸ່ນ​ຫລາຍ​ຮ້ອຍ​ຜືນແລະ​ເຂົ້າປາ​ອາຫານ ໃຫ້​ແກ່​ພວກ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ດິນ​ຟ້າ​ອາກາດ​ໜາວຊຶ່ງ​ຫຸນ​ຫະພູມ​ ຂອງ​ອາກາດ​ລົດ​ລົງ​ເຖິງລົບ 23 ອົງສາ Celsius.

ໃນ​ຂະນະ​ດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທີ່​ໃນ Poland ​ແຈ້ງ​ໃຫ້​ຊາບ​ວ່າ​ມີຜູ້​ເສຍ​ຊີວິດ​ໃໝ່ໆ​ຕື່ມ​ອີກ 5 ຄົນ​ໃນ​ວັນ​ອັງ​ຄານວານ​ນີ້ ​ເຮັດ​ໃຫ້​ຈໍານວນ ຜູ້​ເສຍ​ຊີວິດ​ທັງ​ໝົດ​ເພີ່ມ​ຂຶ້ນ​ເປັນ 15 ຄົນ ​ໃນ​ຂະນະ​ທີ່​ອຸນຫະພູມ​ຂອງ​ອາກາດ​ໃນ​ຄືນ​ຜ່ານ​ມາ​ນີ້ ລົດ​ລົງ​ສູ່ລົບ 30 ອົງສາ Celsius ​ໃນ​ຫລາຍ​ພາກສ່ວນ​ຂອງ​ປະ​ເທດ.

ທີ່​ໂຣມາ​ເນຍ ກະຊວງ​ສາທາລະນະ​ສຸກກ່າວ​ວ່າ ປະຊາຊົນ 2 ຄົນ​ເສຍ​ຊີວິດ ​ເນື່ອງ​ຈາກອາກາດໜາວ ​ເຮັດ​ໃຫ້​ຈໍານວນ​ຜູ້​ເສຍ​ຊີວິດເພີ່ມ​ຂຶ້ນ​ເປັນ 8 ຄົນ​ນັບ​ແຕ່​ປະ​ເຊີນ​ກັບ​ອາກາດ​ໜາວ​ທີ່​ເລີ່​ມຂຶ້ນ​ໃນ​ສັບປະດາ​ ຜ່ານ​ມາ​ນີ້.

ສະພາບອາກາດ​ໜາວ​ເຢັນທີ່​ເປັນ​ນໍ້າກ້ອນ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ໃນ​ຢູ​ໂຣບຫລາຍ​ຄົນ​ມີ​ຄວາມ​ປະຫຼາດ​ໃຈ ​ໃນ​ຂະນະ​ທີ່ລະດູ​ໜາວໃນ​ປີນີ້​ມີ​ອາກາດ​ອຸ່ນຜິດ​ປົກກະຕິ​ຄື​ກັນ​ກັບ​ລະດູບາ​ນ​ໃໝ່​ໃນ​ຫລາຍ​ຫົວ​ເມືອງ​ນັ້ນ.

http://www.voanews.com/templates/widgetDisplay.html?id=138410309&player=article