ກຸ່ມ G-20 ຢາກໃຫ້ EU ທຸ່ມເທເງິນ ໃສ່ກອງທຶນສາກົນຕື່ມອີກ

  • ສິງ ບູຣົມມະວົງ

Yuichiro Miura training in Tokyo for his 2013 climb up Mount Everest. (Miura Dolphins)

ບັນດາ​ລັດຖະມົນຕີ​ການ​ເງິນ​ຈາກ 20 ປະ​ເທດ​ນໍາ​ໜ້າດ້ານ​ເສດຖະກິດຂອງ​ໂລກ​ກ່າວ​ວ່າ
ສະຫະພາບ​ຢູ​ໂຣບຈະ​ຕ້ອງ​ທຸ່ມ​ເທ​ເງິນ​ຕື່ມ​ອີກ​ໃສ່ກອງ​ທຶນ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ຈໍ​າກັດ​ວິ​ກິດ
ການ​ໜີ້​ສິນ​ຂອງ​ເຂດ​ຢູ​ໂຣນັ້ນ ກ່ອນ​ທີ່​ປະ​ເທດ​ອື່ນໆ​ຈະ​ສະໜອງ​ເງິນ​ຕື່ມ​ອີກ​ໃຫ້​ແກ່​ກອງ​
ທຶນ​ສາກົນ ຫລື IMF ​ເພື່ອ​ສົມທົບ​ກັນ​ນັ້ນ.

ຫລັງ​ຈາກ​ທໍາ​ການ​ພົບ​ປະກັນ​ເປັນ​ເວລາ 2 ມື້​ ທີ່​ນະຄອນຫລວງ Mexico City ກຸ່ມ 20
ປະເທດ​ໄດ້​ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ ເວົ້າ​ວ່າ ​ເຖິງ​ແມ່ນຮ່ອງຮອຍ​ຕ່າງໆ​ໃນ​ຫວ່າງ​
ໄວໆ​ມານີ້ ຊີ້​ໃຫ້​ເຫັນ​ວ່າ​ເສດຖະກິດໂລກ​ໄດ້​ຟື້ນ​ໂຕ​ຄືນ​ມາ​ແດ່​ແລ້ວກໍ​ຕາມ ​ແຕ່ກໍ​ຍັງ​ຄົງ​ມີ
ຄວາມ​ສ່ຽງສູງ​ຢູ່.

ທ່ານ​ນາງ Christine Lagarde ຜູ້​ອໍານວຍ​ການ​ກອງ​ທຶນ​ສາກົນກ່າວ​ວ່າ ບໍ່​ມີ​ປະ​ເທດ​ໃດ​
ໃນບັນດາ​ກຸ່ມ G-20 ​ໂຕ້​ແຍ້​ງຕໍ່​ຄວາມ​ຈໍາ​ເປັນ​ທີ່ຈະ​ຕ້ອງ​ຂະຫຍາຍ​ວົງ​ເງິນປ້ອງ​ກັນ​ຂຶ້ນ​ອີກ​
ນີ້​. ກອງທຶນ​ສາກົນ​ກໍາລັງ​ຊອກ​ຫາວົງ​ເງິນ​ໃນ​ຈໍານວນ 500 ຕື້​ໂດ​ລາ ເພື່ອສົມທົບ​ໃສ່​ກັບ
ຄວາມ​ໝັ້ນໝາຍໃນ​ຈໍານວນ​ທີ່​ສົມ​ມາ​ສົມຄວນຈາກຢູ​ໂຣບ​.

ພວກ​ປະ​ເທດ​ໃນ​ຢູ​ໂຣບ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ໃຫ້​ເງິນ​ຈໍານວນເກືອບ 200 ຕື້​ໂດ​ລາ​ແກ່​
ກອງ​ທຶນ​ສາກົນ​ຫລື IMF ​ແຕ່​ມາ​ຮອດປັດຈຸບັນ​ນີ້ ພວກ​ປະ​ເທດ​ອື່ນໆ​ບໍ່​ມີ​ຄວາມ​ເຕັມ​ໃຈ
​ປານ​ໃດ​ທີ່​ຈະ​ໃຫ້​ເງິນຕື່ມ​ອີກ ນອກຈາກ​ວ່າ ຢູ​ໂຣບ​ເພີ່ມ​ເງິນ​ຕົນ​ເອງ​ຕື່ມໃສ່​ກອງ​ທຶນ​ຊ່ອຍ​ກູ້
​ຕົນເອງ ຈໍານວນ 660 ຕື້ໂດ​ລາ ​ຊຶ່ງ​ກໍານົດ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ຕັ້ງ​ແຕ່ເດືອນ​ກໍລະກົດ​ປີ​ນີ້​ເປັນ
​ຕົ້ນ​ໄປ. ພວກ​ປະ​ເທດ​ທີ່​ໃຊ້​ເງິນ​ຕາ​ຢູ​ໂຣກໍານົດຈະທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ ເລື້ອງຄວາມ
ແຂງ​ແຮງຂອງ​ແຫ​ລ່ງເງິນຊ່ອຍ​ກູ້​ໜີ້ສິນ​ຂອງ​ເຂົາ​ເຈົ້າ​ໃນ​ເດືອນ​ຕໍ່ໜ້າ​ນີ້.

ທ່ານ Timothy Geithner ລັດຖະມົນຕີ​ການ​ເງິນ​ສະຫະລັດ​ກ່າວ​ວ່າ ພວກ​ລັດຖະມົນຕີ​
ການເງິນຂອງ​ກຸ່ມ G-20 ມີ​ກໍາລັງ​ໃຈ​ນໍາ​ຄວາມ​ຄືບໜ້າ​ທີ່​ໄດ້​ດໍາ​ເນີນ​ມາ​ຂອງ​ສະຫະພາບ​
ຢູ​ໂຣບ​ ໃນລະຫວ່າງ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້ ​ແຕ່​ເງິນ​ຊ່ອຍ​ກູ້​ໜີ້​ສິນ​ ບໍ່​ແມ່ນ​ການ​ແກ້​ໄຂ​
ພຽງ​ອັນ​ດຽວ ​ຕໍ່​ວິ​ກິດ​ການ​ໜີ້​ສິນ​ນີ້.