ອີຢູ ຕົກລົງກັນບໍ່ໄດ້ ກ່ຽວກັບການປ່ຽນແປງ ສົນທິສັນຍາ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ຜູ້ນຳລັດຖະບານຂອງສະຫະພາບຢູໂຣບ ຖ່າຍຮ່ວມຮ່ວມກັນ ທີ່ກອງປະຊຸມສຸດຍອດອີຢູ ຢູ່ນະຄອນ Brussels (9 ທັນວາ 2011)

ສະຫະພາບຢູໂຣບທີ່ມີສະມາຊິກ 27 ປະເທດບໍ່ສາມາດຕົກລົງກັນໄດ້ກ່ຽວກັບການປ່ຽນແປງ
ໃນສົນທິສັນຍາຂອງສະຫະພາບຢູໂຣບທີ່ຈະບັງຄັບໃຫ້ມີກົດລະບຽບເຄັ່ງຄັດກວ່າເກົ່າໃນດ້ານ
ນະໂຍບາຍງົບປະມານແຫ່ງຊາດນັ້ນ.

ເຈົ້າໜ້າທີ່ເວົ້າວ່າ ການຕົກລົງທີ່ພົວພັນກັບສະມາຊິກທັງ 27 ປະເທດໄດ້ແຕກຫັກລົງໃນວັນ
ສຸກມື້ນີ້ ຢູ່ທີ່ກອງປະຊຸມສຸດຍອດໃນນະຄອນ Brussels ຫຼັງຈາກນາຍົກລັດຖະມົນຕີອັງກິດ
ທ່ານ David Cameron ໄດ້ທວງໃຫ້ມີການຜ່ອນຜັນທີ່ເຢຍຣະມັນແລະຝຣັ່ງບໍ່ເຕັມໃຈທີ່ຈະ
ອ່ອນຂໍ້ໃຫ້ນັ້ນ.

ພວກນັກການທູດກ່າວວ່າ ອາດມີການຈັດຕັ້ງກຸ່ມໃໝ່ຂຶ້ນທີ່ພົວພັນກັບ 17 ປະເທດທີ່ໃຊ້ເງິນ
ຢູໂຣແລະປະເທດອື່ນໆອີກສາມາດເຂົ້າຮ່ວມກັບກຸ່ມດັ່ງກ່າວໄດ້.

ພວກເຈົ້າໜ້າທີ່ບາງຄົນກ່າວເຖິງກອງປະຊຸມສຸດຍອດຂອງສະຫະພາບຢູໂຣບວ່າເປັນໂອກາດ
ສຳລັບການປະເມີນຊັ່ງຊາກ່ຽວກັບເງິນຕາຮ່ວມ ທີ່ພວມຕົກຢູ່ໃນອັນຕະລາຍ ຍ້ອນວິກິດການ
ໜີ້ສິນ ທີ່ເພີ່ມທະວີຂຶ້ນຂອງຢູໂຣບ. ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນແລງຂອງວັນພະ
ຫັດໂດຍທີ່ພວກຜູ້ນຳຂອງປະເທດຕ່າງໆ ມີຄວາມເຫັນບໍ່ລົງຮອຍກັນກ່ຽວກັບວ່າ ຈະແກ້ໄຂ
ບັນຫາການແຜ່ລະບາດຂອງໜີ້ສິນ ເປັນເວລາ 2 ປີແນວໃດ ທີ່ຂົ່ມຂູ່ຕໍ່ສະຖຽນລະພາບຂອງ
ເສດຖະກິດໂລກ.

ຝຣັ່ງແລະເຢຍຣະມັນ ຕ້ອງການຢາກໃຫ້ມີການປ່ຽນແປງໃນສົນທິສັນຍາຂອງສະຫະພາບຢູ
ໂຣບໂດຍຈັດຕັ້ງຂໍ້ມາດຕາກ່ຽວກັບການລົງໂທດ ສຳລັບບັນດາປະເທດທີ່ໃຊ້ຈ່າຍງົບປະມານ
ເກີນຂອບເຂດ. ນອກນັ້ນ ປະເທດທັງສອງ ຍັງຕ້ອງການຢາກໃຫ້ມີການສ້າງຕັ້ງອັດຕາການ
ເກັບພາສີບໍລິສັດແບບດຽວກັນແລະການເກັບພາສີໃໝ່ໃນການໂອນເງິນ. ແຕ່ປະເທດອັງກິດ
ທີ່ບໍ່ໄດ້ໃຊ້ເງິນຢູໂຣນັ້ນໄດ້ສະແດງຄວາມວິຕົກກັງວົນວ່າແຜນການດັ່ງກ່າວນີ້ອາດຈະບ່ອນທຳ
ລາຍຕໍ່ອະທິປະໄຕຂອງຕົນ.

ປະທານຄະນະກຳມາທິການຢູໂຣບທ່ານ Jose Manuel Barroso ໄດ້ຮຽກຮ້ອງໃຫ້ລັດ
ຖະບານແຫ່ງຊາດດຳເນີນການໂດຍເຫັນແກ່ຜົນປະໂຫຍດສ່ວນຮວມຂອງຢູໂຣບ.

ເບິ່ງວີດີໂອລາຍງານພາສາອັງກິດ ກ່ຽວກັບບັນຫາໜີ້ສິນຂອງອີຢູ:

ເສດຖະກິດຢູ່ໃນ 17 ປະເທດທີ່ໃຊ້ເງິນຢູໂຣບຕ່າງກໍໄດ້ຢຸດຊະງັກລົງໂດຍທີ່ພວກນັກວິເຄາະ
ບາງຄົນເວົ້າວ່າໄດ້ຕົກຢູ່ໃນສະພາບຫຼຸດຖອຍແລ້ວນັ້ນ. ທະນາຄານກາງຂອງຢູໂຣບໄດ້ເອົາ ບາດກ້າວນຶ່ງກ່ອນໜ້າກອງປະຊຸມສຸດຍອດ ເພື່ອເສີມຂະຫຍາຍການໃຫ້ເງິນກູ້ຢືມຕັດອັດຕາ
ດອກເບ້ຍລົງ .25% ຊຶ່ງເປັນການຫຼຸດອັດຕາດອກເບ້ຍເທື່ອທີ 2 ພາຍໃນໄລຍະສອງເດືອນ.

ແຕ່ຮຸ້ນທີ່ຕະຫຼາດຊື້ຂາຍຮຸ້ນຂອງຢູໂຣບ ແລະສະຫະລັດ ໄດ້ຕົກລາຄາຫຼັງຈາກປະທານຂອງ
ທະນາຄານທ່ານ Mario Draghi ໄດ້ລົດການຄາດຄະເນທີ່ວ່າທະນາຄານກາງອາດຈະເພີ່ມ
ການຊື້ໜີ້ສິນຂອງລັດຖະບານຢູໂຣບ ໃນຖານະທີ່ເປັນພາກສ່ວນນຶ່ງ ເພື່ອຕັດຕົ້ນທຶນໃນການ
ກູ້ຢືມລົງ. ເຈົ້າໜ້າທີ່ກຳກັບນຳລະບຽບຄົນນຶ່ງ ຂອງສະຫະພາບຢູໂຣບກ່າວວ່າ ທະນາຄານ
ຂອງຢູໂຣບຈຳເປັນຕ້ອງໄດ້ຊອກຫາເງິນເກືອບ 154 ພັນລ້ານໂດລາເພື່ອນຳມາຖົມຂຸມການ
ສູນເສຍທີ່ອາດມີຂຶ້ນຂອງລັດຖະບານໃນຕະຫຼາດຫຼັກຊັບ.

ປະທານາທິບໍດີຝຣັ່ງທ່ານ Nicolas Sarkozy ໄດ້ເຕືອນກ່ຽວກັບຜົນທີ່ຈະຕິດຕາມມາຢ່າງ
ຮ້າຍແຮງ ຖ້າຫາກບໍ່ບັນລຸການຕົກລົງກັນພາຍໃນວັນສຸກມື້ນີ້ໂດຍຮຽກຮ້ອງໃຫ້ມີຈິດໃຈແຫ່ງ
ຄວາມປະນີປະນອມແລະການຕັດສິນໃຈຢ່າງວ່ອງໄວ.